Breaking News

ຊີວິດນີ້ຕ້ອງໄປໃຫ້ເຫັນກັບຕາ…ເມືອງງອຍ ເມືອງແຫ່ງຄວາມ Slow Life ເຕັມໄປດ້ວຍສາຍໝອກ ແລະ ພູເຂົາ!!!

ແບ່ງປັນ

ຂວັນໃຈ ເຮົາໄດ້ນຳສະເໜີເລື່ອງລາວຂອງ ເມືອງແຫ່ງຄວາມ Slow Life ຫຼວງພະບາງ ໄປແລ້ວໃນເທື່ອກ່ອນ, ມາມື້ນີ້ຈະພາແຟນໆຂວັນໃຈມາຕອກຢ້ຳຄວາມ Slow Life ຂອງແຫ່ງນີ້ຕື່ມອີກ ໂດຍການພາໄປ ນອນກອດໝອກ ສູດເອົາໂອໂຊນ (Ozone) ບໍລິສຸດໃຫ້ເຕັມປອດທີ່ ເມືອງງອຍ, ຂຶ້ນຊື່ວ່າແຂວງຫຼວງພະບາງ ເມືອງມໍລະດົກໂລກ ທີ່ໄດ້ຊື່ວ່າເປັນເມືອງທ່ອງທ່ຽວອັນດັບ 1 ຂອງປະເທດລາວ ທີ່ໃຜໆກໍນຶກເຖິງ ເມື່ອຢາກພັກຜ່ອນທ່າມກາງຄວາມ Classic ທີ່ປະສົມປະສານລະຫວ່າງວັດທະນະທຳຕາເວັນຕົກ ແລະ ຕາເວັນອອກໄດ້ຢ່າງລົງຕົວ. ເຊິ່ງນອກຈາກຄວາມອຸດົມສົມບູນທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມແລ້ວ ອີກສິ່ງໜຶ່ງທີ່ຈະບໍ່ເວົ້າເຖິງບໍ່ໄດ້ເລີຍແມ່ນ ຄວາມອຸດົມສົມບູນທາງດ້ານທຳມະຊາດ. ດ້ວຍຄວາມທີ່ແຂວງຫຼວງພະບາງຕັ້ງຢູ່ທ່າມກາງພູເຂົາອ້ອມຮອບ ຈິ່ງເຮັດໃຫ້ມີແຫຼ່ງທ່ອງທຽວທາງທຳມະຊາດຫຼາຍແຫ່ງ ແລະ ເມືອງງອຍກໍ່ເປັນອີກເມືອງໜຶ່ງທີ່ໜ້າສົນໃຈ ສາວໃດທີ່ມາຮອດແຂວງຫຼວງພະບາງແລ້ວ ບໍ່ມາເມືອງນີ້ຖືວ່າພາດ​ຢ່າງ​ແຮງ


ການເດີນທາງ ເລີ່ມຈາກເມືອງຫຼວງພະບາງເລີຍ ເມື່ອອອກຈາກທີ່ພັກ ເຮົາກໍໄປທີ່ຄິວລົດສາຍເໜືອເພື່ອຂຶ້ນລົດໄປເມືອງງອຍ ລາຄາປີ້ໂດຍສານແມ່ນ 50,000 ກີບ/ຄົນ  ເພາະມີລົດຫຼາຍສາຍຜ່ານເມືອງງອຍ ເຊິ່ງສ່ວນຫຼາຍຈະແລ່ນແຕ່ຕອນເຊົ້າ ຮອດທ່ຽງເທົ່ານັ້ນ ຫຼືຖ້າໃຜຢາກກິນລົມຊົມວິວເຊົ່າລົດຈັກຂັບໄປເອງກໍບໍ່ວ່າກັນ. ຄ່າເຊົ່າລົດຈັກຈາກເມືອງຫຼວງພະບາງອອກນອກເມືອງ ລາຄາປະມານ 200,000 ກີບ/ມື້ ຈາກການສອບຖາມໂຊເຟີ້ໄດ້ຄວາມວ່າ ໄລຍະທາງຈາກ ເມືອງຫຼວງພະບາງ-ເມືອງງອຍ ປະມານ 140 ກິໂລແມັດ ນັ່ງໆນອນໆ ຍາວໆເລີຍ ຫົນທາງຂ້ອນຂ້າງດີ ວິວລະຫວ່າງທາງກໍ່ດີບໍ່ແພ້ກັນ ຈະເຫັນພູເຂົານ້ອຍໃຫຍ່ສະຫຼັບກັບທົ່ງນາ ເຫັນເຮືອນຊາວບ້ານຕາມແຄມທາງເປັນໄລຍະໆ ໃຊ້ເວລາປະມານ 3-4 ຊົ່ວໂມງ ກໍ່ຮອດຄິວລົດເມືອງງອຍແລ້ວ ພວກເຮົາຕໍ່ລົດສາມລໍ້ເພື່ອເລາະຫາທີ່ພັກອີກປະມານ 2-3 ກິໂລແມັດ
ເມືອງງອຍ ເປັນເມືອງນ້ອຍໆຕັ້ງຢູ່ແຄມແມ່ນ້ຳອູເຊິ່ງມີພູເຂົາຫີນປູນສີຂຽວສູງຊັນອ້ອມຮອມເມືອງໄວ້  ໃນຄວາມຄິດຂອງເຮົາອາລົມຄ້າຍໆວັງວຽງ  ແຕ່ນ້ອຍກວ່າປະມານສອງເທົ່າ ເຊິ່ງແນ່ນອນ ມີແຕ່ນັກທ່ອງທ່ຽວຊາວຕ່າງປະເທດເປັນສ່ວນຫຼາຍ ທັງຍ່າງຕາມທາງ ທັງໃນຮ້ານອາຫານ ແລະ ແຫຼ່ງທ່ອງທ່ຽວຕ່າງໆ

