ຄໍລໍາ: Travel ຈະມາຊວນສາວໆສາຍທໍາມະຊາດ ແພັກກະເປົາ ແບກເປ້ໄປນອນເຕັ້ນ ເຊວຟີ້ກັບສະຕໍເບີຣີ… ໃນບັນຍາກາດປາຍຝົນຕົ້ນໜາວນີ້ ຂວັນໃຈມາຊວນສາວໆສາຍທໍາມະຊາດ ແພັກກະເປົາ ແບກເປ້ໄປນອນເຕັ້ນ ເຊວຟີ້ກັບສະຕໍເບີຣີ ດ້ວຍຄ່າໃຊ້ຈ່າຍຫຼັກແສນກີບ ແຕ່ມ່ວນສຸດຄຸ້ມເກີນລາຄາແນ່ນອນ ດ້ວຍວິວຫຼັກລ້ານທີ່ທ່ານບໍ່ຄວນພາດເລີຍ! ຖ້າຢາກຮູ້ວ່າເຮົາຈະພາໄປໃສແດ່ ຄ່າໃຊ້ຈ່າຍເທົ່າໃດເພື່ອບໍ່ໃຫ້ໃຜຕົວະຊອກມາອ່ານ ແລະຮູ້ຈັກກ່ອນໄປໄດ້ໃນ ວາລະສານຂວັນໃຈ ສະບັບເດືອນທັນວາ 2017 ມີຈໍາໜ່າຍຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.
Read More »Travel
ໃຜທີ່ເປັນສາຍກິນ ສາຍແອັບ ສາຍ Selfie ບໍ່ມີໃຜຈະບໍ່ຮູ້ຈັກ “ຮ້ານອາຫານ Day 2 Night”
ຮ້ານອາຫານທີ່ກຳລັງມາແຮງສຸດໆໃນຕອນນີ້ ເພາະບໍ່ວ່າຈະເປັນ ດາລາ, ນັກສະແດງ, ເຫຼົ່າເຊເລັບ (Celebrities) ຄົນດັງໃນລາວ ໃຜໆກໍພາກັນໄປເຊັກອິນ (Check-in) ນັ່ງຫຼິ້ນຢູ່ຮ້ານນີ້ເປັນປະຈຳນັ້ນກໍຄື: ຮ້ານອາຫານເດທູໄນ້ (Day 2 Night) ໃຜທີ່ເປັນສາຍກິນ ສາຍແອັບ ສາຍເຊວຟີ້ (Selfie) ໃນນະຄອນຫຼວງວຽງຈັນ ບໍ່ມີໃຜຈະບໍ່ຮູ້ຈັກ ເຖິງແມ້ວ່າຮ້ານເພິ່ນຫາກໍເປີດບໍລິການບໍ່ຮອດປີ ຍັງມີຄົນຮູ້ຈັກຫຼາຍຂະໜາດນີ້ ບໍ່ທຳມະດາເລີຍແມ່ນບໍ່? ຂວັນໃຈ ເຮົາຈະພາດໄດ້ແນວໃດ ກໍຕ້ອງຮີບເກາະກະແສ ຊອກເຊາະແຊະໄປສອດສ່ອງມາແນະນຳໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ!!! ກ່ອນອື່ນມາຮູ້ຈັກກັບເຈົ້າຂອງຮ້ານຄົນງາມ ອາດີດ ສາວແອໂຮສເຕສ (Air hostess) ສາຍການບິນເອວາ (EVA Airways) ຂອງປະເທດໄຕ້ຫວັນ ນາງຊື່ວ່າສາວ “ການ” ຖືສັນຊາດໄທ ເຊື້ອສາຍລາວ-ຫວຽດນາມ ໄດ້ມາເລົ່າເຖິງແຮງບັນດານໃຈ ແລະ ຈຸດເລີ່ມຕົ້ນຂອງຮ້ານເດທູໄນ້ (Day 2 Night) ໃຫ້ຟັງວ່າ: ສາວການ ເລີ່ມຈາກຄວາມມັກຮັກການໃຊ້ຊີວິດຢູ່ ນະຄອນຫຼວງວຽງຈັນ …
Read More »ຕ້ອນຮັບປີທ່ອງທ່ຽວລາວ 2018 “ພາທ່ຽວ ແລະ ສຳຜັດມົນສະເໜ່ເມືອງເກົ່າ ແຂວງ ສະຫວັນນະເຂດ”
