Breaking News

Travel

ສວນສະໜຸກ Lego land ເປັນສວນສະໜຸກແຫ່ງທີ 6 ຂອງໂລກ

      ສວນສະໜຸກ Lego land ເປັນສວນສະໜຸກແຫ່ງທີ 6 ຂອງໂລກ ແລະ ເປັນແຫ່ງທຳອິດໃນອາຊີ ຕັ້ງຢູ່ ISKANDAR ລັດ Johor Bahru  ປະເທດມາເລເຊຍ ທາງພາກໃຕ້ສຸດຂອງແຫຼມມາລາຍູ ຕິດກັບປະ ເທດສິງກະໂປ ເປັນສວນສະໜຸກສຳລັບຄອບຄົວ ແລະ ເດັກນ້ອຍອາຍຸ 2-12 ປີ ເຊິ່ງມີເຄື່ອງຫຼິ້ນຫຼາຍກວ່າ 40 ຊະນິດ ໃນເນື້ອທີ່ 34 ເຮັກຕາ ແບ່ງເປັນ 7 ໂຊນຄື: ໂຊນ The Begining ເປັນບໍລິເວນທາງເຂົ້າສວນສະໜຸກປະກອບດ້ວຍຮ້ານອາຫານ, ກາເຟ ແລະ ຮ້ານຂາຍເຄື່ອງທີ່ລະນຶກ. ໂຊນ Miniland ທີ່ມີ lego ປະກອບຕໍ່ກັນຂຶ້ນມາເປັນການຈຳລອງ ສະຖານທີ່ສຳຄັນຂອງປະເທດຕ່າງໆໃນອາຊີ ໂດຍໂຊນນີ້ຖືວ່າເປັນໂຊນເດັ່ນທີ່ພິເສດຂອງສວນສະໜຸກ ເພາະໄດ້ໃຊ້ເວລາສ້າງ 3 ປີ ແລະ …

Read More »

ຖໍ້າ “​ຟິງກັດ” – Scotland

ຖໍ້າ “ຟິງກັດ” ປະເທດສະກ໊ອດແລນ ຖໍ້າຟິງກັດ (Fingal), ປະເທດສະກ໊ອດແລນ (Fingal’s Cave, Scotland) ມີຄວາມໜ້າອັດສະຈັນຂອງຖໍ້າທີ່ປະກອບດ້ວຍ ຫີນນ້ອຍໃຫຍ່ທີ່ລຽງກັນສະຫລັບສັບຊ້ອນເປັນບ໊ອກໆ ຄ້າຍຄືມີຊ່າງຜູ້ປານີດບັນຈົງນຳໄປເນລະມິດວາງໄວ້ໂດຍສີມືຂອງມະນຸດທີ່ຊຳນິຊຳນານ ແຕ່ໃນຄວາມຈິງແລ້ວ ມັນເກີດຈາກລາວາທີ່ແຂງຕົວ ເຊິ່ງມັນເປັນຈຸດທີ່ໜ້າສົນໃຈວ່າ ເປັນຫຍັງ ? ມັນຈຶ່ງມີຮູບຊົງງົດງາມແບບນີ້ ຫຼາຍໆຄົນອາດບໍ່ຢາກໄປສຳພັດກັບຖໍ້າເພາະວ່າຖໍ້ານີ້ຢູ່ໃນໃຈກາງຂອງທະເລ ແຕ່ວ່ານັກທ່ອງທ່ຽວບາງຄົນທີ່ມັກໃນການຜະຈົນໄພຄົງຈະຕ້ອງຖືກໃຈບໍ່ຫຼາຍກໍໜ້ອຍເລີຍ. ຈະເຫັນໄດ້ວ່າແຕ່ລະປະເທດບໍ່ພຽງແຕ່ມີສະຖານທີ່ດັງໆມີຊື່ສຽງທີ່ເຮົາຮູ້ຈັກເທົ່ານັ້ນ ເພາະຖ້າລອງສຶກສາຂໍ້ມູນເບິ່ງດີໆແລ້ວ ເຮົາຈະພົບວ່າ ຍັງມີບ່ອນທີ່ເຮົາຈະໄປທ່ອງທ່ຽວອີກຫຼາຍໆບ່ອນ ທີ່ລໍຖ້າໃຫ້ເຮົາໄດ້ໄປສຳພັດ ແລະ ສິ່ງສຳຄັນ ມັນຍັງເປັນສະຖານທີ່ທີ່ງົດງາມເໜືອຈິນຕະນາການທີ່ເຮັດໃຫ້ເຮົາຢາກໄປພົບ ແລະ ສຳພັດຢູ່ຕະຫຼອດ ສຳລັບຄົນໃດທີ່ໄດ້ໄປແລ້ວ ຄວາມງົດງາມເຫລົ່ານີ້ ກໍຍັງຕິດຕາຝັງໃຈຈົນເຮັດໃຫ້ເຮົາຢາກໄປອີກຢູ່ສະເໝີ ອີກຢ່າງໜຶ່ງຫຼາຍຄົນທີ່ໄດ້ໄປເຫັນກັບຕານັ້ນ ລ້ວນອອກປາກຊົມວ່າ ຖໍ້າ Fingal ມີບ່ອນທີ່ຄ້າຍຄືກັບສາກຫຼັງໃນຮູບເງົາທີ່ສ້າງຊື່ສຽງກ້ອງໂລກ “ແຮ່ຣີ່ ພອດເຕີ” ຕອນເຈົ້າຊາຍເລືອດປະສົມ ນັ້ນເອງ.        

