ວັງວຽງຖືໄດ້ວ່າເປັນອີກໜຶ່ງເມືອງທ່ອງທ່ຽວຍອດນິຍົມ ແລະ ເດີນທາງສະດວກ ໃຊ້ເວລາບໍ່ດົນກໍໄປຮອດ ແຝງໄປດ້ວຍມົນສະເໜ່ຂອງທໍາມະຊາດ, ສາຍນໍ້າ ແລະ ອາກາດທີ່ແສນຈະສົດຊື່ນ ແບບພັກທັງທີສູດຫາຍໃຈໄດ້ເຕັມປອດ!!
ຄິດຈະໄປພັກຜ່ອນທັງທີເລື່ອງທີ່ພັກກໍສໍາຄັນບໍ່ແພ້ກັນເລີຍວ່າບໍ່?ມື້ນີ້ແອັດມິນຂວັນໃຈພາມາແນະນໍາທີ່ພັກ ທີ່ຈະເຮັດໃຫ້ການພັກຜ່ອນຂອງເຈົ້າ “ຄຸ້ມຄ່າ” ກັບວຽງທາລາ ວັງວຽງ ລີສອດViengTara VangVieng Resort
ບ່ອນນີ້ຕັ້ງຢູ່ຫ່າງຈາກສູນກາງ ຂອງໂຕເມືອງວັງວຽງບໍ່ໄກ ທີ່ພັກງາມບັນຍາກາດດີ ໂອບອ້ອມໄປດ້ວຍທົ່ງນາສີຂຽວ ແລະ ພູສາຍໝອກ!! ພຽງແຕ່ໄດ້ເຫັນກໍສະບາຍຕາແລ້ວມີທາງຍ່າງເປັນຂົວໄມ້ຍາວເປັນເອກະລັກ ມຸມພັກຜ່ອນກໍເຕີມພະລັງໃຫ້ເຮົາໄດ້ຫລາຍແລ້ວ! ລວມໄປເຖິງມຸມຖ່າຍຮູບເກ໋ໆຊຶມຊັບທໍາມະຊາດແບບສະໜິດຕິດແທດເລີຍ ພ້ອມນັ້ນບ່ອນນີ້ຍັງມີຫ້ອງອາຫານວິວທົ່ງນາ ແລະ ສິ່ງອໍານວຍຄວາມສະດວກຄົບ!
ໃນສ່ວນຂອງຫ້ອງພັກນັ້ນມີໃຫ້ເລືອກ 3 ແບບຄືຫ້ອງສຸບພິເລ່ຍ ດີລັກວິນລາ ຈູ່ເນ່ຍວິນລາ ຫ້ອງ ແລະ ວິນລາ ລວມມີອາຫານເຊົ້າສຳຫລັບ2ທ່ານ






ຂໍ້ມູນເພີ້ມຕື່ມ : ໂທ 020 56575111
Email: [email protected]ຕິດຕາມວຽງທາລາໄດ້ທີ່: https://www.facebook.com/ViengTaraResort
ຮູບພາບ: ViengTara VangVieng Resort