Breaking News

Keo Khounphachanh

5 ເມືອງທີ່ຄອງຄວາມງາມສຸດແສນໂຣແມນຕິກລະດັບໂລກ!

ສໍາລັບຄູ່ຮັກ “ຮັນນີມູນ” ໄລຍະນີ້ກໍຖືວ່າເລີ່ມອອກພັນສາກັນແລ້ວເນາະສາວໆ! ຫຼັງຈາກນີ້ໄປກໍຈະເປັນເທສະການຂອງງານດອງນັ້ນເອງ ຫຼາຍໆຄູ່ກໍຫ້າງຫາກະກຽມເຂົ້າພິທີວິວາກັນໃນອີກບໍ່ດົນນີ້! ຫຼັງຈາກແຕ່ງດອງເປັນທີ່ຮຽບຮ້ອຍແລ້ວ ສະຖານີຕໍ່ໄປກໍຄືການຕຶ່ມເຕັມຄວາມຮັກໃຫ້ຫອມຫວານຂຶ້ນດ້ວຍການໄປ “ຮັນນິມູນ” ນັ້ນເອງ… ມື້ນີ້ ຂວັນໃຈເລີຍຢາກຈະມາແນະນໍາສະຖານທີ່ ສຸດແສນຈະໂຣແມນຕິກ ສໍາລັບຄູ່ຮັກ ຮັນນີມູນ ມາໃຫ້ຮູ້ເພື່ອວ່າຄູ່ໃດທີ່ຍັງບໍ່ມີສະຖານທີ່ໃຫ້ເລືອກກໍລອງມາເບິ່ງນໍາກັນເນາະ! ແຕ່… ສາວໂສດມື້ນີ້ກໍຢ່າຟ້າວອິດສາຕາຮ້ອນກັນໄປກ່ອນເດີ່ ເພາະເຖິງວ່າຈະເປັນສະຖານທີ່ໂຣແມນຕິກ ແຕ່ກໍບໍ່ມີປ້າຍຫ້າມຄົນໂສດໄປທ່ຽວໃດ໋! ຖ້າມັກກໍສາມາດຊວນພໍ່-ແມ່, ພີ້-ນ້ອງ, ໝູ່-ເພື່ອນໄປທ່ຽວກໍໄດ້ເດີ່!!! 1. VENICE ເມື່ອເວົ້າເຖິງເມືອງແຫ່ງຄອງເໝືອງ ບໍ່ມີທາງເລີຍທີ່ຈະບໍ່ເວົ້າເຖິງເມືອງນີ້ ເມືອງທີ່ເປັນຕົ້ນແບບ ລວມໄປເຖິງການອ້າງອີງເຖິງທຸກຄັ້ງທີ່ເວົ້າເຖິງເມືອງແຄມໜອງ ມີເວນິສກະຈາຍໄປທົ່ວໂລກ ທັງຕາເວັນອອກ, ຈີນ, ເວນິສນ້ອຍ, ເວນີສເອີຣົບເໜືອ ຫຼວງຫຼາຍໄປໝົດ ຢືນຢັນໄດ້ເລີຍເຖິງຄວາມມີຊື່ສຽງ. 2. BRUGES ໜຶ່ງໃນເມືອງທີ່ມີສາຍາເວນີສເຊັ່ນກັນ ເປັນເວນີສແຫ່ງເບລຢ່ຽມ ແຕ່ຄວາມງາມບໍ່ໄດ້ດ້ອຍກວ່າເລີຍ ເມືອງນ້ອຍໆແສນໂຣແມນຕິກແຫ່ງນີ້ ເບິ່ງຈະວຸ່ນວາຍໜ້ອຍກວ່າເມືອງຕົ້ນສະບັບອີກ; ເຮັດໃຫ້ຫຼາຍໆຄົນຫຼົງສະເໜເມືອງນີ້ເຂົ້າໄປເຕັມໆ. 3. AMSTERDAM ເມືອງຫຼວງແຫ່ງເໝືອງຂອງໂລກອີກແຫ່ງໜຶ່ງ ມີແມ່ນໍ້າລໍາທານໄຫຼຜ່ານເມືອງເປັນຈໍານວນຫຼວງຫຼາຍ,ຍິ່ງໃຫຍ່ ແລະ ເປັນສູນກາງຄວາມສີວິໄລບໍ່ດ້ອຍໄປກວ່າເວນີສເລີຍ; ປັດຈຸບັນນີ້ຍັງຄົງຄວາມງາມເຂດເມືອງເກົ່າໄວ້ຢ່າງສົມບູນ 4. ANNECY ສາຍາເວນີສແຫ່ງຝຣັ່ງໄດ້ມາເພາະໂຊກຊ່ວຍ ຕັ້ງຢູ່ທາງຕອນເໜືອຂອງຝຣັ່ງ ທ່າມກາງຊົນນະບົດແຫ່ງດອກໄມ້, ຕົ້ນຫຍ້າ, …

Read More »

ອີດ ໂປງລາງສະອອນ ທ່ອງທ່ຽວລາວ ພ້ອມກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ!!!

