Breaking News

Travel

ທ່ຽວຫຼວງພະບາງແບບ Slow Life ທີ່ຄ່ອຍໆເປັນຄ່ອຍໆໄປ ຊຶມຊັບກັບບັນຍາກາດອ້ອມຮອບຕົວ

ປັດຈຸບັນນີ້ ກະແສການທ່ອງທ່ຽວແບບຊ້າໆ ຄ່ອຍໆເປັນຄ່ອຍໆໄປ ຊຶມຊັບກັບບັນຍາກາດອ້ອມຮອບຕົວ ຫຼື ທີ່ເພິ່ນເອີ້ນວ່າ ການໃຊ້ຊິວິດ ແບບ “Slow Life” ກຳລັງໄດ້ຮັບຄວາມນີຍົມຫຼາຍຂຶ້ນໃນກຸ່ມນັກທ່ອງທ່ຽວ ທີ່ຢາກຊອກຫາແຫຼ່ງທ່ອງທ່ຽວທີ່ສະຫງົບ ປ່ອຍໂຕ ປ່ອຍໃຈໄປນຳບັນຍາກາດທຳມະຊາດ ແລະຫຼີກໜີຈາກຄວາມວຸ້ນວາຍໃນຕົວເມືອງ. ສະບັບນີ້ ອິນດີ້ພາທ່ຽວ ຈະມາເລົ່າປະສົບການເດີນທາງສູ່ເມືອງແຫ່ງຄວາມ Slow Life ນັ້ນກໍ່ຄື ຫຼວງພະບາງເມືອງມໍລະດົກໂລກ ທີ່ດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາສຳຜັດກັບ ວິຖີຊີ​ວິດອັນລຽບງ່າຍ, ເຮືອນຊານບ້ານຊ່ອງອັນເປັນເອກກະລັກ ແລະ ວັດວາອາຮາມທີ່ຍັງຄົງອານຸລັກຄວາມເກົ່າແກ່ ແລະດັ້ງເດີມໄວ້ໄດ້ເປັນຢ່າງດີ. ໃນການເດີນທາງໄປຫຼວງພະບາງໃນ Trip ນີ້ ພວກເຮົາມີເວລາຈຳກັດເລີຍເລືອກເດີນທາງໄປດ້ວຍຍົນ ເຊິ່ງພວກເຮົາຈອງໄດ້ທ່ຽວບິນ ເວລາ 6:00 ໂມງແລງ ເນື່ອງຈາກວ່າຖ້ຽວອື່ນເຕັມ. ແນະນຳເລີຍຖ້າໃຜຈະໄປຫຼວງພະບາງ ໃຫ້ຈອງປີ້ຍົນລ່ວງໜ້າຫຼາຍໆມື້ ເພາະສ່ວນຫຼາຍຕອນເຊົ້າແລະບ່າຍມັກຈະເຕັມ. ຈາກສະໜາມບິນວັດໄຕ ເຖິງຫຼວງພະບາງໃຊ້ເວລາພຽງ 45 ນາທີ ກໍ່ຮອດແລ້ວ ໜ້າສະໜາມບິນກໍ່ມີລົດຕູ້ຮັບສົ່ງເຂົ້າຕົວເມືອງ ລາຄາຢູ່ທີ່ ຈຸດລະ 50,000 ກີບ …

Read More »

ໄປນໍາກັນບໍ່? ໄປໃຊ້ຊີວິດຢູ່ກັບທໍາມະຊາດ, ໄປເປັນ Tarzan ກາງປ່າ ແລ້ວລອງຕັດຂາດຈາກໂລກພາຍນອກຊົ່ວຄາວ!

