Breaking News

ໄປນໍາກັນບໍ່? ໄປໃຊ້ຊີວິດຢູ່ກັບທໍາມະຊາດ, ໄປເປັນ Tarzan ກາງປ່າ ແລ້ວລອງຕັດຂາດຈາກໂລກພາຍນອກຊົ່ວຄາວ!

ແບ່ງປັນ

ຈັດກະເປົ໋າ ກຽມຊຸດລຸຍໆໄວ້ໃຫ້ພ້ອມ ເພາະເຮົາຈະພາໄປພະຈົນໄພ ໄປໃຊ້ຊີວິດຢູ່ກາງປ່າ ຮ້ອງ ໂຫ່ ຮີ້ວ ໂຫ້ ແບບທາຊານ ຫ້ອຍໂຫນຜ່ານປ່າໄມ້ ບໍ່ຕ້ອງຍ່າງໃຫ້ເມື່ອຍ ນອນຟັງສຽງນ້ຳຕົກເທິງເຮືອນຕົ້ນໄມ້ ໃຊ້ຊີວິດແບບບໍ່ມີສັນຍານໂທລະສັບ ຕັດຂາດຈາກໂລກພາຍນອກ ຫ່າງໄກຈາກ Comfort Zone ແບບສຸດໆ. 

ສະບັບນີ້  ອິນດີ້ພາທ່ຽວ ຈະພາສາວໆຂວັນໃຈ ຜູ້ທີ່ຮັກມັກໃນການທ່ອງທ່ຽວ ໂດຍສະເພາະແມ່ນສາວຂາເລາະແນວພະຈົນໄພໄປຮູ້ຈັກກັບກິດຈະກຳໂຫນຊິບລາຍ (Zipline) ທີ່ ປ່າສະຫງວນດົງຫົວສາວ ເມືອງປາກຊ່ອງ ແຂວງຈຳປາສັກ ກັບ Tree top explorer ເຊິ່ງບ່ອນໂຫນສະລິງທີ່ດີທີ່ສຸດ ລຳດັບຕົ້ນໆຂອງເອເຊຍເລີຍກໍ່ວ່າໄດ້ ເວົ້າສ່ຳນີ້ກໍ່ໜ້າສົນໃຈແລ້ວແມ່ນບໍ່? ພ້ອມແລ້ວກໍ່ໄປລຸຍກັບພວກເຮົາເລີຍ!

