Breaking News

Keo Khounphachanh

“ຄວາມຮຸນແຮງຕໍ່ແມ່ຍິງບໍ່ແມ່ນເລື່ອງທຳມະດາ, ບໍ່ແມ່ນບັນຫາໃນຄອບຄົວ, ບໍ່ແມ່ນຄວາມຜິດຂອງແມ່ຍິງ ແຕ່ມັນຄືບັນຫາສັງຄົມ”

ຄວາມຮຸນແຮງຕໍ່ແມ່ຍິງ ເປັນບັນຫາລະດັບໂລກ!!! ຕະຫຼອດໄລຍະເວລາ 37 ປີ ທີ່ທົ່ວໂລກມີຂະບວນການປຸກລະດົມໃຫ້ “ຢຸດຕິຄວາມຮຸນແຮງຕໍ່ກັບແມ່ຍິງ” ຢ່າງຈິງຈັງ, ປັດຈຸບັນຈໍານວນປະເທດທີ່ມີກົດໝາຍຄຸ້ມຄອງຜູ້ຖືກກະທໍາຄວາມຮຸນແຮງໃນຄອບຄົວ ສູງຂຶ້ນຈາກເມື່ອກ່ອນ ທີ່ມີພຽງແຕ່ 7 ປະເທດ ມາເປັນ 127 ປະເທດ ໃນເວລາພຽງ 25 ປີ; ແຕ່ເຖິງຢ່າງໃດກໍຕາມ “ກົດໝາຍຄຸ້ມຄອງ” ບໍ່ແມ່ນສິ່ງທີ່ສາມາດກໍາຈັດຄວາມຮຸນແຮງທີ່ເກີດຂຶ້ນຕໍ່ແມ່ຍິງໄດ້ທັງໝົດ. ບັນຫາຄວາມຮຸນແຮງທີ່ເກີດຂຶ້ນກັບແມ່ຍິງ ບໍ່ພຽງແຕ່ສ້າງຄວາມເຈັບປວດໃຫ້ກັບແມ່ຍິງທີ່ຖືກກະທໍາເທົ່ານັ້ນ ແຕ່ຄວາມເຈັບປວດນີ້ຍັງສົ່ງຜົນກະທົບໄປເຖິງທຸກເພດ, ທຸກໄວໃນສັງຄົມ ກະທົບເຖິງຮາກເລິກທັດສະນະຄະຕິໃນການດໍາລົງຊີວິດຂອງຄົນ ໃນເລື່ອງ “ສິດສະເໝີພາບ” ໄປຈົນເຖິງຜົນກະທົບທາງເສດຖະກິດລະດັບຊາດ. ເມື່ອແມ່ຍິງຄົນໜຶ່ງຖືກທໍາຮ້າຍ ບໍ່ວ່າດ້ວຍຮູບແບບໃດກໍຕາມ ມັນຈະສ້າງບາດແຜແກ່ຮ່າງກາຍ ແລະຈິດໃຈຂອງພວກເຂົາ. ສົ່ງຜົນກະທົບໃຫ້ຂາດປະສິດທິພາບໃນການເຮັດວຽກ, ລາຍໄດ້ຫຼຸດລົງາ; ໂດຍມີຂໍ້ມູນວ່າ ແມ່ຍິງທີ່ຖືກກະທໍາຄວາມຮຸນແຮງຈາກຄູ່ຄອງ ຈະມີລາຍໄດ້ຈາກວຽກປະຈໍາໜ້ອຍກວ່າແມ່ຍິງທີ່ບໍ່ຖືກກະທໍາຄວາມຮຸນແຮງເຖິງ 60%. ແມ່ຍິງເຫຼົ່ານີ້ຈຶ່ງມີສະຖານະພາບໃນສັງຄົມຕໍ່າຕ້ອຍລົງໄປໂດຍອັດຕະໂນມັດ, ພວກເຂົາບໍ່ສາມາດອອກມາເຮັດກິດຈະກໍາຮ່ວມກັບສັງຄົມ ຫຼືຊຸມຊົນພາຍນອກໄດ້ຢ່າງເຕັມທີ່ເທົ່າທີ່ຄວນ ແລະຮ້າຍແຮງທີ່ສຸດຄື ອາດຈະນໍາໄປສູ່ການຂ້າຕົວຕາຍ. ບັນຫານີ້ຈະຖືກສົ່ງຕໍ່ໄປຫາສະມາຊິກໃນຄອບຄົວ ໂດຍສະເພາະລູກໆ ທີ່ເປັນຜູ້ຊຶມຊັບຄວາມຮຸນແຮງໂດຍບໍ່ຮູ້ຕົວ, ເຊິ່ງເດັກນ້ອຍທີ່ເຕີບໃຫຍ່ຂຶ້ນມາໃນຄອບຄົວທີ່ໃຊ້ຄວາມຮຸນແຮງ ອາດຈະມີຄວາມບົກຜ່ອງທາງອາລົມ …

