Breaking News

ອາກອນ ພາສີ ຂູດຮີດເງິນ ຖ້າທ່ານພົບເຫັນພຶດຕິກໍາດັ່ງກ່າວ ແຈ້ງໄດ້ທີ່ເບີ 1519

ແບ່ງປັນ

ຖ້າທ່ານພົບເຫັນພຶດຕິກໍາຂອງພະນັກງານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງພາຍໃນກະຊວງການເງິນມີພຶດຕິກໍາຂູດຮີດຮຽກເກັບພາສີ-ອາກອນແພງເກີນຄວາມຈິງ, ການສໍ້ລາດບັງຫຼວງ, ຮ່ວມຫົວກັນເອົາເງິນກ້ອງໂຕະຈາກປະຊາຊົນ, ການປະຕິບັດໜ້າທີ່ຂາດຄວາມຮັບຜິດຊອບ, ບໍ່ເຄົາລົບລະບຽບກົດໝາຍ, ບໍ່ເວົ້າຈາບໍ່ມີຄຸນສົມບັດ ແລະ ອື່ນໆ ເຊີນທ່ານໂທຫາເບີ 1519 ເພື່ອລາຍງານ, ຕອບຂໍ້ຂ້ອງໃຈ ແລະ ຮັບຄວາມຮ້ອງທຸກ. ອີງຕາມຫ້ອງການກະຊວງການເງິນ,ຂໍຖືເປັນກຽດແຈ້ງການການເປີດໂທລະສັບສາຍດ່ວນຂອງກະຊວງການເງິນ 1519 ມາຍັງອົງການລັດ, ທຽບເທົ່າກະຊວງ, ຫ້ອງວ່າການປົກຄອງແຂວງ, ນະຄອນຫຼວງ, ບັນດາພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ແລະ ຜູ້ປະກອບການໃນຂອບເຂດທົ່ວປະເທດຊາບວ່າ: ນັບແຕ່ວັນທີ 7 ເມສາ 2017 ເປັນຕົ້ນໄປກະຊວງການເງິນໄດ້ເປີດນຳໃຊ້ໂທລະສັບສາຍດ່ວນ 1519 ຢ່າງເປັນທາງການ ເພື່ອຮັບເອົາຄໍາຖາມ,ການສະເໜີ, ຂໍ້ຄິດເຫັນ ແລະ ອື່ນໆ…ຈາກອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ, ບຸກຄົນ, ນິຕິບຸກຄົນ ແລະ ອື່ນໆຕໍ່ກັບການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະ ຂອງຂະແໜງການເງິນ ໃນຂອບເຂດທົ່ວປະເທດ. ສ່ວນການຊີ້ແຈ້ງໂທລະສັບສາຍດ່ວນຈະຊີ້ແຈ້ງຜ່ານສື່ຕ່າງໆຄື: ຜ່ານລາຍການ ການເງິນການພັດທະນາ ຊ່ອງໂທລະພາບຂອງກະຊວງປ້ອງກັນຄວາມສະຫງົບ, ເຊິ່ງອອກອາກາດໃນທຸກໆວັນສຸກເວລາ 20:30 ໂມງຫາ 21:00 ໂມງ ແລະ ທຸກໆວັນເສົາເວລາ 07:00 ໂມງ ຫາ 07:30 ໂມງ, ຜ່ານລາຍການການເງິນການພັດທະນາວິທະຍຸຂອງກະຊວງປ້ອງກັນຄວາມສະຫງົບຄື້ນຄວາມຖີ່ 105.5 MHz ເຊິ່ງອອກອາກາດທຸກໆວັນອັງຄານ, ພະຫັດ ແລະ ເສົາເວລາ 12:30 ໂມງຫາ 13:00 ໂມງແລະ ໜັງສືພິມການເງິນປະຈໍາອາທິດຂອງກະຊວງການເງິນ, ໜັງສືພິມວຽງຈັນໃໝ່, ໜັງສືພິມປະຊາຊົນ, ໜັງສືພິມປະເທດລາວ ແລະ ໜັງສືພິມລາວພັດທະນາ.

ແຫຼງທີ່ມາ: ຂ່າວສານປະເທດລາວ

ແບ່ງປັນ