“ສຳຜັດມົນສະເໜ່ເມືອງເກົ່າ ວິຖີຊີວິດຕາມລ້ອງແມ່ນໍ້າຂອງ ທີ່ເມືອງ ໄກສອນ ພົມວິຫານ” ການທ່ອງທ່ຽວຖືວ່າເປັນອີກທາງເລືອກໜຶ່ງໃນການພັກຜ່ອນສຳລັບຄົນໃນຍຸກປັດຈຸບັນ ໃນຍຸກທີ່ການນຳໃຊ້ໂລກໂຊຊ້ຽວເປັນສື່ກາງອັນດັບຕົ້ນໆ ແລະ ສິ່ງທີ່ຂາດບໍ່ໄດ້ຄືການຖ່າຍຮູບເພື່ອອັບຂື້ນໂລກໂຊຊ້ຽວບໍ່ວ່າເປັນ Facebook ແລະ Instagram ແລະອື່ນໆ ສະແດງເຖິງ life style ຂອງແຕ່ລະຄົນເພື່ອຖ່າຍທອດເລື່ອງລາວຜ່ານຮູບຖ່າຍ. ຂວັນໃຈ ຈະພາທຸກຄົນໄປຄົ້ນພົບມຸມມອງໃໝ່ໆທີ່ແປກຕາ ແລະ ມົນສະເໜ່ຂອງເມືອງເກົ່າ, ອາຫານທ້ອງຖິ່ນຕາມລ່ອງແມ່ນ້ຳຂອງທີ່ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ. ຄວາມຮຸ່ງເຮືອງໃນອະດີດ “ຖ້າຢາກຮູ້ເລື່ອງລາວໃນອະດີດຂອງແຕ່ລະຍຸກ ແຕ່ລະສະໄໝ ໃຫ້ເບິ່ງຈາກເຮືອນຊານບ້ານຊ່ອງ ເຄື່ອງໃຊ້ຂອງຊ້ອຍ” ຄວາມໂດດເດັ່ນຂອງຕົວເມືອງໄກສອນພົມວິຫານ ໃນອີກມຸມໜຶ່ງທີ່ຫຼາຍໆຄົນອາດຈະຍັງບໍ່ຄ່ອຍຮູ້ແມ່ນຄວາມງົດງາມທາງດ້ານສະຖາປັດຕະຍະກຳແບບຕາເວັນຕົກແບບ “Colonial” ໃນສະໃໝທີ່ຝຮັ່ງປົກຄອງ ເຊິ່ງອາຄານຕ່າງໆເຫຼົ່ານີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງວັນເວລາທີ່ລ່ວງເລີຍມາເທົ່ານັ້ນ ຫາກແຕ່ຍັງໃຫ້ເຫັນເຖິງຄວາມສີວິໄລ ແລະ ຈະເລີນຮຸ່ງເຮືອງໃນອະດີດອີກດ້ວຍ. ສຳລັບເຮືອນເກົ່າທີ່ເບິ່ງແລ້ວສະດຸຕາສຸດໆກໍ່ຄົງຈະເປັນຮ້ານ Souksavan cafe & Brito ເປັນຮ້ານນ້ອຍໆ ໜ້າຮັກຕົກແຕ່ງດ້ວຍເຄື່ອງໃຊ້ຂອງສອຍໃນອາດີດເຂົ້າກັບບັນຍາກາດຕຶກເກົ່າຂອງຮ້ານ ທີ່ໂດດເດັ່ນເລີຍຄືຝາພະຫນັງຂອງຮ້ານທີ່ເປັນກຳແພງປູກແຕກລະແຫງຈົນເຫັນດິນຈີ່ທາງໃນ ຖືວ່າເປັນຈຸດແລນມາກເລີຍກໍ່ວ່າໄດ້ທີ່ໃຜມາກໍ່ຕ້ອງມາຖ່າຍຮູບຫີບສະເຕີຢູ່ຝານີ້ ຕະຫຼາດລາຕີ ຈຸດນັດພົບຍາມຄ່ຳຄືນ ຫຼັງຈາກຂັບລົດເລາະເບິ່ງຕາເວັນຕົກແຄມຂອງແລ້ວກິດຈະກຳຍອດຮິດ ຂອງຄົນເມືອງໄກສອນອີກໜຶ່ງຢ່າງກໍ່ຄືການນັດພົບກັນທີ່ຕະຫລາດລາຕີ …
Read More »ຊີວິດນີ້ຕ້ອງໄປໃຫ້ເຫັນກັບຕາ…ເມືອງງອຍ ເມືອງແຫ່ງຄວາມ Slow Life ເຕັມໄປດ້ວຍສາຍໝອກ ແລະ ພູເຂົາ!!!
