Breaking News

10 ​ເລື່ອງ​ນ້ອຍໆ ​ເພື່ອ​ຄວາມ​ກ້າວໜ້າ​ໃນ​ອາຊີບ

ແບ່ງປັນ

10 ເລື່ອງນ້ອຍໆ ເພື່ອຄວາມກ້າວໜ້າໃນອາຊີບ

ປະຈຸບັນເສດຖະກິດ ນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ສະນັ້ນ, ຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້.

  1. ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ

ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້.

  1. ຮຽນຮູ້ການເຮັດວຽກຂອງຫົວໜ້າ

ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ.

  1. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່

ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ.

  1. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ

ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ.

  1. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ

ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ ທ່ານຄວນຄິດວ່າ ໂອກາດທີ່ຢູ່ບ່ອນຄົນຫຼາຍເປັນໂອກາດດີທີ່ຈະເຮັດໃຫ້ທ່ານເປັນຕົວແທນໃນການສະແດງອອກ ເພື່ອພັດທະນາໃນທາງທີ່ດີຂອງຕົວທ່ານເອງ.

  1. ເປັນມິດທີ່ດີກັບທຸກຄົນ

ຄວນເປັນມິດກັບທຸກຄົນ ບໍ່ວ່າຈະໃນເວລາອາລົມຂອງທ່ານກຳລັງຕຶງຄຽດກັບວຽກງານກໍຕາມ ຄວາມກົດດັນ, ຄວາມຫງຸດຫງິດ ຄວນເກັບເອົາໄວ້ໃນໃຈ ບໍ່ຕ້ອງສະແດງອອກເດັດຂາດ ເພາະການຄວບຄຸມອາລົມໄດ້ດີ ຍິ້ມແຍ້ມແຈ່ມໃສຢູ່ຕະຫຼອດ ມັນຄືບຸກຄະລິກຢ່າງໜຶ່ງຂອງຜູ້ນຳທີ່ມີຄຸນນະພາບ.

  1. ເຮັດວຽກດ້ວຍເຫດ ແລະ ຜົນ

ເປັນເລື່ອງປົກກະຕິທີ່ຄວາມຄິດແຕ່ລະຄົນບໍ່ຄືກັນ ເມື່ອຄວາມຄິດຂອງທ່ານແຕກຕ່າງຈາກຄົນອື່ນ ຈົ່ງໝັ້ນໃຈທີ່ຈະອະທິບາຍກັບທຸກໆຄົນດ້ວຍເຫດ ແລະ ຜົນຂອງຄວາມຈິງ ເພື່ອໃຫ້ຄົນອື່ນໆຮູ້ວ່າ ຄວາມຄິດຂອງທ່ານແມ່ນເຮັດເພື່ອບໍລິສັດຢ່າງແທ້ຈິງ.

  1. ຮູ້ໜ້າວຽກທີ່ທ່ານເຮັດຢ່າງແທ້ຈິງ

ທ່ານຕ້ອງພະຍາຍາມຮຽນຮູ້ໜ້າວຽກຂອງທ່ານໃຫ້ຫຼາຍ ລວມທັງສຶກສາສິ່ງແວດລ້ອມອ້ອມຂ້າງເພື່ອໃຫ້ບໍລິສັດໄດ້ມີການອັບເດດຂໍ້ມູນຕ່າງໆ ໃນການວາງແຜນເຮັດວຽກ ແລະ ສິ່ງໃດທີ່ບໍ່ຄວນເຮັດໃນໄລຍະເວລານັ້ນ

  1. ຍົກຍ້ອງຄົນທີ່ມີຄວາມພະຍາຍາມ

ບໍ່ວ່າຈະເທດສະການໃດກໍຕາມ ຄວນສະແດງຄວາມຍ້ອງຍໍ, ສັນລະເສີນພະນັກງານ ຫຼື ເພື່ອນຮ່ວມງານ ບໍ່ວ່າທ່ານຈະຮູ້ຈັກ ຫຼື ບໍ່ຮູ້ຈັກກໍຕາມ

  1. ຮູ້ຈັກ, ຮູ້ໃຈຫົວໜ້າ ແຕ່ບໍ່ເຖິງຂັ້ນວ່າເກາະແຄ່ງເກາະຂາ

ທ່ານຕ້ອງຮູ້ວ່າຫົວໜ້າທ່ານເປັນຄົນແນວໃດ, ລາວມັກລູກນ້ອງແບບໃດ ເຊັ່ນ: ຖ້າລາວມັກຄົນທີ່ຄິດແກ້ໄຂບັນຫາດ້ວຍຕົວເອງ ກ່ອນທີ່ຈະໃຫ້ຫົວໜ້າແກ້ໄຂບັນຫານັ້ນ ທ່ານຈົ່ງຮີບຮ້ອນຮັບເອົາບັນຫານັ້ນໄປແກ້ໄຂກ່ອນ ພ້ອມທັງຫາຂໍ້ສະຫຼຸບທີ່ດີນຳຫົວໜ້າ.

 

 

 

ແບ່ງປັນ