Breaking News

ຄົນທົ່ວໂລກຕະລຶງ! ສຸດຍອດແຫ່ງຄວາມອະລັງການຂອງຊຸດປະຈຳຊາດລາວ ໃນການປະກວດຮອບຊຸດປະຈຳຊາດ Miss Grand International 2017

ແບ່ງປັນ

ກ່ອນໜ້ານີ້ເຮົາກໍໄດ້ຮູ້ໄປກັນແດ່ແລ້ວວ່າຊຸດປະຈຳຊາດທີ່ລາວເຮົາຈະໃຊ້ເຂົ້າໃນການປະກວດ Miss Grand International 2017 ນັ້ນແມ່ນຊຸດ “ພຣະທາດຫຼວງ” ແລະ ໃນຄໍ່າຄືນຂອງວັນທີ 12 ຕຸລາ 2017 ທີ່ຜ່ານມາ ພໍ່ແມ່ພີ່ນ້ອງປະຊາຊົນລາວຕ່າງກໍ່ມີຄວາມໃຈຈົດໃຈຈໍ່ຖ້າລຸ້ນຖ້າເຊຍ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ  Miss Grand Laos ຕົວແທນສາວງາມທີ່ໄປປະກວດ Miss Grand International 2017 ທີ່ ປະເທດ ຫວຽດນາມ, ເຊິ່ງ ຟ້າໃສ ຈິນນາລີ ກໍບໍ່ເຮັດໃຫ້ຄົນລາວເຮົາທຸກຄົນຜິດຫວັງ ເພາະນາງໄດ້ເສີດສາຍເທິງເວທີລະດັບໂລກໄດ້ເປັນຢ່າງດີ ເຖິງຈະເປັນພຽງສາວນ້ອຍອາຍຸ 18 ປີ ແຕ່ຄວາມສາມາດເກີນໄວ  ແຖມຊຸດປະຈຳຊາດທີ່ ຟ້າໃສ ສວມໃສກໍບໍ່ແມ່ນທຳມະດາເພາະມີນໍ້າໜັກເປັນ 20kg (ວ້າວວວ!!! ຂໍຊົມເຊີຍນ້ອງຟ້າໃສເດີ້) ແຖມພໍແຕ່ເປີດຕົວຊຸດປະຈຳຊາດລາວເຮົາອອກມາກໍເຮັດໃຫ້ຄົນທົ່ວໂລກໃຫ້ຄວາມສົນໃຈ ແລະ ຕະລຶງໄປກັບຊຸດປະຈຳຊາດລາວທີ່ສຸດແສນຈະອະລັງການງານສ້າງ.

ชุดประจำชาติ #MissGrandLaos ก็ไม่น้อยหน้า แบกมาทั้งปราสาท

ชุดประจำชาติ #Laos ก็ไม่น้อยหน้า แบกมาทั้งปราสาท#MissGrandInternational2017 National Costume Competition

โพสต์โดย BeautyQueen บน 12 ตุลาคม 2017

ສຳລັບຊຸດ “ພຣະທາດຫຼວງ” ໄດ້ແຮງບັນດານໃຈມາຈາກພຣະທາດຫຼວງວຽງຈັນ ເຊີ່ງເປັນປູຊະນີຍະສະຖານທີ່ເກົ່າແກ່ ແລະ ສຳຄັນແຫ່ງໜຶ່ງຂອງປະເທດລາວ ແລະ ຍັງເປັນສູນລວມຈິດໃຈຂອງປະຊາຊົນລາວທັງຊາດ ອອກແບບໂດຍຊ່າງແຕ່ງໜ້າລະດັບປະເທດ (Saykeo Make) . ການອອກແບບຊຸດແມ່ນໄດ້ຍົກເອົາເອກະລັກ ແລະ ລັກສະນະເດັ່ນຂອງພຣະທາດຫຼວງມາດັດແປງໃຫ້ເປັນອົງປະກອບຂອງຊຸດ ແລະ ພາກສ່ວນເຄື່ອງປະດັບ ແມ່ນໄດ້ນຳເອົາອົງປະກອບ ແລະ ຮູບຊົງຂອງພຣະທາດຫຼວງມາເຮັດໃຫ້ເກີດລູກຫຼິ້ນ ໂດຍສາມາດເຮັດໃຫ້ຊຸດເບີ່ງມີມິຕິ ແລະ ສະແດງໃຫ້ເຫັນເຖີງວັດທະນະທຳ, ສິນລະປະ ແລະ ລວດລາຍຄວາມເປັນລາວຫລາຍຂື້ນ. ໂທນສີຂອງຊຸດ ເນັ້ນໃຊ້ສີຄຳຄືດັ່ງພຣະທາດຫລວງ ແລະ ສີຂອງກົມມະລຽນທີ່ອ້ອມຮອບພຣະທາດມາເປັນສີຫລັກໃນການເຮັດຊຸດນີ້ ແລະ ເອົາລວດລາຍຕ່າງໆທີ່ເປັນສີນລະປະລາຍລາວເພີ່ມເຂົ້າໄປໃນຊຸດ ໂດຍຜ່ານສາວງາມ ເພື່ອນຳສະເໜີ ແລະ ເຜີຍແຜ່ຊຸດໃຫ້ຊາວຕ່າງຊາດໄດ້ເຫັນເຖີງວັດທະນະທຳ , ຮີດຄອງປະເພນີ ແລະ ເອກະລັກຄວາມເປັນຊາດລາວໄດ້ຢ່າງລົງໂຕ.

ທີ່ມາ: BeautyQueen , Miss Grand International , MISS GRAND LAOS ມີສແກຣນລາວ

ແບ່ງປັນ