Breaking News

So strong! ອອນອະນົງ ແບກຊຸດປະຈຳຊາດລາວ 40Kg ໃນເວທີ Miss Universe  2018 (ເປັນນາງງາມລ້າໆໂລກບໍ່ຈື່ ຕອ້ງແຂງແຮງ ແລະ ມີຄວາມອົດທົນ)

ແບ່ງປັນ

ເປັນກະແສຮືຮາ Talk of the town ມາໃຫ້ເປັນປະເດັນໄດ້ເວົ້າໄດ້ລົມກັນ… ເລື່ອງກໍມີຢູ່ວ່າໃນວັນທີ 10 ທັນວາ 2018 ທີ່ຜ່ານມາ ກໍເປັນເວລາທີ່ມີຮອບແຂ່ງຂັນໃນຮອບຊຸດປະຈຳຊາດ ແລະ ສິ່ງທີ່ແຟນໆຖ້າລຸ້ນ ຖ້າເຊຍ ແລະ ໃຫ້ກຳລັງໃຈກໍຄື ອອນອະນົງ ຫອມສົມບັດ Miss Universe  Laos ທີ່ໄດ້ໄປເຮັດໜ້າທີ່ເປັນຕົວແທນສາວງາມປະເທດລາວ ໃນເວທີ Miss Universe  2018 ທີ່ຈັດຂຶ້ນທີ່ ປະເທດໄທ ໃນປີນີ້.

ເຊິ່ງຫຼ້າສຸດ ກໍມີການປ່ອຍຮູບພາບ ແລະ ຄລິບການໂຊຊຸດປະຈຳຊາດລາວ ຜ່ານການນຳສະເໜີຂອງ ອອນອະນົງ ຫອມສົມບັດ Miss Universe  Laos  ໃຫ້ແຟນໆ ແລະ ຄົນທົ່ວໂລກໄດ້ເຫັນກັນໄປແດ່ແລ້ວ ຕ້ອງຂໍບອກວ່າສາວລາວເຮົາກໍເຮັດໄດ້ດີຫຼາຍ…

(ເບິ່ງຄລິບ)

ນ້ອງນາງສາວ ອອນອານົງ ຫອມສົມບັດ Miss Universe Laos 2018 ໃສ່ສຸດປະຈຳຊາດ ປະກວດເຖີງເວທີ ທີ່ Nice ສູນປະຊຸມນານາຊາດ ສວນນຸງນຸດ ທີ່ພັດທະຍາ ແຂວງຊົນບຸລີ ປະເທດໄທ, ນ້ອງ ອອນອານົງ ໃນເວລາໄດ້ເດີນອອກມາ ມີຜູ້ຊົມເຫັນ ກໍ່ໄດ້ຮັບສຽງເຊຍ ຮ້ອງຢ່າງສະນັ່ນຈາກຜູ້ເຂົ້າເບີ່ງໃນຫໍ, ສຸດປະຈຳຊາດໃນຄັ້ງນີ້ ໂດຍແຮງບັນດານໃຈຕ້ອງການ ສະແດງ ຄວາມຂອບໃຈຈາກນານາຊາດຫລາຍປະເທດ ທີ່ລົງມາຊ່ວຍເຫລືອລາວຈາກເຫດການເຂື່ອນແຕກທີ່ຜ່ານມາ.ຊ່ວຍເປັນກຳລັງໃຈ ນ້ອງນາງສາວ ອອນອານົງ ຫອມສົມບັດ Miss Universe Laos 2018 ໄປປະກວດທີ່ປະເທດໄທ ແລະ ກົດໄລກົດແຊ ໄດ້ທີ່: Miss Universe Laos ມີສຢູນີເວີຣສ ລາວ.CA Channel.

Posted by CA Channel on Monday, December 10, 2018

ແຕ່ແຟນໆຮູ້ບໍ່ວ່າ “ຊຸດທານນ້ຳໃຈສູ່ປະເທດລາວ” ເຊິ່ງເປັນຊຸດປະຈຳຊາດລາວໃນປີນີ້ ມີນໍ້າໜັກລວມເຖິງ 40 ກິໂລກຼາມ ບອກເລີຍວ່າໃຜໄດ້ຍິນເປັນຕ້ອງບໍ່ຢາກເຊື່ອ ແຕ່ແມ່ນມັນແມ່ນຄວາມຈິງແລ້ວວວວ. ເອົາເປັນວ່າຕ້ອງຂໍຊົມເຊີຍ ນ້ອງ ອອນອະນົງ  Miss Universe  Laos 2018 ທີ່ນາງຍັງສູ້ ແລະ ເຮັດອອກມາໄດ້ດີທີ່ສຸດ, ແບບນີ້ເວົ້າໄດ້ເລີຍວ່າ ເປັນນາງງາມລ້າໆໂລກບໍ່ຈື່ ຕອ້ງແຂງແຮງ ແລະ ມີຄວາມອົດທົນສູງທີ່ສຸດ. 

ໃນເວລານີ້ ອອນອະນົງ ຫອມສົມບັດ Miss​ Universe Laos 2018​ ກຳລັງເຮັດໜ້າທີ່ຕົວແທນສາວງາມຈາກປະເທດລາວໃນການປະກວດເວທີລະດັບໂລກ Miss Universe 2018 ທີ່ ປະເທດ ໄທ ແລະ ຈະມີຮອບຕັດສິນໃນວັນທີ 16 ທັນວາ 2018  ນີ້, ຢ່າງໃດເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