Breaking News

5 ເມືອງທີ່ຄອງຄວາມງາມສຸດແສນໂຣແມນຕິກລະດັບໂລກ!

ແບ່ງປັນ
ສໍາລັບຄູ່ຮັກ “ຮັນນີມູນ” ໄລຍະນີ້ກໍຖືວ່າເລີ່ມອອກພັນສາກັນແລ້ວເນາະສາວໆ! ຫຼັງຈາກນີ້ໄປກໍຈະເປັນເທສະການຂອງງານດອງນັ້ນເອງ ຫຼາຍໆຄູ່ກໍຫ້າງຫາກະກຽມເຂົ້າພິທີວິວາກັນໃນອີກບໍ່ດົນນີ້! ຫຼັງຈາກແຕ່ງດອງເປັນທີ່ຮຽບຮ້ອຍແລ້ວ ສະຖານີຕໍ່ໄປກໍຄືການຕຶ່ມເຕັມຄວາມຮັກໃຫ້ຫອມຫວານຂຶ້ນດ້ວຍການໄປ “ຮັນນິມູນ” ນັ້ນເອງ… ມື້ນີ້ ຂວັນໃຈເລີຍຢາກຈະມາແນະນໍາສະຖານທີ່ ສຸດແສນຈະໂຣແມນຕິກ ສໍາລັບຄູ່ຮັກ ຮັນນີມູນ ມາໃຫ້ຮູ້ເພື່ອວ່າຄູ່ໃດທີ່ຍັງບໍ່ມີສະຖານທີ່ໃຫ້ເລືອກກໍລອງມາເບິ່ງນໍາກັນເນາະ! ແຕ່… ສາວໂສດມື້ນີ້ກໍຢ່າຟ້າວອິດສາຕາຮ້ອນກັນໄປກ່ອນເດີ່ ເພາະເຖິງວ່າຈະເປັນສະຖານທີ່ໂຣແມນຕິກ ແຕ່ກໍບໍ່ມີປ້າຍຫ້າມຄົນໂສດໄປທ່ຽວໃດ໋! ຖ້າມັກກໍສາມາດຊວນພໍ່-ແມ່, ພີ້-ນ້ອງ, ໝູ່-ເພື່ອນໄປທ່ຽວກໍໄດ້ເດີ່!!!
1. VENICE ເມື່ອເວົ້າເຖິງເມືອງແຫ່ງຄອງເໝືອງ ບໍ່ມີທາງເລີຍທີ່ຈະບໍ່ເວົ້າເຖິງເມືອງນີ້ ເມືອງທີ່ເປັນຕົ້ນແບບ ລວມໄປເຖິງການອ້າງອີງເຖິງທຸກຄັ້ງທີ່ເວົ້າເຖິງເມືອງແຄມໜອງ ມີເວນິສກະຈາຍໄປທົ່ວໂລກ ທັງຕາເວັນອອກ, ຈີນ, ເວນິສນ້ອຍ, ເວນີສເອີຣົບເໜືອ ຫຼວງຫຼາຍໄປໝົດ ຢືນຢັນໄດ້ເລີຍເຖິງຄວາມມີຊື່ສຽງ.

2. BRUGES ໜຶ່ງໃນເມືອງທີ່ມີສາຍາເວນີສເຊັ່ນກັນ ເປັນເວນີສແຫ່ງເບລຢ່ຽມ ແຕ່ຄວາມງາມບໍ່ໄດ້ດ້ອຍກວ່າເລີຍ ເມືອງນ້ອຍໆແສນໂຣແມນຕິກແຫ່ງນີ້ ເບິ່ງຈະວຸ່ນວາຍໜ້ອຍກວ່າເມືອງຕົ້ນສະບັບອີກ; ເຮັດໃຫ້ຫຼາຍໆຄົນຫຼົງສະເໜເມືອງນີ້ເຂົ້າໄປເຕັມໆ.
3. AMSTERDAM ເມືອງຫຼວງແຫ່ງເໝືອງຂອງໂລກອີກແຫ່ງໜຶ່ງ ມີແມ່ນໍ້າລໍາທານໄຫຼຜ່ານເມືອງເປັນຈໍານວນຫຼວງຫຼາຍ,ຍິ່ງໃຫຍ່ ແລະ ເປັນສູນກາງຄວາມສີວິໄລບໍ່ດ້ອຍໄປກວ່າເວນີສເລີຍ; ປັດຈຸບັນນີ້ຍັງຄົງຄວາມງາມເຂດເມືອງເກົ່າໄວ້ຢ່າງສົມບູນ
4. ANNECY ສາຍາເວນີສແຫ່ງຝຣັ່ງໄດ້ມາເພາະໂຊກຊ່ວຍ ຕັ້ງຢູ່ທາງຕອນເໜືອຂອງຝຣັ່ງ ທ່າມກາງຊົນນະບົດແຫ່ງດອກໄມ້, ຕົ້ນຫຍ້າ, ຂົວທີ່ງົດງາມ.
5. SUZHOU ເມືອງຄອງເໝືອງຂອງຈີນ ແລະແນ່ນອນວ່າຖືກເອີ້ນວ່າ ເວນີສແຫ່ງເມືອງຈີນ ດ້ວຍຄວາມງາມທີ່ແຕກຕ່າງຈາກຝັ່ງເອີຣົບ ແຕ່ກໍງາມ
ແລະ ມີສະເໜບໍ່ດ້ອຍກວ່າກັນ. 
ຂອບໃຈທີ່ມາ: TRAVELKANUMAN
ແບ່ງປັນ