Breaking News

ສົ່ງທ້າຍປີ 2018! ກັບ 2 ນາງງາມຜູ້ຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີລະດັບໂລກມາຝາກຄົນລາວ!!!

ແບ່ງປັນ

ສົ່ງທ້າຍປີ 2018 ນີ້ກັບ 2 ນາງງາມຜູ້ທີ່ຄວ້າລາງວັນຊຸດປະຈຳຊາດດີເດັ່ນມາຝາກຄົນລາວເຖິງ 2 ເວທີໃຫ່ຍລະດັບໂລກ ອອນອະນົງ ຫອມສົມບັດ Miss Universe Laos 2018 ແລະ ສັນທະນີ ໃສມະນີວັນ Miss Supranational​ Laos​ 2018 ເຊິ່ງນາງງາມທັງສອງໄດ້ເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວໄປປະກວດໃນເວທີ Miss Universe 2018 ທີ່ປະເທດໄທ ແລະ Miss Supranational 2018 ທີ່ປະເທດ ໂປແລນ ໃນເມື່ອບໍ່ດົນມານີ້ ແລະ ຍັງເຮັດໃຫ້ຄົນລາວເຮົາທັງຊາດພາກພູມໃຈ ສ້າງຊື່ສຽງໃຫ້ຄົນທົ່ວໂລກໄດ້ຮູ້ຈັກປະເທດລາວ ເພາະສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ມາຝາກຄົນລາວເຮົາໄດ້ທັງ 2 ເວທີ.

“ຊຸດທານນ້ຳໃຈສູ່ປະເທດລາວ” ອອນອະນົງ ຫອມສົມບັດ ຄວ້າລາງວັນ Best National​ Costume​ ໃນເວທີ  Miss Universe 2018

“ຊຸດຍັກທົດສະກັນ” ສັນທະນີ ໃສມະນີວັນ ຄວ້າລາງວັນ Best National​ Costume​ ໃນເວທີ  Miss Supranational 2018

ສຳລັບຊຸດປະຈຳຊາດທັງສອງຊຸດນີ້ອອກແບບໂດຍ ຄຳພີ ອະລັງການ ນັກອອກແບບຊາວໄທ ເຊິ່ງເພິ່ນເປັນນັກອອກແບບລຸ້ນໃໝ່ໄຟແຮງ ທີ່ໄດ້ຮັບໂອກາດຈາກກອງປະກວດນາງງາມປະເທດລາວ ໃຫ້ໄດ້ອອກແບບໃຫ້ນາງງາມລາວໄດ້ມີຊຸດປະຈຳຊາດທີ່ໂດດເດັ່ນ ແລະ ມີຄວາມອະລັງການງານສ້າງ ພ້ອມທັງຄວາມຄິດສ້າງສັນ ແລະ ມີຄວາມໝາຍຊຸດທີ່ດີ ຈົນສາມາດຄວ້າລາງວັນມາໄດ້ສຳເລັດ, ຢ່າງໃດກໍຂໍຊົມເຊີຍນັກອອກແບບຄົນນີ້ເຊັ່ນດຽວກັນ ເກັ່ງຫຼາຍໆ.

ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ໃນເວທີ Miss Universe ແລະ Miss Supranational ເຊິ່ງທັງສອງເປັນເວທີປະກວດນາງງາມອັນດັບໂລກ ມາໄດ້ແບບໜ້າຍິນດີ ເອີ້້ນໄດ້ວ່າປີນີ້ ນາງງາມລາວເຮົາ ສາມາດຄວ້າລາງວັນຊຸດປະຈຳຊາດມາໄດ້ເຖິງ 2 ລາງ ວັນ ຈາກ 2 ເວທີໃຫ່ຍລະດັບໂລກ ແຖມຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ປະເທດລາວ ເຮົາຫຼາຍຂຶ້ນ ພ້ອມກັບຮັບຮູ້ເຖິງຄວາມສາມາດຂອງ ແມ່ຍິງລາວ ເຮົາອີກດ້ວຍ. (ຂໍຊົມເຊີຍ! ເກັ່ງຫຼາຍໆ)

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈຮູບພາບ)

ແບ່ງປັນ