Breaking News

5 ວິທີເບິ່ງແຍງເສັ້ນຜົມຂັ້ນພື້ນຖານ

ແບ່ງປັນ

5 ວິທີເບິ່ງແຍງເສັ້ນຜົມຂັ້ນພື້ນຖານ ທີ່ເຮັດງ່າຍ ແລະ ປະຫຍັດເງິນ

ການເບິ່ງແຍງເສັ້ນຜົມຖືວ່າເປັນສ່ວນໜຶ່ງທີ່ສໍາຄັນສໍາລັບສາວໆເລີຍກໍ່ວ່າໄດ້ ຄືຊິບໍ່ມີສາວໆຄົນໃດທີ່ບໍ່ຢາກໃຫ້ຜົມຂອງຕົນເອງນັ້ນຕ້ອງເງົາງາມ, ອ່ອນນຸ່ມ ແລະ ມື້ນີ້ ວາລະສານຂັວນໃຈ ຈະນໍາເອົາວິທີໃນການເບິ່ງແຍງເສັ້ນຜົມແບບງ່າຍໆ ມາຝາກ ແລະ ຍັງປະຫຍັດເງິນອີກດ້ວຍ:

  1. ບໍາລຸງຜົມດ້ວຍນໍ້າມັນຫຼາຍຊະນິດ.

ວິທີຄົນທີ່ມີຜົມເງົາງາມເລືອກໃຊ້ບໍາລຸງເສັ້ນຜົມຢ່າງສະໝໍ່າສະເໝີດ້ວຍບັນດານໍ້າມັນຕ່າງໆທີ່ມີປະໂຫຍດຕໍ່ເສັ້ນຜົມບໍ່ວ່າຈະເປັນນໍ້າມັນໝາກພ້າວທີ່ເຮັດໃຫ້ເສັ້ນຜົມອ່ອນນຸ່ມ, ນໍ້າມັນໝາກກອກເພື່ອເສັ້ນຜົມເງົາງາມ ຄວນໝັກຜົມດ້ວຍນໍ້າມັນເຫຼົ່ານີ້ກ່ອນສະປະມານ 1 ຊົ່ວໂມງເຮັດຕິດຕໍ່ກັນ 1-2 ເທື່ອຕໍ່ອາທິດພຽງເທົ່ານີ້ກໍ່ຈະເຮັດໃຫ້ເສັ້ນຜົມເງົາງາມ.

  1. ຫວີຜົມແບບຄ່ອຍໆ.

ແມ່ນວ່າຈະຟ້າວປານໃດແຕ່ທ່ານກໍ່ບໍ່ຄວນຮີບຫວີຜົມໃຫ້ໄວ ແລະ ແຮງຈົນເກີນໄປ ຄວນຫວີຜົມແບບຄ່ອຍໆ ຖ້າບໍ່ດັ່ງນັ້ນຜົມຂອງທ່ານອາດຈະຂາດ ຫຼື ຫຼົ່ນອອກມາເປັນກໍາ ນອກຈາກນີ້ທ່ານກໍ່ບໍ່ຄວນຫວີຜົມໃນເວລາທີ່ຜົມປຽກ ເພາະເປັນເວລາທີ່ຮາກຜົມກໍາລັງອ່ອນແອ ຫາກໃຜຜົມຫຼົ່ນຕະຫຼອດ ຫຼື ມີບັນຫາຜົມບາງ ລອງສັງເກດພຶດຕິກໍາການຫວີຜົມຂອງຕົນເອງໃຫ້ດີແລ້ວຟ້າວແກ້ໄຂ.

  1. ບໍ່ຕ້ອງຈັດແຕ່ງຊົງຜົມຕະຫຼອດ.

ປະເພດເຄື່ອງມ້ວນຜົມໄຟຟ້າ ຫຼື ເຄື່ອງຈັດແຕ່ງຊົງຜົມຕ່າງໆທີ່ເຮັດໃຫ້ຜົມຕ້ອງຖືກຄວາມຮ້ອນ ຖືວ່າເປັນສິ່ງທີ່ສໍາຄັນທີ່ເຮັດໃຫ້ຜົມຂອງທ່ານມີບັນຫາ ສະນັ້ນຢ່າໃຫ້ເສັ້ນຜົມຖືກຄວາມຮ້ອນຫຼາຍເກີນໄປ ໃຫ້ປ່ອຍຕາມທໍາມະຊາດແດ່ ຖ້າບໍ່ດັ່ງນັ້ນຮາກຜົມ ແລະ ໜັງຫົວຈະອ່ອນແອຈົນຕ້ອງປິ່ນປົວອີກດົນ.

  1. ເລືອກໃຊ້ຜະລິດຕະພັນກ່ຽວກັບຜົມທີ່ດີ.

ດຽວນີ້ແຊມພູສະຜົມ ແລະ ຜະລິດຕະພັນທີ່ໃຊ້ກັບຜົມຕ່າງກໍ່ມີອອກມາໃຫ້ເລືອກໃຊ້ຫຼາຍຢີ່ຫໍ້ ດັ່ງນັ້ນເມື່ອໄປຊື້ແຕ່ລະເທື່ອຄວນອ່ານປ້າຍເພື່ອເບິ່ງສ່ວນປະສົມ, ສັບພະຄຸນ ແລະ ເລືອກອັນທີ່ເໝາະສົມກັບສະພາບຜົມກ່ອນ ວິທີງ່າຍນີ້ຈະຊ່ວຍໃຫ້ຜົມຂອງທ່ານບໍ່ມີບັນຫາ.

  1. ປ້ອງກັນຜົມເວລາລອຍນໍ້າ.

ສາວໆຄົນໃດທີ່ມັກໃນການລອຍນໍ້າຟັງໃຫ້ດີ ເພາະchlorine ໃນນໍ້າສາມາດເຮັດໃຫ້ຜົມທ່ານເສຍງ່າຍແບບຄິດບໍ່ເຖິງ ທາງທີ່ດີຄວນໃສ່ໝວກລອຍນໍ້າຕອນລົງສະລອຍນໍ້າ ເມື່ອຂຶ້ນມາແລ້ວກໍ່ໃຫ້ຟ້າວສະຜົມຢ່າງໄວ.

 

ແບ່ງປັນ