ປັດຈຸບັນຄົນເຮົາບໍ່ວ່າຈະເປັນເດັກນ້ອຍ ຫຼືຜູ້ໃຫຍ່ກໍລ້ວນແລ້ວແຕ່ມີຄວາມຮູ້, ຄວາມສາມາດ, ຄວາມຝັນ ແລະ ເປົ້າໝາຍ ທີ່ແຕກຕ່າງກັນໄປ… ເຊິ່ງຕອນນີ້ມີເດັກນ້ອຍຊາຍຄົນໜຶ່ງກຳລັງເປັນກະແສຮືຮາໄປທົ່ວສັງຄົມອອນລາຍນັ້ນກໍຄືນ້ອງ ມິນລີ້ ອາຍຸໄວ 7 ປີ ກຳລັງຮຽນຢູ່ຫ້ອງປໍ 3 ບ້ານໂຄກສະຫວ່າງ, ເມືອງຍົມມະລາດ, ແຂວງຄຳມ່ວນ. ໂດຍມີສາວຄູຄົນໜຶ່ງໄດ້ໂພສຄລິບວີດີໂອທີ່ນ້ອງກໍາລັງຕັ້ງໃຈຮ້ອງເພລງຜ່ານເຟສບຸກສ່ວນຕົວ ແລະ ຄລິບດັ່ງກ່າວກໍໄດ້ຖືກແຊຣ໌ ແລະ ໄດ້ຮັບຄວາມສົນໃຈຈາກສັງຄົມອອນລາຍບໍ່ໜ້ອຍເລີຍທີດຽວ! ເຊິ່ງບອກໄດ້ເລີຍວ່າ ນໍ້າສຽງຂອງໜຸ່ມນ້ອຍຄົນນີ້ບໍ່ທໍາມະດາອີຫຼີ!!!

ຄູຂອງນ້ອງ ມິນລີ້ ໄດ້ບອກວ່າ ປົກກະຕິຢູ່ບ້ານ ຫຼືຢູ່ໂຮງຮຽນ ນ້ອງກໍມັກຮ້ອງເພງເປັນປະຈຳ ເພາະມັກຮັກ ແລະ ຝັນໄວ້ຢາກເປັນນັກຮ້ອງ!!! ເຊິ່ງຫຼ້າສຸດໜຸ່ມນ້ອຍຄົນນີ້ກໍໄດ້ມີໂອກາດມາຕາມຫາຄວາມຝັນຂອງຕົນເອງໃນເວທີການປະກວດຮ້ອງເພລງ ເດັກນ້ອຍ Mic Idol Kids 2020 ທີ່ຈັດຂຶ້ນຢູ່ສູນການຄ້າທົ່ງຂັນຄໍາ ຊັ້ນ 2 ໃນວັນທີ 04 ຕຸລາ 2020 ທີ່ຜ່ານມາ. ດ້ວຍຄວາມສາມາດ-ກ້າສະແດງອອກ ແລະ ນໍ້າສຽງອັນເປັນກະລັກທີ່ໂດດເດັ່ນພ້ອມທັງໃສ່ອາລົມ-ລີລາຢ່າງເຕັມທີ່ ຈົນສາມາດຊະນະໃຈຜູ້ຊົມ ແລະ ຄອງໃຈກຳມະການ ແລະ ຄວ້າລາງວັນຊະນະເລີດມາຄອງ.
ຂວັນໃຈຂໍສະແດງຄວາມຍິນດີກັບ ມິນລີ້ ນໍາເດີ້ໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນຄັ້ງນີ້ ແລະ ຝາກແຟນໆຊ່ວຍຕິດຕາມ ແລະ ເປັນກໍາລັງໃຈໃຫ້ນ້ອງ ມິນລີ້ ນໍາເດີ້!!! ເຊື່ອວ່າເດັກນ້ອຍຄົນນີ້ອະນາຄົດຍາວໄກແນ່ນອນ…






ຈາກ: Thongkhankham Mall, ໂພໄຊ ຄຳມະນີ