Breaking News

ອີກໜຶ່ງທາງເລືອກທີ່ບໍ່ຢາກໃຫ້ພາດ!! ກັບຮ້ານເຂົ້າປຸ້ນແຈ່ວຂີງ249

ແບ່ງປັນ

ມື້ນີ້ຂວັນໃຈພາໄປຊິມເມນູເດັດ! ເຂົ້າປຸ້ນແຈ່ວຂີງ… ທີ່ເຊື່ອວ່າຕ້ອງເປັນອາຫານຈານໂປດຂອງຫຼາຍໆຄົນ! ຄວາມຈິງແລ້ວກໍເປັນອາຫານທີ່ຫາກິນໄດ້ບໍ່ຍາກ ແຕ່ຈະຫາຮ້ານທີ່ເຮັດແຊບໄດ້ຖືກໃຈຄົງຈະບໍ່ແມ່ນງ່າຍຄືກັນ!

ແອບສົງໃສຢູ່ວ່າເປັນຫຍັງເຂົ້າປຸ້ນແຈ່ວຂີງຂອງຮ້ານນີ້ຄືແຊບ ໂດຍສະເພາະເສັ້ນເຂົ້າປຸ້ນຄືນຸ້ມແຮງ! ແອັດເລີຍໄດ້ສອບຖາມເຈົ້າຂອງຮ້ານມາເພີ່ນບອກວ່າ ເຂົ້າປຸ້ນທາງຮ້ານໄດ້ບີບໃໝ່ເສີບແບບສົດໆຮ້ອນໆທຸກມື້! ອົງປະກອບທຸກຢ່າງຄືຕ້ອງໃຊ້ມື້ຕໍ່ມື້ເທົ່ານັ້ນ (ເຮັດໃໝ່ທຸກມື້)ກໍວ່າແລະເປັນຫຍັງຈຶ່ງແຊບຂະໜາດນີ້ ແຖມຍັງລູກຄ້າເຕັມຕະຫຼອດ.

ຮ້ານນີ້ບໍ່ໄດ້ມີດີແຕ່ເຂົ້າປຸ້ນແຈ່ວຂີງເທົ່ານັ້ນຍັງມີເມນູຫຼາກຫຼາຍຢ່າງໃຫ້ໄດ້ເລືອກຊິມແບບອິ່ມອົກອິ່ມໃຈກັນເລີຍ ທີ່ສໍາຄັນແຕ່ລະເມນູຄືເດັດໆທັງນັ້ນ… ບໍ່ວ່າຈະເປັນປິ້ງໄກ່ທາປາແດກ, ຕໍາແຊບໆ, ແກງໜໍ່ໄມ້…

ນອກນັ້ນຍັງ ມີຕູບໄວ້ໃຫ້ລູກຄ້ານັ່ງແບບສະບາຍສະບາຍ (ທີ່ສໍາຄັນລາຄາບໍ່ແພງຈາ…) ຄືວ່າແຫຼະໃຊ້ຊີວິດຍຸກນີ້ກິນແຊບໄດ້ແຕ່ກໍຕ້ອງປະຢັດເງິນໃນກະເປົ໋າພ້ອມເນາະ!

ແບ່ງປັນ