Breaking News

5 ກ້ອງໄລ້ສົດ 2022 ສໍາລັບຄົນເລີ່ມຕົ້ນ ດ້ວຍງົບພຽງ 15000-30000 ບາດ

ແບ່ງປັນ

ສໍາລັບໃຜທີ່ຢາກໄລ້ ຢາກເຮັດໃຫ້ໄລ້ອອກມາດີມີຄຸນນະພາບ ແບບເປັນມືອາຊີບ ແນ່ນອນວ່າກໍຕ້ອງຢາກໄດ້ກ້ອງດີໆຈັກເຄື່ອງທີ່ໃຊ້ງານງ່າຍ ຕອບໂຈດການເຮັດວຽກທັງເລື່ອງພາບ ແລະ ສຽງ ພ້ອມນັ້ນຍັງບໍ່ເກີນງົບທີ່ວາງໄວ້ ມື້ນີ້ຂວັນໃຈພາມາເບິ່ງ 5 ກ້ອງໄລ້ສົດ 2022 ສໍາລັບຄົນເລີ່ມຕົ້ນ ແລະ ເໝາະກັບງານລະດັບມືອາຊີບ ດ້ວຍງົບພຽງແຕ່ 15000-30000 ບາດ ມາເບິ່ງກັນເລີຍວ່າຈະມີລຸ້ນໃດແນ່…

  1. Sony ZV-1
    . ໂດດເດັ່ນທີ່ຂະໜາດນ້ອຍ, ພົກພາງ່າຍ ແລະ ພາບງາມຄົມຊັດ
    . ອໍໂຕ້ໂຟກັສແມ້ນ ຈັບໂຕແບບໄດ້ແມ່ນແຕ່ກໍາລັງເຄື່ອນໄຫວ
    . ໜ້າຈໍແບບ Clean HDMI ຄວາມລະອຽດ 4K HDR
    . ຊ່ອງຕໍ່ໄມ ແລະ ຫູຟັງເພື່ອຮອງຮັບການເຮັດວຽກທີ່ຕ້ອງການຄຸນນະພາບສຽງສູງຂຶ້ນ
    . ໄລ້ໄດ້ທັງແນວນອນ ແລະ ແນວຕັ້ງ
  1. Canon EOS M50 Mark II
    . ກ້ອງຂະໜາດນ້ອຍ, ກະທັດຮັດ ໃຊ້ງານງ່າຍ
    . ພາບງາມຄົມຊັດ ໃຫ້ລາຍລະອຽດສີສັນທີ່ຄົບຖ້ວນ
    . ໂຟກັສໄວເຖິງແມ່ນຈະເຄື່ອນທີ່ລະຫວ່າງໄລ້
    . ໜ້າຈໍແບບ Clean HDMI ຄວາມລະອຽດ 4K HDR
    . ໃຊ້ກັບໄມທີ່ທ່ານມັກໄດ້ ຕໍ່ໄມໂຄໂຟນ ດ້ວຍຊ່ອງສຽບໄມຂະໜາດ 3,5 ມມ
    . ໄລ້ໄດ້ທັງແນວນອນ ແລະ ແນວຕັ້ງ
  1. Panasonic Lumix G100
    . ກ້ອງທີ່ຮອງຮັບການເຮັດວຽກໄລ້ ແລະ ການ Vlog ຖືງ່າຍສະດວກ
    . ພາບງາມຄົມຊັດ, ຊົດເຊີຍແສງໄດ້ດີ
    . ມີລະບົບສຽງທີ່ມີຄວາມສະຫຼາດສະເພາະໂຕດ້ວຍລະບົບ OZO ຈາກ Nokia ທີ່ຈະບັນທຶກສຽງ ແລະ ຈັບຈັງວະການເວົ້າໄດ້
    . ໜ້າຈໍ Clean HDMI ຕໍ່ໄລ້ໃຊ້ງານໄດ້ໂດຍກົງກັບຄອມພິວເຕີ້ໄດ້ຢ່າງງ່າຍດາຍ
    . ໄລ້ໄດ້ທັງແນວນອນ ແລະ ແນວຕັ້ງ
  1. Sony ZV-E10
    . ຂະໜາດນ້ອຍ, ໃຊ້ງານງ່າຍ, ຟີເຈີການໃຊ້ງານດ້ານພາບ ແລະ ວີດີໂອຫລາຍ
    . ອໍໂຕ້ໂຟກັສແມ້ນ ຈັບການເຄື່ອນໄຫວໄດ້ແມ່ນແຕ່ເຄື່ອນໄຫວຢູ່ຕະຫຼອດເວລາ
    . ໂດດເດັ່ນທັງພາບ ແລະ ສຽງ ງ່າຍຕໍ່ການໃຊ້ງານ ທັງປຸ່ມກົດ, ການຈັບລະບົບຄວບຄຸມການເຮັດວຽກ
    . ໄລ້ໄດ້ແບບແນວຕັ້ງເພື່ອການແຊລົງໃນ Plat from ຍອດນິຍົມ
    . ໜ້າຈໍ Clean HDMI ຕໍ່ເຂົ້າ USB Streaming ພ້ອມທັງມີປຸ່ມ quick streaming ເພື່ອການເຮັດວຽກໄລ້ໄດ້ທັນທີ
  1. Canon EOS M50 (ພິເສດສໍາລັບຄົນງົບໜ້ອຍ)
    . ເປັນກ້ອງລຸ້ນເກົ່າແຕ່ຍັງຄົງໃຊ້ງານໄດ້ຢ່າງມີປະສິດທິພາບ
    . ອໍໂຕ້ໂຟກັສເຮັດວຽກໄດ້ໄວ
    . ໃຊ້ງານງ່າຍຕໍ່ເຂົ້າໃຊ້ງານກັບຄອມພິມເຕີ້ໄດ້
    . ໃຊ້ໄມເສີມໄດ້ ເພີ່ມຄຸນນະພາບສຽງໄດ້ຢ່າງທີ່ຕ້ອງການ

ຂໍ້ມູນ ແລະ ພາບ : Inwgadget

ແບ່ງປັນ