ກ່ອນອື່ນພວກເຮົາຈອງ Trip ນີ້ຜ່ານ website ຂອງ Tree Top Explorer ກ່ອນ ໂດຍພາຍໃນເວັບກໍ່ຈະມີໂປຼແກຼມພະຈົນໄພຫຼາຍແບບຫຼາຍລາຄາໃຫ້ເລືອກ ແລ້ວແຕ່ກຳລັງຊັບ 5555 ສຳຫຼັບທຼິບນີ້ພວກເຮົາເລືອກ Packet 3 ມື້ 2 ຄືນ 
ເລີ່ມການອອກເດີນທາງກັນເລີຍ ພວກເຮົາຈະໄປຂຶ້ນລົດທີ່ ບໍລິສັດທົວແຕ່ເຊົ້າທີ່ຕົວເມືອງປາກເຊ ຈາກນັ້ນເດີນທາງມຸ່ງໜ້າໄປ ບ້ານໜອງຫຼວງ ເມືອງປາກຊ່ອງ ຖະໜົນຫົນທາງດີບໍ່ມີໂຢກເຢກໃຫ້ປວດເກົ້າເມົາຫົວແນ່ນອນ ເບິ່ງວິວສວນກາເຟສອງຂ້າງທາງແປ໊ບດຽວກໍ່ຮອດບ້ານ ໜອງຫຼວງແລ້ວ ຈາກນັ້ນ ໄກ້ຜູ້ພາທາງກໍ່ຈະເລີ່ມສາທິດການໃຊ້ອຸປະກອນ ເພິ່ນຈະຢາຍເຊືອກຫ່າເນັດ ນ້ຳຫນັກປະມານ 2kg! ໃຫ້ໃສ່ຕິດໂຕຕະຫຼອດເວລາ ແລະ ໝວກກັນນ໊ອກຄົນລະອັນ ຫຼັງຈາກນັ້ນກໍເລີ່ມອອກເດີນທາງເຂົ້າປ່າເລີຍ ຍ່າງໄປໄລຍະໜຶ່ງກໍຮອດດ່ານທຳອິດເລີຍ ນັ້ນຄືໄຕ່ສະລິງຂ້າມຫ້ວຍ ແລ້ວພາກັນນັ່ງພັກຜ່ອນ ແລ້ວໄກ້ກໍຢ່າງອອກມາແຕ່ປ່າພ້ອມກັບໃບຕອງ ເອົາມາວາງລົງກັບພື້ນ ແລ້ວເອົາອາຫານອອກມາຢາຍ ພວກເຮົາກໍບໍ່ລໍຊ້າຟ້າວເຂົ້າໄປນັ່ງອ້ອມກິນອາຫານທ່ຽງຄາບທຳອິດຂອງທຼິບແບບຕິດດິນສຸດໆ 555 ຫລັງຈາກອີ່ມແລ້ວກໍ່ຮອດເວລາທີ່ພວກເຮົາລໍຄອຍ ຄືການໂຫນສະລິງຂ້າມນ້ຳຕົກເສັ້ນຕິດ ເສັ້ນຕໍ່ ສະລິງຈະເໜັ່ງຈາກພູໜ່ວຍຫນຶ່ງໄປຫາພູອີກຫນ່ວຍຫນຶ່ງ ມື້ທຳອິດໂຫນເບົາໆ 4ເສັ້ນ ໂຫນໄປຍ່າງໄປກໍ່ຮອດແຄ້ມທີ່ພັກ ຕັ້ງຢູ່ຫນ້ານໍ້າຕົກຕາດຂະມຶດ ແລະ ນ້ຳຕົກຕາດເສືອ ທີ່ຕັ້ງສະຫງ່າຄູ່ກັນ ຖືວ່າເປັນໄຮໄລຢູ່ບ່ອນນີ້ກໍວ່າໄດ້, ອັນເປັນສຸດຍອດຂອງຄວາມອາລັງການ ເຊິ່ງບໍ່ຮູ້ວ່າຈະອະທິບາຍແນວໃດ ເອົາເປັນວ່າຕ້ອງໄດ້ມາສຳຜັດຈັກເທື່ອໃນຊີວິດ ເຊື່ອວ່າຖ້າໃຜໄດ້ມາເຫັນຄົງສະຫລົງສະເໜ່ນ້ຳຕົກຄູ່ນີ້ ແລະ ປ່າສະຫງວນແຫ່ງນີ້ບໍ່ຫຼາຍກໍໜ້ອຍ.  ຄືນນີ້ເຮົາເລືອກທີ່ຈະນອນເຮືອນຕົ້ນໄມ້ ທີ່ຕ້ອງໂຫນສະລິງເຂົ້າໄປນອນ ໂດຍມີສຽງນ້ຳຕົກທີ່ກ່ອມພວກເຮົາໃຫ້ຫຼັບສະບາຍຕະຫລອດຄືນ.
