Breaking News

ມີໃຜເຄີຍເປັນແບບນີ້ບໍ່??? ຖອນເງິນມາມີຕຳນິ ແຕ່ທະນາຄານບໍ່ຢາກຮັບຄືນ!!!

ແບ່ງປັນ

ມີໃຜເຄີຍເປັນແບບນີ້ບໍ່??? ເນື່ອງຈາກໃນວັນທີ 21 ພະຈິກ 2018 ທີ່ຜ່ານມາ ໄດ້ມີສະມາຊິກຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ອອກມາເປີດໃຈຜ່ານເຟສບຸກສ່ວນຕົວ ຈາກເຫດການກໍລະນີທີ່ໄດ້ໄປຖອນເງີນ ເປັນສະກຸນເງິນດອນລາ ແຕ່ມີເຫດການເມື່ອໄປຖອນມາແລ້ວເງິນດັ່ງກ່າວໄດ້ມີຕຳນິ ບໍ່ສາມາດນຳໃຊ້ໃນ ສປປ ລາວ ໄດ້ ແຕ່ທະນາຄານບໍ່ຢາກຮັບຄືນ ຈຶ່ງເຮັດໃຫ້ເກີດມີກະແສດຣ່າມາກັນຈາກໂລກອອນລາຍຢ່າງຫຼວງຫຼາຍ ເຊິ່ງເລື່ອງລາວທີ່ຜູ້ໃຊ້ເຟສບຸກລາຍດັ່ງກ່າວໄດ້ໂພສມີດັ່ງນີ້:

“ຂໍແຊໃຫ້ເຂົ້າໃຈແລະຮັບຮູ້ເລື່ອງຮັບເງີນໂດລາຈາກໃຜກໍ່ຕາມ ຖອນເງີນໂດລາຢູ່ຕາມທະນາຄານຕ່າງໆ
ກະໃນນາມປະຊາຊົນຄົນທຳມະດາຄົນຫນື່ງທີ່ເປັນພົນລະເມືອງລາວເນາະມີເລື່ອງມາເລົ່າ ຕອນເລົ່າກະໃຈເຢັນລົງແດ່ແລ້ວ
ເລື່ອງມີຢູ່ວ່າມື້ວານນີ້ວັນທີ່ 20/11/2018 ໄດ້ໄປຖອນເງີນນຳທະນາຄານຊື່ດັງໆໆຂອງລາວສາຂາໄຊເສດຖາຈຳນວນນື່ງ ເພື່ອໄປຊໍາລະວຽກ, ຕໍ່ມາມື້ນີ້ວັນທີ່21/11/2018 ໄດ້ໄປຊໍາລະເງີນແຕ່ບ່ອນນັ້ນເພີ່ນບໍ່ຮັບເພາະເງີນມີຕຳນິກາຈຳຄືດັງໃນພາບ ເພີ່ນແນະນຳໃຫ້ຂ້ອຍກັບໄປປ່ຽນຄືນບ່ອນທີ່ຖອນມາ ຂ້ອຍກະໄດ້ກັບໄປແລະກໍ່ສອບຖາມນຳຄົນທີ່ເອົາເງີນຖອນໃຫ້ວານນີ້
ຂ້ອຍ: ມາຖອນເງີນນຳເຈົ້າວານນີ້ລະມີ4ໃບໃຊ້ບໍ່ໄດ້
ສາວທະນາຄານ: ຈື່ເຈົ້າໄດ້ແຕ່ຂ້ອຍບໍ່ໄດ້ເອົາໃບແບບນີ້ໃຫ້ ເພາະທາງເຮົາໄດ້ໃຈ້ແຍກອອກຫມົດແລ້ວຈະບໍ່ເອົາອອກໃຫ້ລູກຄ້າເດັດຂາດ ( ຫົວມືງຫັ້ນລະເອົາໃຫ້ກູ ຈັນຍາບັນພະນັກງານທະນາຄານບໍ່ມີເລີຍມືງ )
ຄືຊິແມ່ນຫົວຫນ້າຍ່າງມາຖາມເຫດການ : ມີຫຍັງນໍ້
ຂ້ອຍ : ກໍ່ຖາມເລື່ອງເງີນ
ເພີ່ນ : ເປັນໄປບໍ່ໄດ້ວ່າອອກຈາກທາງເຮົາ ເພາະເງີນທຸກໃບຜ່ານເຄື່ອງກວດ ແນ່ໃຈວ່າບໍ່ແມ່ນເອົາມາຈາກບ່ອນ
ຂ້ອຍ: ຂ້ອຍກະບອກວ່າຂ້ອຍຖອນອອກຈາກນີ້ວານນີ້ແທ້ໆກັບສາວນີ້
ເພີ່ນ : ຂໍໂທດເດີ້ເຮົາຮັບບໍ່ໄດ້ ແລະເງີນແບບນີ້ກໍ່ໃຊ້ບໍ່ໄດ້ເອົາໄປຈ່າຍໃສກະບ່ໄດ້ໃນປະເທດລາວ ( ທັງໆທີ່ແມ່ນເງີນແທ້ )ລະສູສອດໃສ້ມາໃຫ້ລູກຄ້າເຮັດຫຍັງ
ຂ້ອຍ : ລະຊິໃຫ້ເຮັດແນວໃດໃຊ້ບໍ່ໄດ້ໃຫ້ເອົາຖີ້ມຫວາ
ເພີ່ນ : ມີແຕ່ໄປໃຊ້ຢູ່ຕ່າງປະເທດໄດ້

