Breaking News

ຂໍ້ຄິດດີໆໃນຊ່ວງປີໃໝ່ ປ່ຽນວິທີຄິດໃຫ້ຊີວິດດີຂຶ້ນ ຕ້ອນຮັບປີ 2019

ແບ່ງປັນ

ຂໍ້ຄິດດີໆ ປ່ຽນວິທີຄິດໃຫ້ຊີວິດດີຂຶ້ນ ຕ້ອນຮັບປີ 2019 ທີ່ຄວນຮູ້ຈະມີຫຍັງແດ່ມາເບິ່ງ…

ລົງມືເຮັດໃນສິ່ງທີ່ຢາກເຮັດ

ຫຼາຍຄົນກໍຄົງເຫັນແລ້ວແມ່ນບໍ່ວ່າ ເວລາປີໜື່ງມັນຜ່ານໄປຢ່າງໄວວາ ສິ່ງທີ່ເຄີຍລິສໄວ້ເປັນຂໍ້ໆທີ່ຄິດວ່າຢາກຈະເຮັດ ກໍຄວນເຮັດແບບຈິງຈັງໄດ້ແລ້ວ ຢ່າມົວແຕ່ເວົ້າ ແລະ ຄິດວ່າຈະເຮັດແລະບໍ່ເຮັດອີກຕໍ່ໄປ ແຖມສຸດທ້າຍມັນກໍຄົງມາຈົບຢູ່ບ່ອນເກົ່າທີ່ວ່າພໍໝົດປີກໍຍັງບໍ່ໄດ້ເຮັດຫຍັງ ແລະ ປ່ອຍໃຫ້ເວລາເສຍໄປແບບບໍ່ມີຄວາມໝາຍ ຫຼື ເຮັດຫຍັງກໍຍັງບໍ່ສຳເລັດ

ລຸກຂຶ້ນມາເບິ່ງແຍງສຸຂະພາບຢ່າງຈິງຈັງ

ຂໍ້ນີ້ແມ່ນສຳຄັນທີ່ສຸດ! ບໍ່ວ່າຈະຫຍັງກໍແລ້ວແຕ່ ຄວນລຸກຂຶ້ນມາເບິ່ງແຍງສຸຂະພາບຂອງຕົວເອງໄດ້ແລ້ວ ຍິ່ງອາຍຸເລີ່ມຫຼາຍຂຶ້ນຍິ່ງຕ້ອງລະວັງ ແຕ່ຄົນທີ່ອາຍຸຍັງນ້ອຍກໍຢ່າຟ້າວເບິ່ງຜ່ານ ເພາະບັນຫາສຸຂະພາບເກີດຂຶ້ນໄດ້ກັບທຸກຄົນ ດັ່ງນັ້ນມັນຮອດເວລາແລ້ວທີ່ຈະລຸກຂຶ້ນມາເບິ່ງແຍງເລື່ອງອາຫານການກິນ ພະຍາຍາມກິນແຕ່ອາຫານທີ່ມີປະໂຫຍດ ສານອາຫານຄົບຖ້ວນ ລວມເຖິງສິ່ງສຳຄັນທີ່ສຸດແມ່ນອອກກຳລັງກາຍຢ່າງສະໝໍ່າສະເໝີ

ເກັບເງິນ ຢ່າຟຸມເຟືອຍ

ຕ້ອງຍອມຮັບເລີຍວ່າ ເງິນເປັນອີກປັດໄຈໜຶ່ງທີ່ສຳຄັນ ຫາກຫາເງິນໄດ້ກໍຢ່າຟ້າວຫຼົງ ແລະ ໃຊ້ຈ່າຍຢ່າງຟຸມເຟືອຍ ຄວນຮູ້ຈັກແບ່ງເງິນອອກເປັນສັດສ່ວນ ແລະ ເລີ່ມເກັບເງິນ ເພື່ອເປັນຄ່າສຳຮອງໃນຍາມໃຊ້ຈ່າຍສຸກເສີນ ຈະໄດ້ບໍ່ຕ້ອງມານັ່ງເຈັບຫົວ ວ່າຈະຫາເງິນຈາກໃສມາຮັກສາຕົວເອງ ຫຼື ຖ້າຢາກເອົາເງິນໄປລົງທຶນເພື່ອໃຫ້ໄດ້ກຳໄລ ກໍຄວນເບິ່ງ ແລະ ສຶກສາໃຫ້ດີເສຍກ່ອນ

