Breaking News

ຄືນນີ້ແລ້ວ! ຄົນລາວທຸກຄົນມາຮ່ວມສົ່ງແຮງເຊຍໃຫ້ ຟ້າໃສ ຈິນນາລີ ໃນການປະກວດຮອບຊຸດປະຈຳຊາດ Miss Grand International 2017

ແບ່ງປັນ

ຄືນນີ້ແລ້ວ! ຂໍພະລັງຄົນລາວທຸກຄົນມາຮ່ວມສົ່ງແຮງເຊຍແຮງໃຈໃຫ້ ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos ຕົວແທນສາວງາມຈາກປະເທດລາວທີ່ເດີນທາງໄປປະກວດນາງງາມໃນເວທີລະດັບໂລກ  Miss Grand International 2017. 

ຄໍ່າຄືນວັນທີ 12/10/2017 ນີ້ ເວລາ 20:00ໂມງ ເປັນຕົ້ນໄປເປັນຄໍ່າຄືນທີ່ໜ້າຕື່ນເຕັ້ນ ເພາະຈະມີການປະກວດໃນຮອບຊຸດປະຈຳຊາດ (National Costume Competition) ເຊິ່ງປະເທດລາວຂອງເຮົາກໍມາໃນຊຸດ ພຣະທາດຫຼວງວຽງຈັນ ອັນເຊິ່ງເປັນເອກະລັກປະຈຳຊາດລາວ, ດັ່ງນັ້ນຈຶ່ງຂໍກຳລັງໃຈຈາກຄົນລາວທຸກຄົນໃນການສົ່ງກຳລັງໃຈໄປໃຫ້ ນ້ອງ ຟ້າໃສ ຈິນນາລີ ໃຫ້ມີກຳລັງໃຈ ແລະ ປະກວດເທິງເວທີໃຫ້ດີທີ່ສຸດ, ແຟນໆສາມາດຮ່ວມສົ່ງກຳລັງໃຫ້ ນ້ອງ ຟ້າໃສ ໄດ້ທີ່ເພສ

Miss Grand International ແລະຕິດຕາມຄວາມເຄື່ອນໄຫວໄດ້ທີ່  Kuanjai Magazine ນອກຈາກນັ້ນຍັງຈະມີການຖ່າຍທອດສົດທີ່ ທໍລະພາບ ທີວີລາວ, ຫ້າມລືມຫ້າມພາດເດີ້!!! ຮັກລາວເຊຍລາວ ສູ້ໆໆໆ

ຂໍຂອບໃຈສຳລັບຮູບພາບ

ແບ່ງປັນ