Breaking News

ຫ້າມພາດ! ກະແສດີຫຼາຍຮູບເງົາ “ສຽງສຸດທ້າຍ The Last Voice” ຈາກສີມືຄົນລາວ

ແບ່ງປັນ

Hello! ທັກທາຍສະບາຍດີແຟນໆທຸກຄົນໃນທ້າຍອາທິດແບບນີ້ ດັ່ງທີ່ ຊະນີIndy ໄດ້ບອກເປັນປະຈຳເລີຍວ່າດຽວນີ້ວົງການບັນເທີງບ້ານເຮົາແມ່ນກຳລັງມາແຮງ ຫຼ້າສຸດກໍໄດ້ມີການເປີດຕົວ ຮູບເງົາ ເລື່ອງ  “ສຽງສຸດທ້າຍ” The Last Voice   ເຊິ່ງເລື່ອງນີ້ກໍໄດ້ ໂຈໂຈ້ ມິຣາໂຄ້ ຫລື ທ່ານ ຈິລະສັກ ສາຍສະໜິດ ປະທານບໍລິສັດມິຣາໂຄ້ໂປດັກ ມາເປັນຜູ້ສ້າງ.

ສຳລັບ ຮູບເງົາເລື່ອງ “ສຽງສຸດທ້າຍ” The Last Voice ເປັນຮູບເງົາທີ່ໃຫ້ແຮງບັນດານໃຈ ເຂົ້າກັບຄົນທີ່ສັດທາໃນຄວາມຝັນ, ຖ່າຍທອດເລື່ອງລາວໂດຍຫນຸ່ມໂດ້ ຜູ້ຊ່ວຍພໍ່ຄົວສຸດຂີ້ອາຍ ແລະ ຟ້າໂປຼດິວເຊີ້ສາວທີ່ມີຄວາມຫມຸ້ງຫມັ້ນໃນການຢາກສ້າງນັກຮ້ອງທີ່ມີຄຸນນະພາບປະດັບວົງການ.. ໂດ້ຫນຸ່ມຂີ້ອາຍທີ່ຕ້ອງມາປະກວດຮ້ອງເພງດ້ວຍຄວາມຈຳເປັນ, ແຕ່ເລິກໆແລ້ວໂດ້ກໍມີຄວາມຝັນຢາກເປັນນັກຮ້ອງເຊັ່ນກັນ, ຟ້າຈຶ່ງເປັນອີກຫນື່ງແຮງພັກດັນທີ່ພາໂດ້ໄປໃຫ້ເຖິງຝັນ, ແຖມໃນຮູບເງົາດັ່ງກ່າວຍັງເພີ່ມອັດທະລົດຄວາມມ່ວນຫົວຈົນທ້ອງແຂງໂດຍເພື່ອນແລະອ້າຍຕົວແສບ, ອ້າຍປຶດ ແລະ ນົກ, ຮັບຮອງວ່າ ຮູບເງົາເລື່ອງ “ສຽງສຸດທ້າຍ” The Last Voice  ຮູບເງົາເລື່ອງນີ້ຈະໃຫ້ຄວາມສຸກ ຮອຍຍິ້ມ ແລະ ຄວາມປະທັບໃຈຢ່າງແນ່ນອນ ..

(ມີຕົວຢ່າງ)

ຕົວຢ່າງຮູບເງົາເລື່ອງ " ສຽງສຸດທ້າຍ "

ຕົວຢ່າງ ຮູບເງົາເລື່ອງ " ສຽງສຸດທ້າຍ " The Last Voice [ OFFICIAL TRAILER ] ??????“ ຮູບເງົາທີ່ໄດ້ເບິ່ງແລ້ວຈະຕ້ອງ ປະທັບໃຈ " ເຂົ້າສາຍວັນທີ 22 / 11 / 2018 ທີ່ໂຮງຮູບເງົາທົ່ວປະເທດ Major Vientiane Center, Itec Mall Savannakhet, Major Pakse ຜົນງານກໍາກັບໂດຍ : JoJo Miracle [ ຜູ້ສ້າງຮູບເງົາ " ວັນຄົບຮອບ " ] ນໍາສະແດງໂດຍ : ຊານົນ , ນຸ້ຍ ( Miss Universe Laos 2017 ) , ເບີ້ມ ເວສປ້າ , ສຸດາ , ນົກອ້ຽງ ຜະລິດໂດຍ : Miraclelao Production Full HD : https://www.youtube.com/watch?v=BfjZQgLx1hw&t=1sTitle Sponsor : Oishi Drink Station

Posted by JoJo Miracle on Wednesday, October 17, 2018

 

ເບິ່ງຕົວຢ່າງກັນໄປແລ້ວກໍຮູ້ສຶກມ່ວນກັນແລ້ວ… ຢ່າງໃດຄົນລາວເຮົາກໍຢ່າລືມເປັນກຳລັງໃຈໃຫ້ທີມຜູ້ສ້າງ ແລະ ນັກສະແດງຈາກຮູບເງົາດັ່ງກ່າວກັນແດ່ເດີ້,   “ສຽງສຸດທ້າຍ” The Last Voice  ເຂົ້າສາຍແລ້ວໃນໂຮງຮູບເງົາທົ່ວປະເທດ ຢ່າລືມໄປເບິ່ງກັນເດີ້ແຟນໆ .

(ມີພາບບັນຍາກາດຂອງຮອບຖະແຫຼງຂ່າວມາຝາກ)

ແບ່ງປັນ