Breaking News

ມາແບບສາວລາວ! ຕິກນໍ້າ ກະດຸມເພັດ ໃສ່ຊຸດໄໝລາວຮ່ວມງານທີ່ຈີນ ພ້ອມໂພສຂໍ້ຄວາມແບບນີ້…

ແບ່ງປັນ

ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ທີ່ຫຼ້າສຸດເດີນທາງເຮັດໜ້າທີ່ເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີ Miss World 2018 ຢູ່ທີ່ ສປ ຈີນ ຕັ້ງແຕ່ຊ່ວງຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ສາວ ຕິກນໍ້າ ກະດຸມເພັດ ກໍຍັງໄດ້ນຸ່ງຊຸດໄໝລາວ ເພື່ອເອກອ້າງປະເພນີການນຸ່ງຖືຂອງແມ່ຍິງລາວ ໃຫ້ຄົນທົ່ວໂລກໄດ້ຮູ້ຈັກໃນງານ Opening Ceremony of the 2018 Hainan International Tourism Island Carnival in Hainan, China ອີກດ້ວຍ.

ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ Miss World Laos 2018 ກໍຍັງໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວວ່າ:

ໜ້າຮັກ ງົດງາມຫຼາຍໆ!!! ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss World 2018 ຢູ່ທີ່ ສປ ຈີນ  ແລະ ຈະມີຮອບຕັດສິນໃນວັນທີ 8 ທັນວາ 2018 ນີ້ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? 

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: FB/TiikNam Xaiyavong

ແບ່ງປັນ