ເລື່ອງທີ່ພັກຢູ່ເມືອງງອຍ ບອກເລີຍວ່າຫາງ່າຍ ມີໃຫ້ເລືອກຫຼາກຫຼາຍຕັ້ງແຕ່ໂຮງແຮມ 5 ດາວໄປຈົນຮອດບັງກະໂລແຄມແມ່ນ້ຳອູ ສາວໆເລືອກພັກຕາມສະພາບຄ່ອງຂອງເງິນໃນກະເປົາໄດ້ເລີຍ. ສ່ວນພວກເຮົາເລືອກນອນບັງກະໂລແຄມແມ່ນ້ຳອູ ຂ້າມຂົວມາອີກເບື້ອງໜຶ່ງຂອງຕົວເມືອງ ບັນຍາກາດຈະງຽບກວ່າຖ້າໃຜມັກທີ່ພັກແຄມແມ່ນ້ຳບັນຍາກາດດີໆ ກັບດົນຕີມ່ວນໆ ແນະນຳເລີຍຕ້ອງມາລອງ. ຄືນນີ້ຂໍນອນເພື່ອເກັບແຮງໄວ້ລຸຍຕໍ່ມື້ອື່ນ.

ເນື່ອງຈາກວ່າເຮົາມີເວລາສັ້ນພຽງແຕ່ຄືນດຽວ ດັ່ງນັ້ນ ຈຸດໝາຍປາຍທາງຂອງ Trip ນີ້ແມ່ນຈຸດຊົມວິວ ຜາແດງ ເຊິ່ງຜາແດງນີ້ແມ່ນຢູ່ເທິ່ງຍອດພູທາງຫຼັງບັງກະໂລຂອງພວກເຮົານັ້ນເອງ.
ມື້ທີ່ສອງ ພວກເຮົາຟ້າວຕື່ນແຕ່ເຊົ້າໆເພື່ອຈະປີນຂຶ້ນຍອດພູໃຫ້ທັນທະເລໝອກ  ພໍເກັບກ້ອງໃສ່ກະເປົ໋າແລ້ວເຮົາເລີ່ມຍ່າງອອກຈາກທີ່ພັກ ໃຊ້ເວລາປະມານ 10 ນາທີ ກໍຮອດຈຸດຍ່າງຂຶ້ນຜາແດງແລ້ວ ສັງເກດງ່າຍໆ ຈະມີປ້າຍແລະຮູບຕິດຫຼາຍໆ ເບື້ອງຊ້າຍມື ເສຍຄ່າຂຶ້ນ 20.000 ກີບ/ຄົນ ເພິ່ນຈະຢາຍໄມ້ໃຫ້ຄົນລະອັນ ເພື່ອໃຊ້ໃນການຄ້ຳເວລາຍ່າງຂຶ້ນ ແນະນຳສິ່ງທີ່ຄວນຖືໄປ ສຳຄັນທີ່ສຸດແມ່ນນ້ຳດື່ມເດີ້ ເພາະຕ້ອງໃຊ້ເວລາຫຼາຍຊົ່ວໂມງທັງ ໄປແລະກັບ ຫົນທາງຂ້ອນຂ້າງຊັນ ແລະອັນຕະລາຍໃນບາງຈຸດ ໃຜທີ່ຈະໄປແນະນຳວ່າຕ້ອງມີຄວາມແຂງແຮງໃນລະດັບໜຶ່ງ ພວກເຮົາຈະບໍ່ຄ່ອຍເຫັນວິວຂ້າງທາງປານໃດເພາະຕົ້ນໄມ້ຕຶບໜາ ແນມເຫັນແຕ່ຕົ້ນໄມ້ເຕັມໄປໝົດ ແລະຄວາມຮູ້ສຶກຄືປີນຂຶ້ນໄປເລື້ອຍໆບໍ່ສິ້ນສຸດ ຈະເຫັນຈຸດພັກຜ່ອນ ແລະກະຕ່າຖິ້ມຂີ້ເຫຍື້ອຫຼາຍຈຸດຕະຫຼອດທາງ . ພວກເຮົາຍ່າງາປະມານ2ຊົ່ວໂມງ ກໍ່ຮອດຍອດຜາແດງ ບອກໄດ້ຄຳດຽວເລີຍວ່າ ຫາຍເມື່ອຍເລີຍເມືອໄດ້ເຫັນຄວາມງາມທີ່ຢູ່ຕໍ່ໜ້າ ເຊິ່ງຈຸດນີ້ເຮົາສາມາດແນມເຫັນວິວພູເຂົາສີຂຽວ ແລະຕົວເມືອງງອຍແບບກວ້າງໄກ360 ອົງສາເລີຍ ແລະຈະເຫັນທະເລໝອກປິວມາເປັນໄລຍະໆ ທະເລໝອກທີ່ບໍ່ພຽງແຕ່ອ້ອມຮອບຍອດພູທີ່ພວກເຮົາຢືນຢູ່ເທົ່ານັ້ນ ແຕ່ຮູ້ສຶກໄດ້ເຖິງລະອອງໝອກທີ່ປິວເຂົ້າມາປະທະກັບ​ໃບ​ໜ້າ ​ແລະ ຮ່າງກາຍ ເຮັດໃຫ້ຄວາມເມື່ອຍລ້າທີ່ມີຢູ່ຫາຍໄປແບບທັນຕາ ແນະນຳໃຫ້ມາປະມານ ເດືອນຕຸລາ – ກຸມພາ ເປັນໄລຍະທີ່ເໝາະກັບການມາເບິ່ງໝອກທີ່ສຸດ ພວກເຮົານັ່ງຊຶມຊັບກັບບັນຍາກາດໄດ້ໄລຍະໜຶ່ງ ແດດເລີ່ມອອກເມກໝອກກໍຫາຍໄປ ເຮັດໃຫ້ແນມເຫັນແມ່ນ້ຳອູທີ່ໄຫຼເລາະລຽບ ໄປຕາມສັນພູທາງດ້ານລຸ່ມໄດ້ຈະແຈ້ງຂຶ້ນ ແນມເຫັນທົ່ງນາ ຕົວເມືອງງອຍໝົດເມືອງ ຮູ້ສຶກສະບາຍຕາສະບາຍໃຈແບບບອກບໍ່ຖືກ ເຄີຍເປັນບໍ່ເວລາຢູ່ໃສແລ້ວສະບາຍໃຈ ເຮົາກໍຢາກຢູ່ບ່ອນນັ້ນໄປດົນໆ ແຕ່ໃນທີ່ສຸດເຮົາກໍຕ້ອງກ່າວຄຳອຳລາ ເພາະຕ້ອງຟ້າວລົງໄປໃຫ້ທັນລົດກັບເມືອງຫຼວງພະບາງໃນຕອນບ່າຍມື້ນີ້ ບໍ່ມີທາງເລືອກໄດ້ແຕ່ຄິດເສຍດາຍ ເມືອງງອຍເປັນເມືອງທີ່ມາເທື່ອດຽວບໍ່ພໍ ເພາະນອກຈາກຜາແດງແລ້ວ ໜອງຂຽວຍັງມີບ່ອນທ່ອງທ່ຽວແລະກິດຈະກຳ Adventure ຫຼາຍແຫ່ງທີ່ໜ້າສົນໃຈ ບໍ່ວ່າຈະເປັນໂຫນສະລິງ ພາຍເຮືອຄາຍັກ ເຂົ້າຊົມຖ້ຳ …

Trip ເມືອງງອຍໃນຄັ້ງນີ້ ນັບວ່າເປັນການເດີນທາງສັ້ນໆຂອງພວກເຮົາ ແຕ່ຫຼົງຮັກແບບບໍ່ໄດ້ທັນຕັ້ງຕົວເລີຍ ຈົນອົດຄິດຕໍ່ບໍ່ໄດ້ວ່າ ຕ້ອງຫາເວລາກັບມາອີກຄັ້ງໃຫ້ໄດ້.  ແນ່ນອນວ່າເມືອງງອຍເປັນຕົວເລືອກທີ່ດີຫຼາຍ ສຳຫຼັບຄົນທີ່ແນມຫາການທ່ອງທ່ຽວແບບ Slow Life ບໍ່ວ່າຈະເປັນຕົວເມືອງ ຫຼື ທຳມະຊາດທີ່ໂດດເດັ່ນເປັນເອກກະລັກຂອງຕົວເອງ ແລະດ້ວຍຈຸດເດັ່ນດັ່ງກ່າວນັ້ນເອງເຮັດໃຫ້ເມືອງງອຍເຕີບໂຕແບບວ່ອງໄວໃນໄລຍະເວລາພຽງ 3-4 ປີ ເທົ່ານັ້ນ ແລະເຊື່ອແນ່ວ່າເມືອງງອຍຈະກາຍເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງທີ່ສຳຄັນຂອງທາງພາກເໜືອຂອງລາວຢ່າງແນ່ນອນ ສາວໆຂວັນໃຈຕ້ອງມາສຳຜັດໃຫ້ໄດ້ເດີ້.

ຂໍຂອບໃຈບົດຄວາມດີໆຈາກວາລະສານ ຂວັນໃຈ ສະບັບເດືອນ ພຶດສະພາ 2017

ແບ່ງປັນ