Breaking News

ອາຫານທີ່ຜູ້ຕິດເຊື້ອໂຄວິດຄວນຫຼີກລ້ຽງ ເພາະອາດເປັນອັນຕະລາຍໄດ້!!!

ແບ່ງປັນ

ສໍາລັບຜູ້ທີ່ຕິດເຊື້ອໂຄວິດ -19 ນອກຈາກຈະຕ້ອງກິນຢາພັກຜ່ອນໃຫ້ພຽງພໍແລ້ວ ອາການກໍເປັນເລື່ອງສໍາຄັນເພາະອາຫານບາງປະເພດອາດເຮັດໃຫ້ອາການຊຸດໂຊມລົງກ່ອນເກົ່າ ແລ້ວຈະມີອາຫານປະເພດໃດແນ່ທີ່ຄົນຕິດເຊື້ອໂຄວິດຄວນຫຼີກລ້ຽງມາເບີ່ງກັນເລີຍ!!!

ກ່ອນອື່ນຕ້ອງທໍາຄວາມເຂົ້າໃຈອາການຂອງຜູ້ຕິດເຊື້ອກ່ອນ ເຊິ່ງຈະແບ່ງອອກເປັນ 3 ກຸ່ມຄື

ກຸ່ມທີ1 ກຸ່ມທີ່ມີອາການໄອ, ເຈັບຄໍ, ມີນໍ້າມູກ ແລະ ເປັນຫອບເປັນເມື່ອຍ

ກຸ່ມທີ2 ອາຫານບໍ່ຍ່ອຍ, ປວດຮາກ, ມີລົມໃນກະເພາະອາຫານ ຫຼືຂັບຖ່າຍແຫຼວ

ກຸ່ມ 3 ມີອາການປວດເມື່ອຍ ແລະ ອ່ອນເພຍ

ອາຫານທີ່ເຮັດໃຫ້ອາການຊຸດໂຊມລົງສໍາລັບກຸ່ມທີ 1

ເຄື່ອງດື່ມແຊ່ເຢັນ ແລະ ເຄື່ອງດື່ມທີ່ມີລົດຫວານເຊັ່ນ ນໍ້າອັດລົມ, ເບຍ, ຊານົມ ເນື່ອງຈາກການຮັບປະທານອາຫານທີ່ມີລົດຫວານ ແລະ ເຢັນຈະເຮັດໃຫ້ອາການທີ່ເປັນຢູ່ເພີ່ມທະວີຂຶ້ນ

ອາຫານລົດຈັດ: ອາຫານມັນຈັດ, ຫວານຈັດ, ເຜັດ ມີເຄື່ອງເທດ, ເຄື່ອງແກງ

ອາຫານທີ່ມີນໍ້າມັນຫຼາຍ ຂອງທອດຕ່າງໆ ແລະ ອາຫານຟາດຟູດ

ເຂົ້າໜົມທີ່ມີຊີສ, ນົມ ຫຼືເນີຍ

ກຸ່ມອາຫານທີ່ຄວນຫຼີກລ່ຽງສໍາລັບກຸ່ມທີ 2

ຊີ້ນງົວ, ຊີ້ນໝູ, ຊີ້ນໄກ່ ແລະ ຊີ້ນເປັດ; ເຄື່ອງໃນສັດ, ອາຫານປະເພດປີ້ງ ແລະ ໝາກພ້າວ

ກຸ່ມອາຫານທີ່ຄວນຫຼີກລ່ຽງສໍາລັບກຸ່ມທີ 3

ອາຫານລົດຈັດ, ງົດອາຫານປະເພດນົມ, ໂຢເກີດ, ຊີສ, ໝາກໄມ້ສົດ ຫຼີກຫຼ່ຽງອາຫານປະເພດຍ່ອຍຍາກເຊັ່ນ ຊີ້ນຕິດມັນ, ອາຫານປະເພດທອດ.

A slice of hot pizza just from the oven with melted cheese dripping

ນອກຈາດນີ້ຍັງມີກຸ່ມອາຫານທີ່ເພີ່ມຄວາມສ່ຽງໃນການຕິດເຊື້ອ

ອາຫານໝັກດອງເຊັ່ນ ປາກແດກ, ປູດອງ… ອາຫານປະເພດປິ້ງ, ເຄື່ອງໃນສັດຕ່າງໆ, ອາຫານທີ່ບໍ່ໄດ້ຜ່ານການປຸງສຸກ ແລະ ອາຫານທີ່ບໍ່ສະອາດ.

ໝູ່ເພື່ອນຄົນໃດທີ່ຕິດເຊື້ອຢູ່ໃນເວລານີ້ຄວນປະຕິບັດຕາມ ແລະ ເລືອກກິນອາຫານທີ່ເໝາະສົມ, ຫຼີກລ່ຽງອາຫານທີ່ຈະເຮັດໃຫ້ມີຄວາມສ່ຽງ. ຂວັນໃຈກໍຂໍໃຫ້ທຸກຄົນທີ່ປະເຊີນກັບບັນຫານີ້ຢູ່ສູ້ໆ ແລະ ໃຫ້ແຂງແຮງໄວໆ…

ຂໍ້ມູນ: https://vichaivej-nongkhaem.com/

ແບ່ງປັນ