Breaking News

ທີມທຳອິດໃນລາວ ເຂົ້າຮອບຊິງຊະນະເລີດ Microsoft Imagine Cup 2017

ແບ່ງປັນ

ທີມ BUG5 ເປັນທີມນັກປະດິດໄວໜຸ່ມ 3 ຄົນ ຈາກປະເທດລາວ ທີ່ໄດ້ຮັບການຄັດເລືອກ ໃຫ້ເປັນຕົວແທນຂອງປະເທດລາວເພື່ອເຂົ້າຮ່ວມການແຂ່ງຂັນ Microsoft Imagine Cup 2017 ຄັ້ງທີ 15 ເຊິ່ງເປັນ ຮອບຊິງ ຊະນະເລີດປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນໂຄງການເລັ່ງສ້າງວິສາຫະກິດເລີ່ມຕົ້ນເພື່ອເພື່ອການເຕີບໂຕໃນລະດັບ ສາກົນ, ສ້າງຄວາມເຂັ້ມແຂງໃຫ້ນັກສຶກສາວິທະຍາສາດຄອມພິວເຕີລຸ້ນໃຫມ່. ນັກສຶກສາກຸ່ມດັ່ງກ່າວ ຈະສ້າງປະຫວັດສາດ  ເປັນທີມລາວທີມທຳອິດ ທີ່ສາມາດເຂົ້າໄປໃນຮອບຊິງຊະນະເລີດປະຈຳພາກພື້ນໃນການແຂ່ງຂັນ Imagine Cup. ເຊິ່ງ ສາມາດເອົາຊະນະຫຼາຍທີມ ຈາກຫຼາຍປະເທດ ເຊັ່ນ: ມຽນມາ, ກຳປູເຈຍ ແລະ ບຼູໄນ. ທີມດັ່ງກ່າວ ຈະເຂົ້າ ຮ່ວມແຂ່ງຂັນຮອບຊິງຊະນະເລີດທີ່ຈັດຂຶ້ນໃນລະດັບພາກພື້ນ, ເຊິ່ງຈະຈັດຂຶ້ນທີ່ ປະເທດ ຟິລິບປິນ ວັນທີ 23 ເຖິງ 27 ເມສາ. ຜົນງານປະດິດສ້າງຂອງພວກເຂົາ ຈະມີສ່ວນຊ່ວຍແກ້ໄຂບັນຫາສຳລັບຜູ້ພິການທາງສາຍຕາໃຫ້ສາມາດນໍາໃຊ້ ສະມາດໂຟນຄືກັບຄົນທົ່ວໄປໄດ້. ທີມທີ່ໄດ້ອັນດັບສອງ ໄດ້ແກ່ທີມ Arcane ຈາກ ປະເທດ ກຳປູເຈຍ ແລະ ທີມທີ່ໄດ້ອັນດັບສາມ ໄດ້ແກ່ທີມຈາກປະເທດ ບຼູໄນ. ສະມາຊິກຂອງທີມລາວທີ່ຊະນະໄດ້ແກ່: ທ. ທະນົງສິນ ຈັນທະຄາມ, ທ. ຄັດທະພອນ ທະນົງສຸເມືອງໄຊ ແລະ ທ. ສາຍພິນ ເພັດອຳພອນ, ທັງໝົດແມ່ນນັກສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ, ຄະນະວິສະວະກຳສາດ, ພາກວິຊາ ຄອມພິວເຕີ ແລະ ຂໍ້ມູນຂ່າວສານ.

ຫົວໜ້າທີມທ້າວ ທະນົງສິນ ຈັນທະຄາມ ໄດ້ກ່າວວ່າ: ອີງຕາມ ຂໍ້ມູນທີ່ໄດ້ຈາກ ອົງການອະນາໄມໂລກ “ມີປະມານ 285 ລ້ານຄົນທີ່ມີຄວາມພິການ ທາງສາຍຕາ, ປະມານ 39 ລ້ານຄົນ ຕາບອດ ແລະ 246 ລ້ານຄົນທີ່ມີຄວາມສາມາດທາງວິໄສທັດຕໍ່າ ເຊິ່ງພວກເຂົາດຳລົງຊີວິດໂດຍປາສະຈາກການເບິ່ງເຫັນ. ຖ້າບໍ່ສາມາດເຫັນໂລກໄດ້, ໝາຍຄວາມວ່າພວກເຂົາຈະມີຄວາມຫຍຸ້ງຍາກ ໃນການໃຊ້ຊີວິດປະຈຳວັນ. ສະມາດໂຟນ ບໍ່ໄດ້ອອກແບບມາສຳລັບຄົນທີ່ມີຄວາມບົກພ່ອງທາງການເບິ່ງເຫັນ. ພວກເຮົາເລີຍ ຢາກຈະຄິດຫາທາງອອກໃຫ້ຜູ້ພິການດ້ວຍ ການນຳໃຊ້ເຕັກໂນໂລຊີສຳລັບຄົນພິການທາງສາຍຕາ ເພື່ອໃຫ້ພວກເຂົາສາມາດນຳໃຊ້ ສະມາດໂຟນຄືກັບຄົນອື່ນໆ.”