ຂ້ອຍ : ກະເອີໄປເລີຍ ອ້າວຄັນບໍ່ໄດ້ໄປຕ່າງປະເທດເດ ທາງທະນາຄານຄວນໂຄສະນາໃຫ້ລູກຄ້າເຂົ້າໃຈແດ່ລະຫວາ
ເພີ່ນ : ທາງເຮົາກະໄດ້ຕິດປະກາດໄວ້ແລ້ວໃຫ້ກວດເຊັກເງີນຄືນກ່ອນອອກໄປ ( ເອີກະບໍ່ເຫັນໄດ໋ກັບໂຄສະນາໃຫ້ຄວາມເຂົ້າໃຈກັບລູກຄ້າເລື່ອງເງີນໃບດອນລ້າແບບນີ້ )
ສຸດທ້າຍຂ້ອຍກໍ່ໄປຖາມອີກສາຂາ ແລະໄດ້ຖາມພະນັກງານຍິງສອງຄົນນັ່ງຕິດກັນເຂົາເຈົ້າເອງກະະບໍ່ຮູ້ວ່າເງີນເປັນແບບນີ້ໃຊ້ບໍ່ໄດ້ ລາວແນະນຳໃຫ້ຂ້ອຍໄປຖາມຢູ່ຄັງເງີນ ສຸດທ້າຍເພີ່ນກໍ່ປ່ຽນໃຫ້ ( ທຳອິດບໍ່ຢາກປ່ຽນໃຫ້ )ຂ້ອຍກະບອກເພີ່ນວ່າຄວນໂຄສະນາໃຫ້ປະຊາຊົນຮັບຮູ້ແດ່ບໍ່ ທາງເພີ່ນວ່າໄດ້ລົງໂຄສະນາຢູ່ເພສທະນາຄານເພີ່ນແລ້ວ
ໃນນາມຂ້ອຍຜູ້ນື່ງບໍ່ໄດ້ຕິດຕາມເພສເພີ່ນກະເລີຍບໍ່ຮູ້ ໃຜຮູ້ແລ້ວກໍ່ດີ ຖ້າໃຜຍັງບໍ່ຮູ້ກະແຊຕື່ມແດ່ເດີ້ ເພາະອາດຈະບໍ່ໂຊກດີໄດ້ເພີ່ນປ່ຽນໃຫ້ຄືນຄືຂ້ອຍ ( ເພາະທຳອິດເພີ່ນກະບໍ່ຢາກປ່ຽນໃຫ້ )ຕ້ອງໄດ້ໄປໃຊ້ຢູ່ຕ່າງປະເທດເທົ່ານັ້ນເດີ້
ບໍ່ໄດ້ມີເຈດຕະນາບໍ່ດີຫຍັງພຽງແຕ່ຂໍແຊເພື່ອໃຫ້ຄອບຄົວຫມູ່ເພື່ອນພີ່ນ້ອງທຸກຄົນໄດ້ຮັບຮູ້ແລະກວດຄືນເງີນຂອງທ່ານເອງເວລາໄດ້ຮັບ
ຜິດພາດປະການໃດກະຂໍໂທດຂໍອະໄພຫລາຍ ກະເຮົາບໍ່ຮູ້ແທ້ໆແລະຄິດວ່າຫລາຍຄົນກະຍັງບໍ່ຮູ້”

ທີ່ມາ: fb/Plily Phommavixay Sourivong

ແບ່ງປັນ