Read More »

ຫົວໃຈມໍລະກົດ ເທິງເກາະ Cocks comb

ຫົວໃຈມໍລະກົດ ເພັດນໍ້າງາມເທິງເກາະ Cocks comb ເກາະ Cocks comb ເປັນເກາະທີ່ຢູ່ທະເລອັນດາມັນ ປະເທດມຽນມ້າ ເຊິ່ງເກາະແຫ່ງນີ້ມີລັກສະນະເປັນເກາະຫີນປູນ ບໍ່ມີຊາຍຫາດ ກາງເກາະຈະເປັນອ່າງກວ້າງ ຄືກັບອ່າງພູເຂົ້າໄຟ ມີຮູນ້ອຍໆອ້ອມອ່າງເພື່ອໃຫ້ນໍ້າທະເລເຂົ້າໄປໄດ້ ຖ້າເບິ່ງຈາກບ່ອນສູງຈະເຫັນວ່າ ໃຈກາງຂອງເກາະຄ້າຍຄືກັບຮູບກາຫົວໃຈ ເມື່ອມີນໍ້າທະເລເຂົ້າໄປໃນ ອ້ອມຮອບແຕ່ລະປ່ອງດ້ວຍຕົ້ນໄມ້ສີຂຽວ ມັນຈະເຮັດໃຫ້ເຮົາເຫັນຮູບກາຫົວໃຈທີ່ໂດດເດັ່ນທີ່ສຸດຈົນໄດ້ຕັ້ງສາຍາຈາກຄົນທີ່ທ່ຽວຊົມວ່າ ເປັນ ເກາະຫົວໃຈມໍລະກົດ ເຊິ່ງຄົນຕ່າງປະເທດຈະຮູ້ດີໃນນາມ Hidden Lagoon. ນອກຈາກຄວາມມະຫັດສະຈັນ ໃນໃຈກາງຂອງເກາະທີ່ເປັນຮູບກາຫົວໃຈແລ້ວ ເກາະ Cocks comb ຍັງເປັນຈຸດທີ່ນັກດໍານໍ້ານິຍົມຊົມຊອບພາກັນມາດໍານໍ້າຕື່ມອີກ ຍ້ອນບໍລິເວນອ້ອມຮອບຂອງເກາະເຕັມໄປດ້ວຍປະກາລັງຫຼາກຫຼາຍຊະນິດທີ່ມີສີສັນສົດໃສສວຍງາມ ລວມທັງສັດໃນພື້ນນໍ້າທະເລ ເຊິ່ງຈະພົບເຫັນ ປານີໂມ ໄດ້ແບບງ່າຍໆ ນໍ້າບໍລິເວນນີ້ຈະມີສີຟ້າໃສຄ້າຍຄືກັບ ຄຼີດຕັ້ນ ທີ່ງົດງາມ ບໍ່ວ່າຈະລອຍໄປທາງໃດກໍສາມາດສໍາພັດໄດ້ເຖິງຄວາມສວຍງາມຂອງນໍ້າທະເລ ແລະ ໂລກໃນພື້ນທະເລ ເຊິ່ງສິ່ງທີ່ບໍ່ຄວນພາດທີ່ສຸດເມື່ອໄດ້ມາຢ້ຽມຢາມເກາະ ແຫ່ງນີ້ກໍຄື: ການລອຍຜ່ານຮູນໍ້າລອດ ເພື່ອເຂົ້າໄປໃນປາກປ່ອງຮູບກາຫົວໃຈ ເຊິ່ງນັກທ່ອງທ່ຽວຈະໄດ້ພົບເຫັນຄວາມສວຍງາມອີກຮູບແບບໜຶ່ງຂອງເກາະແຫ່ງນີ້ ກັບໜ້າຜາຫີນປູນທີ່ມີຄວາມສູງທີ່ໂດດເດັ່ນອ້ອມຮອບ ພ້ອມທັງມີຕົ້ນໄມ້ເຕີບໂຕໃຫຍ່ຂຶ້ນກັບໜ້າຜາເຫຼົ່ານັ້ນຈົນລາມລົງມາໃນນໍ້າທະເລ ໄລຍະທີ່ເລິກທີ່ສຸດຂອງລາກູນແຫ່ງນີ້ປະມານ 12-13 …

Read More »