Breaking News

ນໍ້າຕານຍັງອາຍ! ແອັບເປີ້ນ-ຟຣຸກ ຄວງຄູ່ສະວີດຫວານຊ່ວງປີໃໝ່ໄກເຖິງ Switzerland (ຂ້າຄົນໂສດແບບເຕັມໆ)

ແບ່ງປັນ

ສະບາຍດີປີໃໝ່ (Happy New Year 2019) ແຟນໆ ຂວັນໃຈ ທຸກໆຄົນ ເປີດປີໃໝ່ກັບຂ່າວຄວາມໜ້າຮັກຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ທີ່ຫຼ້າສຸດຈັບມືຄວງຄູ່ກັນໄປທ່ອງທ່ຽວຊ່ວງປີໃໝ່ກັນໄກເຖິງ ປະເທດ ສະວິດເຊີແລນ (Switzerland) ແລະແນ່ນອນວ່າພວກເຂົາຕ້ອງມີຮູບພາບໜ້າຮັກໆ ສະວີດຫວານມາໃຫ້ບັນດາແຟນຄລັບໄດ້ອັບເດດກັນແນ່ນອນ…

(ມີຮູບພາບຄວາມສະວີດຫວານຂອງທັງສອງມາຝາກ)

ໂອ້ຍ!!! ເຫັນແລ້ວກໍສົງສານຄົນໂສດກັນສຸດໆ ແບບນີ້ຂ້າຄົນໂສດແບບເຕັມໆ (555), ແຕ່ເບິ່ງໆໄປແລ້ວ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ຄູ່ນີ້ກໍໜ້າຮັກຫຼາຍໆ ເປັນອີກໜຶ່ງຄູ່ທີ່ມີບັນດາແຟນຄລັບຕິດຕາມກັນຢ່າງຫຼວງຫຼາຍ, ຢ່າງໃດກໍຂໍໃຫ້ທັງສອງຮັກກັນແບບນີ້ເລື້ອຍໆ ແລະ ຮີບມີ ເບບີ໋ ໂຕນ້ອຍໆມາໃຫ້ແຟນໆໄດ້ສ່ອງຄວາມໜ້າຮັກກັນໄວໆແດ່ເດີ້.

ຮູບພາບ: fb/AppleminiberryFluke Jira

ແບ່ງປັນ