Breaking News

ຂ່າວດີໆໆໆ! ຊຸດປະຈຳຊາດລາວຖືກຈັດອັນດັບໃຫ້ຕິດ Top ອັນດັບຕົ້ນໆໃນເວທີ Miss Universe 2018 #ແຊຣໄປໃຫ້ໂລກຮູ້

ແບ່ງປັນ

ມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼັງຈາກທີ່ມີຮອບແຂ່ງຂັນ ຊຸດປະຈຳຊາດ ໃນເວທີປະກວດນາງງາມລະດັບໂລກ Miss Universe 2018 ເຊິ່ງຫຼ້າສຸດໄດ້ມີການຈັດອັນດັບຈາກຫຼາຍໆສື່ ຫຼາຍໆໂພສຳຫຼວດວ່າ ຊຸດປະຈຳຊາດລາວ ຕິດ Top ອັນດັບຕົ້ນໆຂອງການປະກວດຊຸດປະຈຳຊາດໃນປີນີ້!!!

ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ຍັງມີເວັບໄຊ້ການປະກວດນາງງາມຊື່ດັງ #Missosology ໄດ້ມີການຈັດອັນດັບໃຫ້ ຊຸດປະຈຳຊາດລາວເຮົາ ທີ່ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ໄດ້ສວມໃສ່ ເຊິ່ງຕິດອັນດັບ 1 ໃນ 10 ເຊິ່ງຈັດຢູ່ອັນດັບທີ 9 ຈາກທັງໝົດ 90ກວ່າປະເທດທົ່ວໂລກອີກດ້ວຍ.

(ມີລິ້ງການຈັດອັນດັບ http://missosology.org/miss-universe/featured-article-miss-universe/54851-top-10-most-spectacular-national-costumes-at-miss-universe-2018/?fbclid=IwAR36WQ1Th-zT_GyRROk649ZX2kv44erWZFsMx99RQFIt18Et2teambqN4BQ)

ເຫັນແລ້ວກໍເປັນທີ່ໜ້າຍິນດີສຸດໆ!!! ໃນເວລານີ້ ອອນອະນົງ ຫອມສົມບັດ Miss​ Universe Laos 2018​ ກຳລັງເຮັດໜ້າທີ່ຕົວແທນສາວງາມຈາກປະເທດລາວໃນການປະກວດເວທີລະດັບໂລກ Miss Universe 2018 ທີ່ ປະເທດ ໄທ ແລະ ຈະມີຮອບຕັດສິນໃນວັນທີ 16 ທັນວາ 2018  ນີ້, ຢ່າງໃດເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