10 ທີມທີ່ຊະນະ ທີ່ມາຈາກແຕ່ລະປະເທດຄື: ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ໄທ, ຫວຽດນາມ, ສີລັງກາ, ເນປານ, ລາວ ແລະ ບັງກະລາເທດ ຈະເຂົ້າຮ່ວມແຂ່ງຂັນທີ່ ນະຄອນຫຼວງມະນີລາ, ປະເທດຟິລິບປິນ. ຈາກນັ້ນ, 7 ທີມທຳອິດທີ່ ເຂົ້າຮອບ ໃນການແຂ່ງຂັນຂັ້ນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈະໄດ້ເຂົ້າໄປແຂ່ງລະດັບໂລກ.

ທ່ານ ມີເຊລ ໄຊມອນ, ຜູ້ບໍລິຫານ  ຕະຫຼາດໃໝ່ອາຊີຕາເວັນອອກສ່ຽງໃຕ້, Microsoft APAC ກ່າວວ່າ: “Imagine Cup ເປັນໂຄງການທີ່ສຳຄັນເພື່ອຝຶກນັກປະດິດໄວໜຸ່ມຜູ້ມີພອນສະຫວັນ ແລະ ເນັ້ນໃຫ້ເຫັນເຖິງການແກ້ໄຂບັນຫາທີ່ແປກໃໝ່ ຕາມ ຄວາມໄຝ່ຝັນຂອງພວກເຂົາທີ່ຢາກຈະປ່ຽນແປງໂລກ. ຕະຫຼອດໄລຍະການດຳເນີນການຄັດເລືອກໃນການ ແຂ່ງຂັນ Imagine Cup ໃນແຕ່ລະປີ, ພວກເຮົາໄດ້ຮັບແຮງບັນດານໃຈຈາກຄວາມຄິດປະດິດສ້າງ, ພອນສະຫວັນ, ທັກສະ ແລະ ວິໄສທັດທີ່ອອກ ມາຈາກນັກສຶກສາລຸ້ນໜຸ່ມ. ຂ້າພະເຈົ້າມີຄວາມດີໃຈທີ່ປີນີ້ພວກເຮົາໄດ້ທີມຊະນະເລີດຈາກປະເທດລາວ ເຊິ່ງເປັນຄັ້ງທຳອິດ ທີ່ປະເທດລາວຈະໄດ້ເຂົ້າຮ່ວມແຂ່ງຂັນກັບອີກ 9 ທີມຈາກປະເທດຕ່າງໆໃນພາກພື້ນ. ຂ້າພະເຈົ້າຂໍອວຍພອນໃຫ້ທີມ BUG5 ແລະ ທີມອື່ນໆຈົ່ງປະສົບຜົນສຳເລັດໃນການແຂ່ງຂັນຮອບຊິງຊະນະເລີດປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້.”

ໃນປີນີ້, ຄາດວ່າມີຫຼາຍກວ່າ 100 ປະເທດທີ່ໄດ້ແຂ່ງຂັນກັນໃນຮອບຕ່າງໆ ແລະ 30 ທີມທຳອິດຈາກທົ່ວໂລກຈະໄດ້ເຂົ້າໄປແຂ່ງ ຂັນໃນຮອບຊິງແຊ້ມໂລກທີ່ Redmond. ການແຂ່ງຂັນ Microsoft Imagine Cup ເປັນການແຂ່ງຂັນ ລະດັບໂລກ ທີ່ມີເປົ້າໝາຍສ້າງຄວາມຂັ້ມແຂງໃຫ້ນັກສຶກສາວິທະຍາສາດຄອມພິວເຕີລຸ້ນໃໝ່ໄດ້ນຳໃຊ້ຄວາມສາມາດ, ຄວາມຄິດປະດິດ ສ້າງ, ຄວາມມັກ ແລະ ຄວາມຮູ້ຂອງຕົນກ່ຽວກັບເຕັກໂນໂລຊີ ມາສ້າງເປັນ ແອບພີເຄຊັນ ເພື່ອຊ່ວຍປ່ຽນແປງວິຖີການໃຊ້ຊີ ວີດ, ການເຮັດວຽກ ແລະ ການຫຼິ້ນຂອງຄົນ. ໃນແຕ່ລະປີມີນັກຮຽນຫຼາຍກວ່າ 10,000 ຄົນຈາກຫຼາຍ ປະເທດໃນ ທົ່ວໂລກ ໄດ້ເຂົ້າຮ່ວມແຂ່ງຂັນເພື່ອຊີງເງິນລາງວັນ, ລາງວັນທ່ອງທ່ຽວ ແລະ ລາງວັນອື່ນໆ ແລະ ກໍເພື່ອຄວ້າເອົາລາງວັນກຽດຕິຍົດ Imagine Cup ກັບບ້ານ.

ເປັນເວລາຫຼາຍປີມາແລ້ວທີ່ການແຂ່ງຂັນດັ່ງກ່າວ ໄດ້ກາຍເປັນເວທີສ້າງນັກປະດິດ ແລະ ນັກທຸລະກິດໜຸ່ມ ເພື່ອໃຫ້ເຂົາໄດ້ໃຊ້ ຄວາມຄິດຂອງຕົນເອງ ແລ້ວນຳໄປໃຊ້ໃນອະນາຄົດ. ມັນໄດ້ກາຍເປັນໂຄງການໃຫຍ່ທີ່ສຸດອັນໜຶ່ງຂອງໂລກ ໂດຍການສະໜັບ ສະໜູນຂອງ ໄມໂຄຊອບ ເຊິ່ງໜຶ່ງໃນນະວັດຕະກຳເຕັກໂນໂລຊີຍັກໃຫຍ່ຂອງໂລກ.

ແບ່ງປັນ