Breaking News

ນໍ້າຕົກຕາດທີ່ມີຄວາມງົດງາມຂອງແຂວງອຸດົມໄຊ

ແບ່ງປັນ

ມື້ນີ້ທີມງານ ເວັບໄຊຂວັນໃຈ ຂໍແນະນໍາທຸກທ່ານໄປທ່ຽວຊົມແຂວງອຸດົມໄຊ, ແຂວງອຸດົມໄຊ ເປັນອີກແຂວງໜຶ່ງຂອງລາວທີ່ມີສະຖານທີ່ທ່ອງທ່ຽວຫຼາຍໆແຫ່ງທີ່ມີຄວາມສວຍງາມ ແລະ ໜຶ່ງໃນກໍ່ແມ່ນນໍ້າຕົກຕາດຕະແລ ທີ່ຕັ້ງຢູ່ ເມືອງຮຸນ ແຂວງອຸດົມໄຊ. ນໍ້າຕົກຕາດຕະແລເປັນນໍ້າຕົກຕາດທີ່ຕັ້ງຢູ່ຫ່າງຈາກເທດສະບານເມືອງຮຸນໄປບໍ່ໄກ, ເສັ້ນທາງໃນການເຂົ້າໄປຫາຕາດນັ້ນຈະເປັນທາງດິນແດງ ນໍ້າຕົກຕາດແຫ່ງນີ້ຈະມີຫຼາຍໆຊັ້ນຄ້າຍຄືກັບຂັ້ນໄດ ແລະ ມີລັກສະນະຄ້າຍຄືນໍ້າຕົກຕາດກວ້າງຊີ ແລະ ຕາດແສ້ ທີ່ແຂວງຫຼວງພະບາງ ແຕ່ແທ້ຈິງແລ້ວນີ້ແມ່ນ “ ນໍ້າຕົກຕາດຕະແລ ” .

ນ້ຳຕົກຕາດຕະແລ ແຫ່ງນີ້ ມີຕຳນານເລົ່າຂານປາກຕໍ່ປາກສືບຕໍ່ກັນມາວ່າ: ແຕ່ປາງກ່ອນມີບ່າວເງືອກຜູ້ໜຶ່ງຊື່ວ່າ ທ້າວ ພັກ ໄດ້ລົງໄປຫຼິ້ນບຸນຢູ່ຫຼວງພະບາງ, ໄປເຫັນສາວເງືອກຜູ້ໜຶ່ງ ຊື່ວ່າ ນາງ ຄຳຜີວ ທີ່ອາໄສຢູ່ນ້ຳຄານ ທ້າວພັກ ເກີດມີຄວາມຮັກມັກກັບ ນາງຄຳຜີວ ແລະ ໄດ້ລັກເອົານາງຄຳຜີວ ມານຳ, ຕໍ່ຈາກນັ້ນມາ ມີບ່າວເງືອກຄົນໜຶ່ງ ທີ່ຢູ່ຫຼວງພະບາງທີ່ເຄີຍຮັກມັກກັບ ນາງຄຳຜິວ ມາກ່ອນໜ້ານີ້ ໄດ້ນຳມາເອົານາງຄຳຜິວຄືນ ແລະ ເກີດມີການຕໍ່ສູ້ກັນ, ສ່ວນທ້າວພັກ ກໍ່ໄດ້ສ້າງດ່ານຕ້ານກັນໄວ້ເປັນຈຸດໆ ຢູ່ທີ່ນ້ຳຕະແລ ແລະ ດ່ານດັ່ງກ່າວກໍ່ກາຍໄປຕາດຕະແລໃນປະຈຸບັນ.

ຈຸດເດັ່ນຂອງຕາດນີ້ ເປັນນ້ຳຕົກຕາດແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມທາງທຳມະຊາດ ເຊິ່ງອ້ອມຮອບດ້ວຍປ່າດົງດິບ ແລະ ປ່າເຄິ່ງດົງດິບທີ່ມີຕົ້ນໄມ້ໃຫຍ່, ນ້ອຍທີ່ມີໃບດົກໜາ ຂຽວງາມ ແລະ ເຕັມໄປດ້ວຍນົກນາໆຊະນິດ, ນ້ຳ ຕົກຕາດແຫ່ງນີ້ມີທັງໝົດ 7 ຕາດດ້ວຍກັນ, ມີທັງຕາດໃຫຍ່, ຕາດນ້ອຍຢັ່ງຢາຍກັນໄປ ຕາມສາຍນ້ຳຕະແລມີຄວາມຍາວປະມານ 600 ກວ່າແມັດຄື:

– ຕາດທີ່ 1 ສູງປະມານ 7 ແມັດແລະກວ້າງປະມານ 8 ແມັດ.

– ຕາດທີ່ 2 ສູງປະມານ 15 ແມັດແລະກວ້າງປະມານ 7 ແມັດ.

– ຕາດທີ່ 3 ສູງປະມານ 15 ແມັດແລະກວ້າງປະມານ 11 ແມັດ.

– ຕາດທີ່ 4 ສູງປະມານ 16 ແມັດແລະກວ້າງປະມານ 27 ແມັດ.

– ຕາດທີ່ 5 ສູງປະມານ 40 ແມັດແລະກວ້າງປະມານ 27 ແມັດ.

– ຕາດທີ່ 6 ສູງປະມານ 13 ແມັດແລະກວ້າງປະມານ 28 ແມັດ.

– ຕາດທີ່ 7 ສູງປະມານ 55 ແມັດແລະກວ້າງປະມານ 35 ແມັດ.( ຕາດທີ່ 4, 5, 6 ຢູ່ໃນຊ່ວງໄລຍະເດືອນ 12 – 6 ນໍ້າຈະບໍ່ໂຕນຕາດ, ນ້ຳຈະລອດພື້ນ).

ຫຼັງຈາກທີ່ທ່ານໄດ້ໄປທ່ຽວຊົມນໍ້າຕົກຕາດແລ້ວ ທ່ານຢ່າລືມຊິມອາຫານທີ່ຂຶ້ນຊື່ຂອງແຂວງອຸດົມໄຊເຊັ່ນ: ແຈ່ວນໍ້າປູ. ນໍ້າຕົກຕາດຕະແລເປັນນໍ້າຕົກຕາດທີ່ມີຄວາມສວຍງາມ ແລະ ມີທຳມະຊາດທີ່ສວຍສົດງົດງາມ ທີ່ທ່ານຕ້ອງບໍ່ພາດໃນການໄປທ່ຽວຊົມ ແລະ ໄປສຳຜັດກັບບັນຍາກາດດັ່ງກ່າວ.

ເຄຼດິດຮູບພາບ: Oudomxay Tourism

ແບ່ງປັນ