Breaking News

ປີໃໝ່ນີ້ມາໂພສຮູບ ພ້ອມແຄັບຊັ່ນຄຳຄົມພາສາອັງກິດ ຄວາມໝາຍດີໆ ສ້າງແຮງບັນດານໃຈ ຕ້ອນຮັບປີ 2019 ກັນດີກວ່າາາ!!!

ແບ່ງປັນ

ແຟນໆຫຼາຍໆຄົນມັກຈົ່ມວ່າ “ເວລາຊ່າງຜ່ານໄປໄວເຫຼືອເກີນ…” ແຕ່ບໍ່ເປັນຫຍັງເນາະ ເອົາເປັນວ່າທຸກຢ່າງບໍ່ສາຍທີ່ຈະເລີ່ມລົງມືເຮັດ ແລະ ເລີ່ມຕົ້ນໃໝ່ກັບສິ່ງດີໆສະເໝີ, ສຳລັບແຟນໆທ່ານໃດທີ່ຢາກເລີ່ມຕົ້ນສິ່ງໃໝ່ໆ ຢາກຊອກຫາຄຳຄົມພາສາອັງກິດມາຂຽນແຄັບຊັ່ນ ໂພສຮູບງາມໆ ແຄັບຊັ່ນຄົມໆ ຕ້ອນຮັບປີ 2019 ທີ່ຈະມາຮອດນີ້, ດັ່ງນັ້ນ!!! ຊະນີIndy ຢູ່ລ້າບໍ່ເປັນເດີ້ ໄດ້ໄປຊອກເອົາຄຳຄົມຄົມເດັດໆ ໃຫ້ແງ່ຄິດ ສອນໃຈໃນການໃຊ້ຊີວິດ ແລະ ສ້າງກຳລັງໃຈ ໃນຊ່ວງປີໃໝ່ມາໃຫ້ແຟນໆໄດ້ອັບເດດກັນແບບເລີດໆກ່ອນໃຜ, ຫຼັງຈາກຂຽນແຄັບຊັ່ນທີ່ມັກລົງໄປໃນຮູບແລ້ວ ກໍ່ຢ່າລືມຕໍ່ທ້າຍດ້ວຍ “Happy New Year 2019″  ຮັບຮອງເລີດໆໆໆ ແຈ້ງເກີດໄດ້ແນ່ນອນ!!!

1. Think Positive

–  ຄິດບວກ ຄິດຮອດແຕ່ສິ່ງດີໆທີ່ກຳລັງຈະເຂົ້າມາໃນຊີວິດ!

2. don’t forget to smile 

– ຢ່າລືມຍິ້ມຕ້ອນຮັບສິ່ງດີໆ!

3. If you believe in yourself anything is possible 

– ຖ້າມີຄວາມເຊື່ອໝັ້ນໃນຕົວເອງ ທຸກສິ່ງທຸກຢ່າງເປັນໄປໄດ້ສະເໝີ

4. Don’t let little stupid things break your happiness

– ຢ່າປ່ອຍໃຫ້ເລື່ອງໄຮ້ສາລະ ມາຢຸດຄວາມສຸກຂອງເຈົ້າ

5. Do not compare yourself to others.

– ຢ່າເອົາຕົວເອງໄປປຽບທຽບກັບຄົນອື່ນ ສູ້ກັບຕົວເອງພໍ!!!

6. If you never try you’ll never know

– ຖ້າບໍ່ລອງເບິ່ງຈັກເທື່ອ ເຈົ້າກໍ່ຈະບໍ່ຮູ້ວ່າມັນເປັນແນວໃດ!

