Breaking News

ເບຍລາວ ສະເຫຼີມສະຫຼອງຄົບຮອບ 45 ປີ ດ້ວຍຄວາມເປັນເອກະລັກແບບລາວ

ແບ່ງປັນ

ວັນທີ 7 ທັນວານີ້, ບໍລິສັດ ເບຍລາວ ຈໍາກັດ ໄດ້ຈັດງານລ້ຽງສະເຫຼີມສະຫຼອງຄົບຮອບ 45 ປີຢ່າງຍິ່ງໃຫຍ່ ຢູ່ທີ່ພັດຕະຄານແກ້ວມີໄຊ ຜູ້ເຂົ້າຮ່ວມງານລ້ຽງແຕ່ຄົນແມ່ນໄດ້ແຕ່ງຕົວນູ່ງເຄື່ອງແບບລາວບູຮານ ເບິ່ງແລ້ວຄືກັບໄປໃນເມືອງລາວຍຸກເກົ່າແກ່.

ເປັນກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ສປປ ລາວ, ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະການຄ້າ, ທ່ານ ກິດສະໜາ ວົງໄຊ ປະທານສະພາບໍລິຫານ ບໍລິສັດເບຍລາວ,  ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ບໍລິສັດ ເບຍລາວ ຈໍາກັດ, ພ້ອມດ້ວຍແຂກທີ່ເຊີນ, ບັນດາຕົວແທນຈໍາໜ່າຍເບຍລາວທົ່ວປະເທດ ແລະ ພະນັກງານບໍລິສັດເບລາວເຂົ້າຮ່ວມຫຼາຍກວ່າ 800.

ໃນໂອກາດດັ່ງກ່າວທ່ານ ສູນທອນ ພົມມະຈັນ ປະທານ ບໍລິສັດ ເບຍລາວ ຈໍາກັດ ໄດ້ກ່າວເຖິງຄວາມເປັນມາຂອງບໍລິສັດ​ ເບຍລາວວ່າ: ບໍລິສັດເບຍລາວສ້າງຕັ້ງຂຶ້ນໃນປີ 1973 ປີນີ້ຄົບຮອບ 45 ປີ, ປັດຈຸບັນບໍລິສັດໄດ້ມີຜະລິດຕະພັນຄື: ເບຍ, ນໍ້າອັດລົມ ແລະນໍ້າດື່ມ ໂດຍການຮ່ວມທຶນກັບຕ່າງປະເທດແຕ່ຍຶດໝັ້ນໃນການດໍາເນີນທຸລະກິດພາຍໃຕ້ແນວທາງນະໂຍບາຍລວມຂອງພັກ, ປະຕິບັດຄົບຖ້ວນຕາມລະບຽບກົດໝາຍຂອງລັດ, ທັງສອດຄ່ອງ ແລະຊຸກຍູ້ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດລາວມາຕະຫຼອດ ບໍລິສັດເບຍລາວ ເປັນບໍລິສັດທີ່ປະສົມຜົນສໍາເລັດໃນການດໍາເນີນທຸລະກິດທັງພາຍໃນ ແລະເປັນບໍລິສັດດີເດັ່ນຢູ່ໃນເຄືອຂອງ ບໍລິສັັດຄາສເບີກ ທີ່ມີຫຼາຍກວ່າ 170 ປະເທດ ແລະໃຫຍ່ເປັນອັນດັບ 3 ຂອງໂລກ ເພື່ອດຶງດູດລູກຄ້າ ແລະສືບຕໍ່ສ້າງຖານລູກຄ້າໃຫ້ເຂັ້ມແຂງ ແລະຕອບສະໜອງຄວາມຕ້ອງການຂອງສັງຄົມດ້ວຍການຄິດຄົ້ນ ແລະອອກຜະລິດຕະພັນໃໝ່ໆຄວບຄຸມທົ່ວເຖິງທຸກກຸ່ມຄົນຜູ້ບໍລິໂພກ​ ເຊິ່ງໃນຕໍ່ໜ້າກໍ່ຈະຮ່ວມມືກັບບໍລິສັດຮ່ວມທຶນ ເພື່ອພັດທະນາຜະລິດຕະພັນໃຫ້ມີຄຸນນະພາບຫຼາກຫຼາຍກວ່າເກົ່າ.


ຫຼັງຈາກນັ້ນ, ໄດ້ມີພິທີປະດັບຫຼຽນນາມມະຍົດແຫ່ງຊາດດີເດັ່ນ, ຫຼຽນໄຊແຮງງານ, ມອບໃບຍ້ອງຍໍໃຫ້ບໍລິສັດເບຍລາວ, ກຸ່ມບໍລິສັດຄາສເບີກ ລວມທັງປະເພດບຸກຄົນດີເດັ່ນຂອງບໍລິສັດ ເບຍລາວ ຈໍາກັດ ນໍາອີກ.

ໃນງານ, ບໍລິສັັດເບຍລາວ ຍັງໄດ້ຈົກສະຫຼາກມອບຂອງຂວັນລາງວັນ ກີ້ສາຍຄໍຄຳ 2 ສະຫຼືງ ຈຳນວນຫຼາຍລາງວັນ ໃຫ້ກັບພະນັກງານທຸກຄົນທີ່ທູມເທເຫື່ອແຮງ ແລະ ສະຕິປັນຍາ ໃສ່ການເຮັດວຽກໃຫ້ກັບບໍລິສັດ ຈົນມາຮອດ 45 ປີ.

ແບ່ງປັນ