Breaking News

ສະແດງຄວາມຍິນດີ! ໄດ້ແລ້ວ Miss Tourism Queen Laos 2018 ງົດງາມເໝາະສົມຕຳແໜ່ງ!!!

ແບ່ງປັນ

ຫຼາຍເວທີຈົນນັບບໍ່ຖ້ວນກັນແລ້ວໃນເວລານີ້… ມີຂ່າວສານເລື່ອງວົງການນາງງາມມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼ້າສຸດກໍໄດ້ແລ້ວ ບອກເລີຍວ່າງົດງາມ ເໝາະສົມກັບຕຳແໜ່ງສຸດໆ Miss Tourism Queen Laos 2018 ນັ້ນກໍຄື ວານິພອນ ພູມີໄຊ (ໂຢໂຢ້)  ເຊີ່ງໄດ້ຮັບຕຳແໜ່ງມາແບບສົດໆຮ້ອນໆໃນວັນທີ 23 ພະຈິກ 2018 ທີ່ຜ່ານມາ ແລະ ຍັງຈະໄດ້ໄປເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີໂລກ Miss Tourism Queen  ທີ່ປະເທດໄທອີກດ້ວຍ. (ຂໍສະແດງຄວາມຍິນດີ)

ສຳລັບຮອງ Miss Tourism Queen Laos 2018  ມີດັ່ງນີ້:

ປຸລັດດາ ສາຍດອນໂຂງ ສາວງາມຈາກແຂວງ ອັດຕະປື

ອານິດາ ມິ່ງບຸບຜາ ສາວງາມຈາກແຂວງ ຫຼວງພະບາງ

ລາວັນ ເພັງຄຳວົງ ສາວງາມຈາກແຂວງ ຜົ້ງສາລີ

ງົດງາມ ສົມມົງແທ້ໆ!!! ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຮັບຕຳແໜ່ງກັນໝົດທຸກຄົນເລີຍເດີ້ ແລະ ຄົນລາວເຮົາກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ບັນດາສາວງາມຈາກປະເທດລາວໃນເວທີໂລກນຳກັນແດ່ເດີ້ #ຮັກລາວເຊຍລາວ ??  

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: FB/Miss Tourism Queen Laos

ແບ່ງປັນ