ຂວັນໃຈ ເຮົາໄດ້ນຳສະເໜີເລື່ອງລາວຂອງ ເມືອງແຫ່ງຄວາມ Slow Life ຫຼວງພະບາງ ໄປແລ້ວໃນເທື່ອກ່ອນ, ມາມື້ນີ້ຈະພາແຟນໆຂວັນໃຈມາຕອກຢ້ຳຄວາມ Slow Life ຂອງແຫ່ງນີ້ຕື່ມອີກ ໂດຍການພາໄປ ນອນກອດໝອກ ສູດເອົາໂອໂຊນ (Ozone) ບໍລິສຸດໃຫ້ເຕັມປອດທີ່ ເມືອງງອຍ, ຂຶ້ນຊື່ວ່າແຂວງຫຼວງພະບາງ ເມືອງມໍລະດົກໂລກ ທີ່ໄດ້ຊື່ວ່າເປັນເມືອງທ່ອງທ່ຽວອັນດັບ 1 ຂອງປະເທດລາວ ທີ່ໃຜໆກໍນຶກເຖິງ ເມື່ອຢາກພັກຜ່ອນທ່າມກາງຄວາມ Classic ທີ່ປະສົມປະສານລະຫວ່າງວັດທະນະທຳຕາເວັນຕົກ ແລະ ຕາເວັນອອກໄດ້ຢ່າງລົງຕົວ. ເຊິ່ງນອກຈາກຄວາມອຸດົມສົມບູນທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມແລ້ວ ອີກສິ່ງໜຶ່ງທີ່ຈະບໍ່ເວົ້າເຖິງບໍ່ໄດ້ເລີຍແມ່ນ ຄວາມອຸດົມສົມບູນທາງດ້ານທຳມະຊາດ. ດ້ວຍຄວາມທີ່ແຂວງຫຼວງພະບາງຕັ້ງຢູ່ທ່າມກາງພູເຂົາອ້ອມຮອບ ຈິ່ງເຮັດໃຫ້ມີແຫຼ່ງທ່ອງທຽວທາງທຳມະຊາດຫຼາຍແຫ່ງ ແລະ ເມືອງງອຍກໍ່ເປັນອີກເມືອງໜຶ່ງທີ່ໜ້າສົນໃຈ ສາວໃດທີ່ມາຮອດແຂວງຫຼວງພະບາງແລ້ວ ບໍ່ມາເມືອງນີ້ຖືວ່າພາດຢ່າງແຮງ ການເດີນທາງ ເລີ່ມຈາກເມືອງຫຼວງພະບາງເລີຍ ເມື່ອອອກຈາກທີ່ພັກ ເຮົາກໍໄປທີ່ຄິວລົດສາຍເໜືອເພື່ອຂຶ້ນລົດໄປເມືອງງອຍ ລາຄາປີ້ໂດຍສານແມ່ນ 50,000 ກີບ/ຄົນ ເພາະມີລົດຫຼາຍສາຍຜ່ານເມືອງງອຍ ເຊິ່ງສ່ວນຫຼາຍຈະແລ່ນແຕ່ຕອນເຊົ້າ ຮອດທ່ຽງເທົ່ານັ້ນ ຫຼືຖ້າໃຜຢາກກິນລົມຊົມວິວເຊົ່າລົດຈັກຂັບໄປເອງກໍບໍ່ວ່າກັນ. ຄ່າເຊົ່າລົດຈັກຈາກເມືອງຫຼວງພະບາງອອກນອກເມືອງ ລາຄາປະມານ …
Read More »ນໍ້າຕົກຕາດຟານ ເປັນນໍ້າຕົກຕາດສອງສາຍທີ່ໄຫຼມາຈາກພູຟາກກົງກັນຂ້າມ ຕົກຂະໜານກັນລົງໄປສອງສາຍ ເຊິ່ງມີຄວາມສວຍງາມສະຫງ່າ ແລະຍິ່ງໃຫຍ່ຫຼາຍ
ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ແລະອາຍໝອກ ສະບັບນີ້ ອິນດີ້ພາທ່ຽວ ຂໍເອົາໃຈສາວໆຂາລຸຍທີ່ຮັກໃນການທ່ອງທ່ຽວ ແລະ ຮັກໃນທຳມະຊາດທັງຫຼາຍ ໂດຍການພາຂີ່ລົດຈັກສຳຜັດກັບທຳມະຊາດ ແລະ ຜູ້ຄົນສອງຂ້າງທາງ ເລາະອາບນໍ້າຕົກໄປເລື້ອຍໆ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ພາກໃຕ້ຂອງລາວເຮົາ ເປັນທີ່ຮູ້ກັນດີວ່າ ປາກຊ່ອງບໍລະເວນ ເປັນເມືອງແຫ່ງກາເຟທີ່ປູກຈາກດິນພູເຂົາໄຟ ເຊິ່ງມີຄວາມອຸດົມສົມບູນຫຼາຍໆຢ່າງ ພູເຂົາສະຫຼັບຊັບຊ້ອນ ແລະ ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງ ທີ່ໂດດເດັ່ນອີກໜຶ່ງຢ່າງນັ້ນກໍຄືນໍ້າຕົກຕາດເຊິ່ງຢັ່ງຢາຍກັນຢູ່ຫຼາຍບ່ອນ ແລະ ແຕ່ລະບ່ອນແມ່ນຢູ່ໃກ້ໆກັນເຮັດໃຫ້ເຮົາຂີ່ລົດຈັກເລາະຢ່າງສະບາຍເລີຍ. ເລີ່ມຕົ້ນ Trip ນີ້ຂອງພວກເຮົາ ໂດຍການຫາທີ່ພັກໃນຕົວເມືອງປາກເຊກ່ອນ ແນະນໍາໃຫ້ຫາທີ່ພັກໃກ້ໆກັບບ່ອນເຊົ່າລົດຈັກ ເຊິ່ງບາງໂຮງແຮມຈະມີບໍລິການໃຫ້ເຊົ່າລົດຈັກນຳ ຈະຊ່ວຍເພີ່ມຄວາມສະດວກໃຫ້ເຮົາໄດ້ຫຼາຍຂຶ້ນຕື່ມ, ຕື່ນເຊົ້າ ພວກເຮົາກໍຕ້ອງເຕີມພະລັງກ່ອນອອກເດີນທາງດ້ວຍເຂົ້າປຽກເສັ້ນຮ້ານດັງ ທີ່ຢູ່ບໍລິເວນໂຮງໜັງເກົ່າ ຫຼັງຈາກກິນເຕັມອີ່ມແລ້ວເຮົາກໍເລີ່ມອອກເດີນທາງ ມຸ່ງໜ້າໄປເມືອງປາກຊ່ອງທັນທີ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ ນັ້ນກໍຄືການອອກໄປລ່ານໍ້າຕົກຕາດ ແຕ່ໃນລະຫວ່າງສອງຟາກທາງກ່ອນຈະຮອດນໍ້າຕົກນັ້ນ ເຮົາເຫັນຊາວບ້ານນຳເອົາເຄື່ອງຫັດຖະກຳຕ່າງໆມາວາງຂາຍ ແລະ ໝາກໄມ້ຕາມລະດູການຢ່າງຫຼວງຫຼາຍ ໂດຍສະເພາະໝາກຖົ່ວລຽນ ແລະ …
Read More »