7. Welcome change into your life, for new beginnings bring new experiences.

– ເປີດຮັບໂອກາດໃໝ່ໆ ເຂົ້າມາໃນຊີວິດ ເປັນຈຸດເລີ່ມຕົ້ນປະສົບການໃໝ່ໆ

8. The little things are the ones that make us happy the most

– ເຖິງເປັນພຽງແຕ່ສິ່ງນ້ອຍໆ ແຕ່ສິ່ງນັ້ນມັນກໍສາມາດເຮັດໃຫ້ເຮົາມີຄວາມສຸກໄດ້ເຊັ່ນກັນ

9. Remember the past, plan for the future, but live for today, because yesterday is gone & tomorrow may never comes.

– ຈົດຈຳຄວາມຊົງຈຳໃນອະດີດ ວາງແຜນສຳຫຼັບອະນາຄົດ ແລະ ໃຊ້ຊີວິດໃນທຸກໆມື້ໃຫ້ຄຸ້ມຄ່າ ເພາະເຮົາບໍສາມາດຍ້ອນເວລາ ກັບໄປແກ້ໄຂຫຍັງໄດ້ ຈົ່ງເຮັດມື້ຕໍ່ໄປໃຫ້ດີທີ່ສຸດ

10. Happiness is an attitude We either makes ourselves miserable or happy and strong It is your choice.

– ຄວາມສຸກເປັນພຽງທັດສະນະຄະຕິໜຶ່ງ ເຮົາຈະເຮັດຊີວິດໃຫ້ເສົ້າ ສຸກ ຫຼື ເຂັ້ມແຂງ ຂຶ້ນຢູ່ກັບເຮົາເລືອກທີ່ຈະເປັນ

11People can’t love and appreciate others, If they cannot love and appreciate themselves.

–  ຄົນເຮົາບໍ່ອາດຮັກ ແລະ ເຫັນຄຸນຄ່າຂອງໃຜໄດ້, ຫາກຍັງບໍ່ຮູ້ຈັກຮັກ ແລະ ເຫັນຄຸນຄ່າຂອງຕົວເອງ

12. Never give up on something you really want However impossible things my seem There’s always a way.

– ຢ່າຍອມແພ້ທີ່ຈະເຮັດຕາມຝັນ  ເຖິງແມ່ນວ່າມັນຈະເບິ່ງຄືຍາກກ່ວາຄວາມເປັນຈິງ, ຈົ່ງຈື່ໄວ້ວ່າ ທຸກຢ່າງມີຫົນທາງ ແລະ ຄວາມເປັນໄປໄດ້ດ້ວຍກັນທັງນັ້ນ
13. Good things can come From unexpected places.
– ບາງເທື່ອສິ່ງດີໆ ກໍອາດມາຈາກບ່ອນທີ່ເຮົາກໍ່ຄາດບໍ່ເຖິງ
14. You are in control of your destiny, Only you can make your dreams come true.
– ຈົ່ງກຳນົດຊີວິດຂອງຕົວເອງ, ມີພຽງເຮົາເທົ່ານັ້ນທີ່ຈະເຮັດຝັນຂອງຕົວເອງໃຫ້ເປັນຈິງໄດ້ສຳເລັດ
 
15. Living a false life will only lead to distress and worries Be yourself, everyone is already taken.
– ການໃຊ້ຊີວິດແບບຜິດໆ ມີແຕ່ຈະນຳມາຊຶ່ງຄວາມໂສກເສົ້າ ແລະ ຄວາມຄຽດ, ດັ່ງນັ້ນຈົ່ງກ້າທີ່ຈະເປັນຕົວຂອງຕົວເອງ.

ເປັນແນວໃດກັນແດ່ ມີຄຳຄົມຖືກໃຈແດ່ບໍ່ ປີໃໝ່ນີ້…ຂໍໃຫ້ແຟນໆ ຂວັນໃຈ ທີ່ໜ້າຮັກທຸກຄົນຈົ່ງພົບເຈິແຕ່ສິ່ງດີໆ ແລະ ປະສົບຜົນສຳເລັດໃນສິ່ງທີ່ຕັ້ງໃຈໄວ້ ສິ່ງທີ່ບໍ່ດີ ກໍຂໍໃຫ້ລອຍຜ່ານໄປກັບປີເກົ່າ ^^ Happy New Year 2019 ເດີ້ແຟນໆທຸກຄົນ (ຮັກ).

Story: ຊະນີIndy

ຮູບພາບຈາກ google

ແບ່ງປັນ