Read More »

ລາຍງານຈາກ UN ເຜີຍໃຫ້ຮູ້ວ່າ “ເຮືອນ” ເປັນສະຖານທີ່ອັນຕະລາຍທີ່ສຸດສໍາລັບແມ່ຍິງ… ເຫດການຄວາມຮຸນແຮງທີ່ເກີດຂຶ້ນຫຼາຍກວ່າເຄິ່ງ ແມ່ນເກີດຈາກຄູ່ຮັກ ແລະຄົນໃນຄອບຄົວ!!!

ເມື່ອ “ເຮືອນ” ບໍ່ແມ່ນສະຖານທີ່ປອດໄພອີກຕໍ່ໄປ!!!ໍ ປັດຈຸບັນ ເຖິງວ່າຈະມີກົດໝາຍຫຼາຍສະບັບທີ່ອອກມາວ່າດ້ວຍສິດສະເໝີພາບລະຫວ່າງຍິງ-ຊາຍ ແຕ່ກໍຍັງມີຫຼາຍໆເຫດການໃນສັງຄົມ ທີ່ສະແດງໃຫ້ເຫັນວ່າ ສິດສະເໝີພາບນັ້ນຍັງໃຊ້ບໍ່ໄດ້ ໂດຍສະເພາະເຫດການທີ່ແມ່ຍິງຖືກກະທໍາຄວາມຮຸນແຮງໃນຫຼາຍໆຮູບແບບເຊັ່ນ: ການທໍາຮ້າຍຮ່າງກາຍ, ການທໍາຮ້າຍຈິດໃຈ ແລະການຂົ່ມຂືນ, ບາງຄັ້ງກໍເປັນເຫດໃຫ້ເຖິງແກ່ຊີວິດ ແຕ່ແມ່ຍິງເຫຼົ່ານັ້ນບໍ່ສາມາດຮຽກຮ້ອງສິດທິໃຫ້ກັບຕົນເອງໄດ້ເທົ່າທີ່ຄວນ ແລະທີ່ໂສກເສົ້າໃຈໄປກວ່ານັ້ນຄື ຄວາມຮຸນແຮງຕໍ່ແມ່ຍິງສ່ວນຫຼາຍແມ່ນເກີດຂຶ້ນພາຍໃນຄອບຄົວ ແລະກະທຳໂດຍບຸກຄົນໃກ້ຕົວ. ຈາກລາຍງານປະເດັນຄວາມຮຸນແຮງຕໍ່ແມ່ຍິງ ຂອງອົງການສະຫະປະຊາຊາດ (UN) ເຜີຍໃຫ້ຮູ້ວ່າ ໃນຄະດີຄາດຕະກໍາ ເຫຍື່ອທີ່ເປັນແມ່ຍິງຫຼາຍກວ່າເຄິ່ງໜຶ່ງ ມີສາຍເຫດມາຈາກ ຝີມືຂອງຄູ່ຮັກ ຫຼືສະມາຊິກໃນຄອບຄົວ; ຈົນເວົ້າໄດ້ວ່າ “ເຮືອນ” ບໍ່ຕ່າງຫຍັງຈາກ “ສະຖານທີ່ອັນຕະລາຍທີ່ສຸດສໍາລັບແມ່ຍິງ” ຂໍ້ມູນນີ້ໄດ້ຖືກຮວບຮວມໂດຍສໍານັກງານວ່າດ້ວຍຢາເສບຕິດ ແລະອາດຊະຍາກໍາແຫ່ງສະຫະປະຊາຊາດ (UNODC) ເຜີຍແຜ່ຂຶ້ນເນື່ອງໃນ ວັນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກ 2018 ທີ່ສະຫະປະຊາຊາດໄດ້ກໍານົດໄວ້; ຈາກຈໍານວນຄະດີຄາດຕະກໍາທີ່ມີຜູ້ເສຍຊີວິດເປັນແມ່ຍິງທົ່ວໂລກລວມ 87.000 ຄະດີ. ໃນປີທີ່ຜ່ານມາ ມີຄະດີທັງໝົດ 50.000 ຄະດີ ຫຼືປະມານ 58% ທີ່ຜູ້ກໍ່ເຫດຢູ່ໃນຄວາມສໍາພັນ …

Read More »

ເບຍລາວ ສະເຫຼີມສະຫຼອງຄົບຮອບ 45 ປີ ດ້ວຍຄວາມເປັນເອກະລັກແບບລາວ

ວັນທີ 7 ທັນວານີ້, ບໍລິສັດ ເບຍລາວ ຈໍາກັດ ໄດ້ຈັດງານລ້ຽງສະເຫຼີມສະຫຼອງຄົບຮອບ 45 ປີຢ່າງຍິ່ງໃຫຍ່ ຢູ່ທີ່ພັດຕະຄານແກ້ວມີໄຊ ຜູ້ເຂົ້າຮ່ວມງານລ້ຽງແຕ່ຄົນແມ່ນໄດ້ແຕ່ງຕົວນູ່ງເຄື່ອງແບບລາວບູຮານ ເບິ່ງແລ້ວຄືກັບໄປໃນເມືອງລາວຍຸກເກົ່າແກ່. ເປັນກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ສປປ ລາວ, ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະການຄ້າ, ທ່ານ ກິດສະໜາ ວົງໄຊ ປະທານສະພາບໍລິຫານ ບໍລິສັດເບຍລາວ,  ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ບໍລິສັດ ເບຍລາວ ຈໍາກັດ, ພ້ອມດ້ວຍແຂກທີ່ເຊີນ, ບັນດາຕົວແທນຈໍາໜ່າຍເບຍລາວທົ່ວປະເທດ ແລະ ພະນັກງານບໍລິສັດເບລາວເຂົ້າຮ່ວມຫຼາຍກວ່າ 800. ໃນໂອກາດດັ່ງກ່າວທ່ານ ສູນທອນ ພົມມະຈັນ ປະທານ ບໍລິສັດ ເບຍລາວ ຈໍາກັດ ໄດ້ກ່າວເຖິງຄວາມເປັນມາຂອງບໍລິສັດ​ ເບຍລາວວ່າ: …

Read More »

“Yes” means “Yes”, “No” means “No”! ການແຕ່ງຕົວ Sexy ບໍ່ແມ່ນການສົມຍອມ ຫຼືອະນຸຍາດໃຫ້ລ່ວງລະເມີດທາງເພດ…

ຄວາມເຊື່ອທີີ່ວ່າ “ແມ່ຍິງປາກບໍ່ກົງກັບໃຈ” ເປັນເຫດໃຫ້ແມ່ຍິງຖືກລ່ວງລະເມີດທາງເພດມາແລ້ວຢ່າງຫຼວງຫຼາຍ ອັນນີ້ບໍ່ແມ່ນແຕ່ຢູ່ ປະເທດລາວ ເທົ່ານັ້ນ ແຕ່ມັນເກີດຂຶ້ນທົ່ວໂລກ. ເມື່ອແມ່ຍິງປະຕິເສດວ່າ “ບໍ່” ແຕ່ອີກຝ່າຍໜຶ່ງພັດຕີຄວາມໄປເອງວ່າ “ນາງປາກບໍ່ກົງກັບໃຈ ທີ່ຈິງແລ້ວນາງຕ້ອງການຮ່ວມເພດ” ຫຼືລະເມີໄປຕີຄວາມ ຈາກສັນຍາລັກອື່ນໆຕື່ມອີກ ບໍ່ວ່າຈະເປັນການດື່ມເຫຼົ້າ, ຢາເສບຕິດ, ການແຕ່ງຕົວທີ່ sexy ຫຼືແມ່ນແຕ່ການນຸ່ງຊຸດຊັ້ນໃນທີ່ sexy. ທີີ່ຮ້າຍແຮງໄປກວ່ານັ້ນແມ່ນ ການນຸ່ງຊຸດຊັ້ນໃນທີ່ sexy ພັດຖືກໃຊ້ເປັນຫຼັກຖານ ຈົນສານຕັດສິນໃຫ້ຜູ້ກະທຳການລະເມີດພົ້ນຜິດພຸ້ນໃດ ເປັນຕາເຫຼືອເຊື່ອແມ່ນບໍ່? ເຫດການນີ້ຫາກໍເກີດຂຶ້ນໝາດໆ ທີ່ເມືອງຄອດ, ປະເທດໄອແລນ ໃນໄລຍະຕົ້ນເດືອນພະຈິກ 2018 ທີ່ຜ່ານມາ. ອັນເປັນເຫດໃຫ້ແມ່ຍິງໃນປະເທດນັ້ນບໍ່ພໍໃຈ ຈົນລຸກຂຶ້ນມາປະທ້ວງຕໍ່ຄໍາຕັດສິນຍົກເລີກຄໍາຟ້ອງຮ້ອງຄະດີຂົ່ມຂືນຍິງສາວອາຍຸ 17 ປີ ແລະ ສາເຫດທີ່ສານຕັດສິນຍົກຟ້ອງ ເນື່ອງຈາກວ່າ ທະນາຍຂອງຝ່າຍຈໍາເລີຍໄດ້ນໍາເອົາຊຸດຊັ້ນໃນຂອງຜູ້ຖືກເຄາະຮ້າຍມາອ້າງເປັນຫຼັກຖານ ພ້ອມກ່າວປະນາມການແຕ່ງຕົວຂອງນາງໃນຄືນທີ່ເກີດເຫດວ່າ “You have to look at the way she was …

Read More »

“Yes” means “Yes”, “No” means “No”! ການແຕ່ງຕົວ Sexy ບໍ່ແມ່ນການສົມຍອມ ຫຼືອະນຸຍາດໃຫ້ລ່ວງລະເມີດທາງເພດ…

ຄວາມເຊື່ອທີີ່ວ່າ “ແມ່ຍິງປາກບໍ່ກົງກັບໃຈ” ເປັນເຫດໃຫ້ແມ່ຍິງຖືກລ່ວງລະເມີດທາງເພດມາແລ້ວຢ່າງຫຼວງຫຼາຍ ອັນນີ້ບໍ່ແມ່ນແຕ່ຢູ່ປະເທດລາວໃດ ແຕ່ມັນເກີດຂຶ້ນທົ່ວໂລກ. ເມື່ອແມ່ຍິງປະຕິເສດວ່າ “ບໍ່” ແຕ່ອີກຝ່າຍໜຶ່ງພັດຕີຄວາມໄປເອງວ່າ “ນາງປາກບໍ່ກົງກັບໃຈ ທີ່ຈິງແລ້ວນາງຕ້ອງການຮ່ວມເພດ” ຫຼືລະເມີໄປຕີຄວາມ ຈາກສັນຍາລັກອື່ນໆຕື່ມອີກ ບໍ່ວ່າຈະເປັນການດື່ມເຫຼົ້າ, ຢາເສບຕິດ, ການແຕ່ງຕົວທີ່ sexy ຫຼືແມ່ນແຕ່ການນຸ່ງຊຸດຊັ້ນໃນທີ່ sexy. ທີີ່ຮ້າຍແຮງໄປກວ່ານັ້ນແມ່ນ ການນຸ່ງຊຸດຊັ້ນໃນທີ່ sexy ພັດຖືກໃຊ້ເປັນຫຼັກຖານ ຈົນສານຕັດສິນໃຫ້ຜູ້ກະທຳການລະເມີດພົ້ນຜິດພຸ້ນໃດ ເປັນຕາເຫຼືອເຊື່ອແມ່ນບໍ່? ເຫດການນີ້ຫາກໍເກີດຂຶ້ນໝາດໆ ທີ່ເມືອງຄອດ, ປະເທດໄອແລນ ໃນໄລຍະຕົ້ນເດືອນພະຈິກ 2018 ທີ່ຜ່ານມາ. ອັນເປັນເຫດໃຫ້ແມ່ຍິງໃນປະເທດນັ້ນບໍ່ພໍໃຈ ຈົນລຸກຂຶ້ນມາປະທ້ວງຕໍ່ຄໍາຕັດສິນຍົກເລີກຄໍາຟ້ອງຮ້ອງຄະດີຂົ່ມຂືນຍິງສາວອາຍຸ 17 ປີ ແລະ ສາເຫດທີ່ສານຕັດສິນຍົກຟ້ອງ ເນື່ອງຈາກວ່າ ທະນາຍຂອງຝ່າຍຈໍາເລີຍໄດ້ນໍາເອົາຊຸດຊັ້ນໃນຂອງຜູ້ຖືກເຄາະຮ້າຍມາອ້າງເປັນຫຼັກຖານ ພ້ອມກ່າວປະນາມການແຕ່ງຕົວຂອງນາງໃນຄືນທີ່ເກີດເຫດວ່າ “You have to look at the way she was dressed. She …

Read More »