ຈັດກະເປົ໋າ ກຽມຊຸດລຸຍໆໄວ້ໃຫ້ພ້ອມ ເພາະເຮົາຈະພາໄປພະຈົນໄພ ໄປໃຊ້ຊີວິດຢູ່ກາງປ່າ ຮ້ອງ ໂຫ່ ຮີ້ວ ໂຫ້ ແບບທາຊານ ຫ້ອຍໂຫນຜ່ານປ່າໄມ້ ບໍ່ຕ້ອງຍ່າງໃຫ້ເມື່ອຍ ນອນຟັງສຽງນ້ຳຕົກເທິງເຮືອນຕົ້ນໄມ້ ໃຊ້ຊີວິດແບບບໍ່ມີສັນຍານໂທລະສັບ ຕັດຂາດຈາກໂລກພາຍນອກ ຫ່າງໄກຈາກ Comfort Zone ແບບສຸດໆ.  ສະບັບນີ້  ອິນດີ້ພາທ່ຽວ ຈະພາສາວໆຂວັນໃຈ ຜູ້ທີ່ຮັກມັກໃນການທ່ອງທ່ຽວ ໂດຍສະເພາະແມ່ນສາວຂາເລາະແນວພະຈົນໄພໄປຮູ້ຈັກກັບກິດຈະກຳໂຫນຊິບລາຍ (Zipline) ທີ່ ປ່າສະຫງວນດົງຫົວສາວ ເມືອງປາກຊ່ອງ ແຂວງຈຳປາສັກ ກັບ Tree top explorer ເຊິ່ງບ່ອນໂຫນສະລິງທີ່ດີທີ່ສຸດ ລຳດັບຕົ້ນໆຂອງເອເຊຍເລີຍກໍ່ວ່າໄດ້ ເວົ້າສ່ຳນີ້ກໍ່ໜ້າສົນໃຈແລ້ວແມ່ນບໍ່? ພ້ອມແລ້ວກໍ່ໄປລຸຍກັບພວກເຮົາເລີຍ! ກ່ອນອື່ນພວກເຮົາຈອງ Trip ນີ້ຜ່ານ website ຂອງ Tree Top Explorer ກ່ອນ ໂດຍພາຍໃນເວັບກໍ່ຈະມີໂປຼແກຼມພະຈົນໄພຫຼາຍແບບຫຼາຍລາຄາໃຫ້ເລືອກ ແລ້ວແຕ່ກຳລັງຊັບ 5555 ສຳຫຼັບທຼິບນີ້ພວກເຮົາເລືອກ Packet …

Read More »

ໄປທ່ອງທ່ຽວ ເມືອງມໍລະດົກໂລກ ທັ້ງທີ ຕ້ອງໄປໃສແດ່? ໃຫ້ຄຸ້ມຄ່າ…

ຄໍລໍາ: Traval ພົບກັບສະຖານທີ່ທ່ອງທ່ຽວທີ່ງົດງາມຈົນຕ້ອງຕະລຶງຫຼາຍໆແຫ່ງ ຈາກເມືອງ ມໍລະດົກໂລກ ແຂວງຫຼວງພະບາງ, ເມື່ອທ່ານໄປຫຼວງພະບາງຫ້າມພາດສໍາລັບສະຖານທີ່ ທີ່ຂວັນໃຈເອົາມາແນະນໍາໃນສະບັບນີ້ ແລ້ວທ່ານຈະບໍ່ພາດຈາກການໄດ້ສໍາພັດກັບສະຖານທີ່ທ່ອງທ່ຽວທີ່ງົດງາມ ແລະ ໜ້າປະທັບໃຈທີ່ສຸດ ແລະ ທີ່ສໍາຄັນເປັນການເອົາໃຈເປັນພິເສດສໍາລັບນັກທ່ອງທ່ຽວສາຍປະຢັດກັບການແນະນໍາຮ້ານອາຫານບຸບເຟລາຄາຖືກ ພຽງແຕ່ 15,000 ກີບ ເທົ່ານັ້ນວ່າຊັ້ນ!!. ຫ້າມພາດເລີຍ ສໍາລັບຂໍ້ມູນດີໆແບບນີ້ຊອກອ່ານເລີຍ ວາລະສານຂວັນໃຈ ສະບັບເດືອນ ເມສາ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ນໍ້າຕົກຕາດທີ່ມີຄວາມງົດງາມຂອງແຂວງອຸດົມໄຊ