ແບ່ງເວລາໃຫ້ເປັນ

ໃຫ່ຍແລ້ວ ຄວນເບິ່ງເວລາໃຫ້ເປັນວ່າເວລາໃດຄືເວລາເຮັດວຽກ ຫຼື ຊ່ວງໃດຄືເວລາພັກຜ່ອນ ຢ່າພະຍາຍາມໃຫ້ວຽກຫຼືກິດຈະກຳສ່ວນຕົວບາງຢ່າງມາບຽດບຽນເວລາພັກຜ່ອນ ທີ່ເວົ້າມາກໍເພື່ອສຸຂະພາບຂອງເຮົາທັງນັ້ນ

ບໍ່ຕ້ອງເກັບທຸກຢ່າງມາຄິດ

ກ້າວເຂົ້າປີ 2019 ແລ້ວ ບາງເທື່ອກໍບໍ່ຈຳເປັນຈະຕ້ອງເກັບທຸກຢ່າງມາຄິດໃຫ້ເມື່ອຍໃຈ ເປືອງສະໝອງ ບາງຢ່າງຫາກມັນເປັນບັນຫາ ແຕ່ຍັງຫາທາງແກ້ໄຂມັນໄດ້ ໃຫ້ປ່ອຍໄປກ່ອນ ແລ້ວດຽວເວລາມັນຈະພາທາງອອກມາໃຫ້ເອງ

ພາຕົວເອງອອກຈາກກອບເກົ່າໆ

ເຊບໂຊນ ທຸກຄົນຮູ້ຈັກກັບຄຳນີ້ດີ ແນ່ນອນວ່າມັນເຮັດໃຫ້ປອດໄພ ແຕ່ລອງຄິດເບິ່ງວ່າມັນຈະໜ້າເສຍດາຍຊໍ່າໃດທີ່ເຈົ້າຈະບໍ່ມີໂອກາດໄດ້ເຫັນໂລກພາຍນອກເລີຍ ເພາະສະນັ້ນພະຍາຍາມຫາເຮັດຫາລອງຫຍັງໃໝ່ໆແດ່, ອີກຢ່າງໜຶ່ງລອງລາພັກຮ້ອນແລ້ວພາຕົວເອງອອກໄປທ່ອງທ່ຽວ ໄປເກັບກ່ຽວປະສົບການຈາກໂລກພາຍນອກ ຮັບຮອງເລີຍວ່າຈະໄດ້ຫຍັງຫຼາຍກວ່າທີ່ຄິດ ແຖມຍັງເປັນການເຕີມພະລັງໃຫ້ຊີວິດໄປໃນຕົວ

ຮັກສາຄວາມສຳພັນກັບຄົນໃກ້ຕົວ

ເຄີຍໄດ້ຍິນປະໂຫຍກທີ່ວ່າ “ຍິ່ງອາຍຸຫຼາຍໝູ່ຍິ່ງໜ້ອຍລົງ” ລອງນຶກກັບໄປເບິ່ງວ່າແຕ່ກ່ອນມີໝູ່ເທົ່າໃດ ແລ້ວຕອນນີ້ເຫຼືອຢູ່ເທົ່າໃດ ແນ່ນອນວ່າການເວລາຈະຊ່ວຍຄັດກອງຄວາມສຳພັນຂອງຄົນໃກ້ຕົວຂອງເຮົາເອງ ດັ່ງນັ້ນໜ້າທີ່ຂອງເຈົ້າຄືຮັກສາຄວາມສຳພັນກັບຄົນໃກ້ຕົວເອົາໄວໃຫ້ດີທີ່ສຸດ, ບາງຄົນອາດຄິດວ່າ ຂ້ອຍບໍ່ຈຳເປັນຈະຕ້ອງແຄຣໃຜ ແຕ່ຢ່າລືມເດີ້ວ່າບາງເທື່ອ…ເຮົາກໍບໍ່ສາມາດຢູ່ແບບຕົວຄົນດຽວໄດ້.

ທີ່ມາ: https://women.mthai.com/women-variety/390707.html

ແບ່ງປັນ