ໃນການໃຊ້ຊີວິດ ຫຼືທຸກຄວາມສໍາພັນສິ່ງໃດທີ່ຂຶ້ນຊື່ວ່າເກີນໄປເກີນຄວາມພໍດີມັັນຍ່ອມກາຍເປັນໂທດທັງນັ້ນ ແລະ 3 ສິ່ງຕໍ່ໄປນີ້ຖ້າມີຫຼາຍເກີນໄປມັນຈະເປັນອັນຕະລາຍຕໍ່ໂຕເຮົາ
1 ການເຊື່ອໃຈຫຼາຍເກີນໄປ
ຄວາມເຊື່ອໃຈເປັນສິ່ງທີ່ດີຖ້າຄົນທີ່ເຮົາໃຫ້ຄວາມເຊື່ອໃຈສື່ສັດ ແຕ່ໃນບາງຄັ້ງເຮົາກໍບໍ່ຮູ້ດອກວ່າຄົນທີ່ເຮົາເຊື່ອໃຈຈະບໍ່ທໍາຮ້າຍເຮົາ ຄວາມເຊື່ອໃຈຖ້າມີຫຼາຍເກີນໄປອາດເປັນໄພຕໍ່ໂຕເຮົາກໍໄດ້ ເຊື່ອໃຈແຕ່ກໍຕ້ອງເພື່ອໃຈ ເພາະຄົນທີ່ເຈັບປວດທີ່ສຸດບໍ່ແມ່ນຄົນອື່ນຄົນໄກ ແຕ່ແມ່ນໂຕຂອງເຮົາເອງ ຜຸ້ທີ່ຊື່ສັດຕໍ່ຄວາມຮູ້ສຶກຂອງຕົນ ແລະ ເປັນເຈົ້າຂອງຄວາມໄວ້ເນື້ອເຊື່ອໃຈນັ້ນ.
![](https://kuanjailao.com/wp-content/uploads/2021/12/61a6612f21000076ba7006cb.jpg)
2 ການຮັກຫຼາຍເກີນໄປ
ແມ່ນຢູ່ວ່າຄວາມຮັກເປັນສິ່ງທີ່ດີແຕ່ການຮັກຫຼາຍເກີນໄປມັນຈະບໍ່ດີຕໍ່ຕົນເອງ ແລະ ຄວາມສໍາພັນແນ່ນອນ ການທີ່ເຮົາຮັກຄົນໆໜຶ່ງຫຼາຍເກີນໄປກັບເປັນໂຕຂອງເຮົາເອງທີ່ຕ້ອງພົບກັບຄວາມເຈັບປວດ. ມັນຈະເຮັດໃຫ້ເຮົາຍອມໃຫ້ເຂົາໄປໝົດທຸກຢ່າງແມ່ນແຕ່ຄວາມສຸກຂອງໂຕເອງ ຄວາມຮັກເຮັດໃຫ້ຄົນຕາບອດ ເບີ່ງບໍ່ເຫັນແມ່ນກະທັ້ງໂຕເອງ. ຮັກໃຫ້ໜ້ອຍລົງໃຫ້ຢູ່ໃນຄວາມພໍດີກໍໄດ້ແລ້ວ ຈາກນັ້ນມາເຕີມເຕັມສ້າງຄຸນຄ່າໃຫ້ໂຕເອງແນ່.
![](https://kuanjailao.com/wp-content/uploads/2021/12/article-2477163-18FCDA7400000578-741_636x392.jpg)
3 ການຄາດຫວັງຫຼາຍເກີນໄປ
ຄົນເຮົາຈະດໍາເນີນຊີວິດໄປບໍ່ໄດ້ເລີຍຫາກບໍ່ມີຄວາມຫວັງ ແຕ່ການຂຶ້ນໄປສູງເທົ່າໃດຕົກລົງມາຍິ່ງເຈັບເທົ່ານັ້ນ ຄວາມຜິດຫວັງມັນເກີດຂຶ້້ນໄດ້ຕະຫຼອດ ແລະ ໃນບາງສິ່ງບາງຢ່າງເຮົາຕ້ອງປ່ອຍໃຫ້ມັນເປັນໄປຕາມທິດທາງທີ່ມັນຄວນຈະເປັນ ບໍ່ຈໍາເປັນຕ້ອງຄາດຫວັງກັບທຸກຢ່າງແລ້ວເຮົາຈະເຈັບປວດໜ້ອຍລົງ.
![](https://kuanjailao.com/wp-content/uploads/2021/12/Sad-Woman.jpg)