ມື້ນີ້ທີມງານ ເວັບໄຊຂວັນໃຈ ຂໍແນະນໍາທຸກທ່ານໄປທ່ຽວຊົມແຂວງອຸດົມໄຊ, ແຂວງອຸດົມໄຊ ເປັນອີກແຂວງໜຶ່ງຂອງລາວທີ່ມີສະຖານທີ່ທ່ອງທ່ຽວຫຼາຍໆແຫ່ງທີ່ມີຄວາມສວຍງາມ ແລະ ໜຶ່ງໃນກໍ່ແມ່ນນໍ້າຕົກຕາດຕະແລ ທີ່ຕັ້ງຢູ່ ເມືອງຮຸນ ແຂວງອຸດົມໄຊ. ນໍ້າຕົກຕາດຕະແລເປັນນໍ້າຕົກຕາດທີ່ຕັ້ງຢູ່ຫ່າງຈາກເທດສະບານເມືອງຮຸນໄປບໍ່ໄກ, ເສັ້ນທາງໃນການເຂົ້າໄປຫາຕາດນັ້ນຈະເປັນທາງດິນແດງ ນໍ້າຕົກຕາດແຫ່ງນີ້ຈະມີຫຼາຍໆຊັ້ນຄ້າຍຄືກັບຂັ້ນໄດ ແລະ ມີລັກສະນະຄ້າຍຄືນໍ້າຕົກຕາດກວ້າງຊີ ແລະ ຕາດແສ້ ທີ່ແຂວງຫຼວງພະບາງ ແຕ່ແທ້ຈິງແລ້ວນີ້ແມ່ນ “ ນໍ້າຕົກຕາດຕະແລ ” . ນ້ຳຕົກຕາດຕະແລ ແຫ່ງນີ້ ມີຕຳນານເລົ່າຂານປາກຕໍ່ປາກສືບຕໍ່ກັນມາວ່າ: ແຕ່ປາງກ່ອນມີບ່າວເງືອກຜູ້ໜຶ່ງຊື່ວ່າ ທ້າວ ພັກ ໄດ້ລົງໄປຫຼິ້ນບຸນຢູ່ຫຼວງພະບາງ, ໄປເຫັນສາວເງືອກຜູ້ໜຶ່ງ ຊື່ວ່າ ນາງ ຄຳຜີວ ທີ່ອາໄສຢູ່ນ້ຳຄານ ທ້າວພັກ ເກີດມີຄວາມຮັກມັກກັບ ນາງຄຳຜີວ ແລະ ໄດ້ລັກເອົານາງຄຳຜີວ ມານຳ, ຕໍ່ຈາກນັ້ນມາ ມີບ່າວເງືອກຄົນໜຶ່ງ ທີ່ຢູ່ຫຼວງພະບາງທີ່ເຄີຍຮັກມັກກັບ ນາງຄຳຜິວ ມາກ່ອນໜ້ານີ້ ໄດ້ນຳມາເອົານາງຄຳຜິວຄືນ ແລະ ເກີດມີການຕໍ່ສູ້ກັນ, ສ່ວນທ້າວພັກ …

Read More »

ຄິດອກແລ້ວບໍ່? ວັນພັກຍາວປີໃໝ່ນີ້ຈະພາຄົນຮັກ, ຄອບຄົວໄປຫຼີ້ນໃສ? ຖ້າຍັງຄິດບໍ່ອອກມາເບີ່ງ!!

ຄໍລໍາ: Traval: ປີໃໝ່ນີ້ມີແຜນພາຄອບຄົວ, ຄົນຮັກໄປຫຼີ້ນໃສແລ້ວບໍ່ ຖ້າຄິດສະຖານທີ່ຍັງບໍ່ອອກ ໄປຫຼີ້ນວັງວຽງນໍາກັນບໍ່ ໄປປີນຜາເງິນທີ່ສຸງຈົນແນມເຫັນພູຕ່າງໆໄດ້, ໄປນັ່ງຊິວເບີ່ງບັນດາ ໂອບປ້າ ພາຍເຮືອຄາຍັກ (ເປັນອາຫານຕາ), ໄປກິນອາຫານປອດສານຜິດ, ໄປຫຼີ້ນບາທີ່ມີແຕ່ຄົນຕ່າງປະເທດເປັນສ່ວນຫຼາຍ ຖ້າຢ້ານບໍ່ແນ່ໃຈສະຖານທີ່ ແນະນໍາຈັບວາລະສານຂວັນໃຈ ສະບັບເດືອນ ມີນາ ໄປພ້ອມຮັບຮອງວ່າ ໄດ້ທ່ຽວຄົບແບບບໍ່ພາດສະຖານທີ່ດີໆຢ່າງແນ່ນອນ ສໍາລັບວາລະສານ ຂວັນໃຈ ສະບັບເດືອນ ມີນານີ້ ສາມາດຊອກຊື້ໄດ້ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »