Breaking News

“ຄວາມຮຸນແຮງຕໍ່ແມ່ຍິງບໍ່ແມ່ນເລື່ອງທຳມະດາ, ບໍ່ແມ່ນບັນຫາໃນຄອບຄົວ, ບໍ່ແມ່ນຄວາມຜິດຂອງແມ່ຍິງ ແຕ່ມັນຄືບັນຫາສັງຄົມ”

ແບ່ງປັນ

ຄວາມຮຸນແຮງຕໍ່ແມ່ຍິງ ເປັນບັນຫາລະດັບໂລກ!!!

ຕະຫຼອດໄລຍະເວລາ 37 ປີ ທີ່ທົ່ວໂລກມີຂະບວນການປຸກລະດົມໃຫ້ “ຢຸດຕິຄວາມຮຸນແຮງຕໍ່ກັບແມ່ຍິງ” ຢ່າງຈິງຈັງ, ປັດຈຸບັນຈໍານວນປະເທດທີ່ມີກົດໝາຍຄຸ້ມຄອງຜູ້ຖືກກະທໍາຄວາມຮຸນແຮງໃນຄອບຄົວ ສູງຂຶ້ນຈາກເມື່ອກ່ອນ ທີ່ມີພຽງແຕ່ 7 ປະເທດ ມາເປັນ 127 ປະເທດ ໃນເວລາພຽງ 25 ປີ; ແຕ່ເຖິງຢ່າງໃດກໍຕາມ “ກົດໝາຍຄຸ້ມຄອງ” ບໍ່ແມ່ນສິ່ງທີ່ສາມາດກໍາຈັດຄວາມຮຸນແຮງທີ່ເກີດຂຶ້ນຕໍ່ແມ່ຍິງໄດ້ທັງໝົດ.

ບັນຫາຄວາມຮຸນແຮງທີ່ເກີດຂຶ້ນກັບແມ່ຍິງ ບໍ່ພຽງແຕ່ສ້າງຄວາມເຈັບປວດໃຫ້ກັບແມ່ຍິງທີ່ຖືກກະທໍາເທົ່ານັ້ນ ແຕ່ຄວາມເຈັບປວດນີ້ຍັງສົ່ງຜົນກະທົບໄປເຖິງທຸກເພດ, ທຸກໄວໃນສັງຄົມ ກະທົບເຖິງຮາກເລິກທັດສະນະຄະຕິໃນການດໍາລົງຊີວິດຂອງຄົນ ໃນເລື່ອງ “ສິດສະເໝີພາບ” ໄປຈົນເຖິງຜົນກະທົບທາງເສດຖະກິດລະດັບຊາດ. ເມື່ອແມ່ຍິງຄົນໜຶ່ງຖືກທໍາຮ້າຍ ບໍ່ວ່າດ້ວຍຮູບແບບໃດກໍຕາມ ມັນຈະສ້າງບາດແຜແກ່ຮ່າງກາຍ ແລະຈິດໃຈຂອງພວກເຂົາ. ສົ່ງຜົນກະທົບໃຫ້ຂາດປະສິດທິພາບໃນການເຮັດວຽກ, ລາຍໄດ້ຫຼຸດລົງາ; ໂດຍມີຂໍ້ມູນວ່າ ແມ່ຍິງທີ່ຖືກກະທໍາຄວາມຮຸນແຮງຈາກຄູ່ຄອງ ຈະມີລາຍໄດ້ຈາກວຽກປະຈໍາໜ້ອຍກວ່າແມ່ຍິງທີ່ບໍ່ຖືກກະທໍາຄວາມຮຸນແຮງເຖິງ 60%. ແມ່ຍິງເຫຼົ່ານີ້ຈຶ່ງມີສະຖານະພາບໃນສັງຄົມຕໍ່າຕ້ອຍລົງໄປໂດຍອັດຕະໂນມັດ, ພວກເຂົາບໍ່ສາມາດອອກມາເຮັດກິດຈະກໍາຮ່ວມກັບສັງຄົມ ຫຼືຊຸມຊົນພາຍນອກໄດ້ຢ່າງເຕັມທີ່ເທົ່າທີ່ຄວນ ແລະຮ້າຍແຮງທີ່ສຸດຄື ອາດຈະນໍາໄປສູ່ການຂ້າຕົວຕາຍ.

ບັນຫານີ້ຈະຖືກສົ່ງຕໍ່ໄປຫາສະມາຊິກໃນຄອບຄົວ ໂດຍສະເພາະລູກໆ ທີ່ເປັນຜູ້ຊຶມຊັບຄວາມຮຸນແຮງໂດຍບໍ່ຮູ້ຕົວ, ເຊິ່ງເດັກນ້ອຍທີ່ເຕີບໃຫຍ່ຂຶ້ນມາໃນຄອບຄົວທີ່ໃຊ້ຄວາມຮຸນແຮງ ອາດຈະມີຄວາມບົກຜ່ອງທາງອາລົມ ແລະພຶດຕິກໍາ. ສົ່ງຜົນໃຫ້ມີໂອກາດກ່ຽວຂ້ອງກັບການກະທໍາຄວາມຜິດ ດ້ານຄວາມຮຸນແຮງຕໍ່ໄປໄດ້ໃນອະນາຄົດ ແລະມີໂອກາດເສຍຊີວິດ ແລະເຈັບປ່ວຍສູງ ຫຼືຂາດສານອາຫານ ເນື່ອງຈາກຜູ້ເປັນແມ່ຖືກທໍາຮ້າຍຈົນສະພາບຈິດໃຈ ແລະຮ່າງກາຍບໍ່ພ້ອມທີ່ຈະເບິ່ງແຍງລູກໄດ້ຢ່າງເຕັມທີ່.

ບັນຫາຄວາມຮຸນແຮງຕໍ່ແມ່ຍິງນັ້ນລຸກລາມ ຈົນເປັນບັນຫາລະດັບໂລກ ເນື່ອງຈາກພາລະຄ່າໃຊ້ຈ່າຍມະຫາສານໃນການປິ່ນປົວ ຟື້ນຟູຜູ້ຖືກກະທໍາ ບໍ່ວ່າຈະເປັນຄ່າໃຊ້ຈ່າຍທາງກົງເຊັ່ນ: ລະບົບສາທາລະນະສຸກ, ສະຫວັດດີການສັງຄົມ, ຂະບວນການຍຸຕິທໍາ, ບໍລິການທີ່ປຶກສາ ແລະບໍລິການອື່ນໆທີ່ກ່ຽວຂ້ອງ ແຕ່ບັນຫາຕາມມາທີ່ໃຫຍ່ກວ່ານັ້ນຄື: ການສູນເສຍແຮງງານທີ່ມີສັກກະຍາພາບ ໃນການສ້າງລາຍໄດ້ໃຫ້ແກ່ປະເທດຊາດ; ການທີ່ແມ່ຍິງບໍ່ມີໂອກາດໃນການສຶກສາ, ການເຮັດວຽກ ແລະການໃຊ້ຊີວິດ… ເປັນການທໍາລາຍເປົ້າໝາຍປະເທດໃນການຫຼຸດຜ່ອນລະດັບຄວາມທຸກຍາກ. ໂດຍຜົນສໍາຫຼວດຊີ້ໃຫ້ເຫັນວ່າ ຄ່າໃຊ້ຈ່າຍທີ່ເກີດຂຶ້ນຈາກບັນຫາຄວາມຮຸນແຮງທົ່ວໂລກຄິດເປັນ 2% ຂອງຜະລິດຕະພັນລວມຂອງປະເທດ (GDP) ຂອງທັງໂລກ ຫຼືປະມານ 1.5 ລ້ານ ໂດລາສະຫະລັດ.

ເມື່ອເຫັນຜົນກະທົບດັ່ງກ່າວນີ້ ບັນດາອົງກອນຕ່າງໆທົ່ວໂລກຈຶ່ງພາກັນ ສ້າງຂະບວນການປຸກລະດົມ ຍຸຕິຄວາມຮຸນແຮງຕໍ່ແມ່ຍິງຢ່າງຈິງຈັງ ແລະຕໍ່ເນື່ອງທຸກໆປີ. ໂດຍເປົ້າໝາຍສູງສຸດຂອງການສ້າງຂະບວນການກໍຄື: ການຂຸດຮາກ ຖອນເຫງົ້າລະດັບຈິດສໍານຶກ, ປະຕິຮູບຄວາມຄິດ ແລະທັດສະນະຄະຕິຂອງຄົນທີ່ມີຕໍ່ ບັນຫາຄວາມຮຸນແຮງນີ້ວ່າ: “ບັນຫາຄວາມຮຸນແຮງຕໍ່ແມ່ຍິງບໍ່ແມ່ນເລື່ອງທຳມະດາ, ບໍ່ແມ່ນບັນຫາໃນຄອບຄົວ, ແລະ ບໍ່ແມ່ນຄວາມຜິດຂອງແມ່ຍິງ ແຕ່ມັນຄືບັນຫາສັງຄົມ”

ສະນັ້ນ, ພວກເຮົາທຸກຄົນໃນສັງຄົມຈຶ່ງຕ້ອງໄດ້ຮ່ວມມືຮ່ວມໃຈກັນ ກໍາຈັດຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປຈາກສັງຄົມ. ບໍ່ໃຫ້ບັນຫານີ້ມາສ້າງຜົນກະທົບຕໍ່ການພັດທະນາຊັບພະຍາກອນມະນຸດ ທີ່ມີສັກກະຍາພາບໃນການເຮັດວຽກ, ເປັນຜົນກະທົບຕໍ່ລະບົບເສດຖະກິດ ແລະຖ່ວງດຶງການກ້າວອອກຈາກປະເທດດ້ອຍພັດທະນາ.

ແບ່ງປັນ