ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Supranational 2018 ຄັ້ງນີ້ກໍຖືວ່າເປັນປີທຳອິດທີ່ສົ່ງຕົວແທນສາວງາມຈາກລາວໄປປະກວດໃນເວທີດັ່ງກ່າວ, ນອກຈາກສາວງາມ ກໍຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່…
ແລະ ຫຼ້າສຸດກໍມີການເຜີຍໃຫ້ໄດ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ໃນການປະກວດສາວງາມເວທີລະດັບໂລກ Miss Supranational 2018 ທີ່ປະເທດ ໂປແລນ ໃນເດືອນ ທັນວາ 2018 ນີ້, ເຊິ່ງປີນີ້ຕົວແທນສາວງາມປະເທດລາວທີ່ເດີນທາງໄປປະກວດກໍຄື ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ເຊິ່ງບອກເລີຍວ່ານາງມີຄວາມພ້ອມຢ່າງເຕັມທີ່ໃນການປະກວດໃນປີນີ້.
ເຊິ່ງຊຸດປະຈຳຊາດລາວຂອງ Miss Supranational Laos 2018 ມີຊື່ວ່າ “ຊຸດຍັກທົດສະກັນ” ຊຸດແມ່ນມີຄວາມອະລັງການງານສ້າງ ງົດງາມ ມີເອກະລັກປະຈຳຊາດ ມີແນວຄວາມຄິດສ້າງສັນໃນການອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ມີຄວາມໝາຍ ແລະ ຄວາມສຳຄັນເປັນທີ່ສຸດ.
ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??
#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????
Story: ຊະນີIndy
ຮູບພາບ: FB/Yui Santhany,