ມື້ທີ 2 ເຮົາເຂົ້າປ່າເລິກກວ່າເກົ່າ ແລະໂຫນສະລິງຫຼາຍເສັ້ນກວ່າເກົ່າ ເສັ້ນທີ່ເປັນໄຮໄລ້ທີ່ສຸດນັ້ນກໍຄື ເສັ້ນທີ່ມີຄວາມຍາວ 450 ແມັດ ເຊິ່ງໂຫນປະມານໜຶ່ງນາທີ ທັງຮ້ອງທັງໂຮ່ ຈົນເມື່ອຍພຸ້ນລະກວ່າຈະຮອດອີກຝັ່ງໜຶ່ງ 555 ແລ້ວກໍຍ່າງອີກປະມານ 40 ນາທີ ເພື່ອໄປເບິ່ງນ້ຳຕົກຕາດ ຕະເກັດ ທີ່ມີຄວາມງາມບໍ່ແພ້ຕາດອື່ນໆເລີຍ ທີ່ເຊື່ອງຊ້ອນຢູ່ກາງປ່າແຫ່ງນີ້ ເຊິ່ງນ້ຳຕົກມີລັກສະນະໂຄ້ງທີ່ເຮົາສາມາດຍ່າງຜ່ານກ້ອງນ້ຳຕົກໄປອີກຝັ່ງໜຶ່ງໄດ້ ມະຫັດສະຈັນອີ່ຫຼີ ເມື່ອອອກຈາກນ້ຳຕົກກໍພາກັນໂຫນກັບ ລວມໆມື້ທີ່ສອງໂຫນກັນແບບເມົາມັນໄປ 14 ເສັ້ນ.
ຫລັງຈາກອາຫານຄ່ຳ ພວກເຮົາທຸກຄົນກໍ່ໄດ້ມານັ່ງອ້ອມກອງໄຟ ເຊິ່ງ trip ນີ້ຫມູ່ຮ່ວມທາງມາຈາກຫລາຍປະເທດ ລົມກັນເຂົ້າໃຈແນ່ບໍ່ເຂົ້າໃຈແນ່ ແຕ່ລວມໆແລ້ວທຸກຄົນກໍມີຄວາມສຸກ ແລະ ເລິກໆແລ້ວບໍ່ມີໃຜຢາກກັບເລີຍ ຢາກຢຸດເວລາໄວ້ບ່ອນນີ້ດົນໆເດ້  ( ຄິດໃນໃຈ)
ແຕ່ງານລ້ຽງຍ່ອມມີວັນເລີກລາ ໃນເຊົ້າຂອງມື້ທີສາມ ພວກເຮົາກໍຍັງຕື່ນເປັນອັນດັບທີ່ສອງຮອງຈາກແມ່ຄົວອີກຕາມເຄີຍ ເພື່ອເກັບພາບເປັນຄັ້ງສຸດທ້າຍກ່ອນກັບ ເຮົາເລີ່ມເດີນທາງກັບ ດ້ວຍສະພາບທີ່ແຕກຕ່າງຈາກມື້ມາທຳອິດແບບສຸດໆ 5555 ເພາະຂາກັບບໍ່ໄດ້ໂຫນສະລິງ ຕ້ອງຢ່າງຂຶ້ນພູ ແລະ ປີນຫນ້າຜາທີ່ສູງປະມານ 30 ແມັດ ໃຊ້ເວລາອອກຈາກປ່າປະມານ 3 ຊົ່ວໂມງ ກໍອອກມາຮອດບ້ານໜອງຫຼວງ ແລະກັບປາກເຊ ເຂົ້າໂຫມດ Comfort Zone ອີກຕາມເຄີຍ.
ສຳລັບໃຜທີ່ກຳລັງແນມຫາການທ່ອງທ່ຽວແບບຜະຈົນໄພ ໂຫນສະລິງ, ຍ່າງປ່າ ທ້າທາຍຄວາມສູງ ສຳຜັດກັບທຳມາຊາດ ແລະ ນອນກາງປ່າ. ພວກເຮົາຂໍແນະນຳວ່າໃຫ້ມາລອງ Tree Top Explorer ເບິ່ງເດີ ….. ແລ້ວເຈົ້າອາດຈະຫຼົງຮັກສະຖານທີ່ແຫ່ງນີ້ ແບບເຮົາສອງຄົນກໍໄດ້.

ວາລະສານຂວັນໃຈ ສະບັບເດືອນ ພຶດສະພາ 2017

ແບ່ງປັນ