ອີດ ໂປງລາງສະອອນ ນັກສະແດງຕະຫຼົກປະເທດເພື່ອນບ້ານ ກໍບໍ່ພາດທີ່ຈະມາທ່ອງທ່ຽວລາວ ພ້ອມຖ່າຍທຳລາຍການ ແລະ  ກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ ບໍ່ວ່າຈະເປັນ ປິ້ງເປັດ-ເລືອດແປງເປັດ, ປີ້ງແບ້-ເລືອດແປງແບ້ ເຊິ່ງເພິ່ນຍັງໄດ້ບອກອີກວ່າການທ່ຽວກິນໃນເທື່ອນີ້ ແມ່ນໄດ້ຈ່າຍເງິນໄປທັງໝົດ 2 ມື້ລວມເປັນ 195,000 ກີບ ພ້ອມທັງປ່ອຍລາຍການທາງຊ່ອງຍູທູບໃຫ້ແຟນໆໄດ້ເບິ່ງໃນຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ມີຍອດວິວເກືອບ 4 ແສນວິວ. (ມີຄລິບລາຍການ) ເບິ່ງແລ້ວເປັນແນວໃດກັບອາຫານທີ່ ອີດ ໂປງລາງສະອອນ ໄດ້ກ່າວຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ???, ເອົ້າ!!! ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວ (Welcome to Laos) ຄລິບຈາກ: โปงลางสะออน CHANNEL

Read More »

ຢຸ້ຍ ສັນທະນີ Miss Supranational​ Laos​ 2018 ໃຫ້ສຳພາດແບບເປີດໃຈກັບໂທລະພາບປະເທດເພື່ອນບ້ານແບບນີ້…

ຢຸ້ຍ ສັນທະນີ ໃສມະນີວັນ Miss Supranational​ Laos​ 2018 ໄດ້ມີໂອກາດໄປຮ່ວມໃຫ້ສຳພາດແບບເປີດໃຈກັບລາຍການ “ປະເດັນດັງ” ທາງໂທລະພາບຊ່ອງມາຍາເຊເນວຂອງປະເທດເພື່ອນບ້ານແບບນີ້… (ເບິ່ງຄລິບ)   ການສຳພາດຂອງ ຢຸ້ຍ ສັນທະນີ ໃນຄັ້ງນີ້ແມ່ນໄດ້ສຳພາດແບບເປີດໃຈ ແລະ ບອກເລົ່າປະຫວັດການເຮັດວຽກ ການປະກວດເວທີຕ່າງໆ ກ່ອນທີ່ຈະມາເປັນ Miss Supranational​ Laos​ 2018 ແລະ ຍັງໄດ້ເປັນຕົວແທນສາວງາມປະເທດລາວເພື່ອໄປປະກວດໃນເວທີໂລກ Miss Supranational 2018 ທີ່ ປະເທດ ໂປແລນ ອີກດ້ວຍ. ສຳລັບການປະກວດ Miss Supranational 2018 ທີ່ ປະເທດ ໂປແລນ  ຈະມີຮອບຕັດສິນໃນວັນທີ 7 ເດືອນ ທັນວາ 2018 ນີ້, ຢ່າງໃດເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy

Read More »

ມາຮູ້ຈັັກກັບ! All new Nissan Terra ກ່ອນການເປີດຕົວຢ່າງເປັນທາງການ…

ອໍນີວ ນິສສັນ ເທີລ້າໃໝ່… ບໍລິສັດຕັນຈົງ ມໍເຕີ້ (ລາວ)​ ຈໍາກັດພຽງຜູ້ດຽວ, ຜູ້ຈໍາໜ່າຍ ລົດຍີ້ຫໍ້ນິສສັນ ພຽງຜູ້ດຽວ ແລະ ເປັນບໍລິສັດໃນເຄືອຂອງບໍລິສັດຕັນຈົງ ມໍເຕີ ໂຮນດີ້ງ ເບີຫາດ (ມາເລເຊຍ) ຈະດໍາເນີນການເປີດຕົວລົດນິສສັນເທີລ້າໃໝ່ໃນງານເປີດຕົວ ເດືອນທັນວາທີ່ຈະມາເຖິງນີ້. ປະຈຸບັນ, ສໍາລັບການນໍາສະເໜີເປີດຕົວລົດນິສສັນເທີລ້າໃໝ່ ຈະປະກອບມີຕາໄຟເດທາມ ຣັນນີ້ງໄຣ (DRL) ຮູບຊົງບູມເບີແລງ ທີ່ຈະເຮັດໃຫ້ຍານພາຫະນະຖືກເບິ່ງເຫັນງ່າຍເວລາກາງເວັນ ແລະ ສະພາບທີ່ມີເມກໝອກໜາ ດ້ວຍຕາໄຟໜ້າ LED ອັດຕະໂນມັດ ເພື່ອການຂັບຂີ່ໃນເວລາກາງຄືນ. ນິສສັນເທີລ້າໃໝ່ລ້າສຸດແມ່ນລົດ SUV ຂະໜາດ 7 ທີ່ນັ່ງທີ່ ມີໂຄງລົດທີ່ແຂງທີ່ສຸດສາມາດປ່ຽນໂໝດຂັບຂີ່ລະຫວ່າງ 2WD ແລະ 4WD ເພື່ອໃຫ້ໄດ້ປະສິດທິພາບການປະຫຍັດເຊື້ອເພີງສູງສຸດເທິ່ງຖະໜົນໄປຈົນເຖິງຄວາມສາມາດໃນການຂັບຂີ່ເທິ່ງທາງວິບາກໄດ້ທຸກສະຖານທີ່. ມາພ້ອມກັບຈັກ 2.5 ລິດ 4 ສູບແຖວລຽງ ເທີໂບແປຜັນ DOHC (VGS) ພ້ອມດ້ວຍລະບົບອິນເຕີຄູນເລີ, …