Breaking News

Keo Khounphachanh

ແກ້ວຕາ Net Idol ສາວລາວ ເຊັນສັນຍາເປັນ brand ambassador ໃຫ້ກັບລໍາໂພງ ຍີ່ຫໍ້ M+

ແກ້ວຕາ Net Idol ສາວລາວ ເຊັນສັນຍາເປັນ brand ambassador ໃຫ້ກັບລໍາໂພງ ຍີ່ຫໍ້ M+      ໃນວັນທີ 28 ເມສາ 2018, ຢູ່ທີ ຫໍປະຊຸມແຫ່ງຊາດ ຫຼັກ 6, ນະຄອນຫຼວງວຽງຈັນ ກຸ່ມບໍລິສັດ ທຽນພູກວາງໂຈ (ປະເທດຈີນ) ໄດ້ຈັດງານ ເປີດໂຕຜະລິດຕະພັນລໍາໂພງ ຍີຫໍ້ M+ ໃນລາວ ພ້ອມກັບລົງນາມເຊັນສັນຍາ ກັບນາງ ແກ້ວຕາ ພອນປະເສີດ ມາເປັນ presenter ໃຫ້ກັບລຳໂພງດັ່ງກ່າວ. ໂດຍການເປັນປະທານຂອງທ່ານ WU XIAN ZHONG,CEO ຂອງກຸ່ມບໍລິສັດທຽນພູກວາງໂຈ.   ພາຍໃນງານທ່ານ WU XIAN ZHONG,CEO ຂອງກຸ່ມບໍລິສັດທຽນພູກວາງໂຈ ໄດ້ກ່າວວ່າ: ການລົງນາມເຊັນສັນຍາກັບ ນາງສາວເເກ້ວຕາ ພອນປະເສີດ ມາເປັນ brand …

Read More »

ສະມາຄົມນັກທຸລະກິດແມ່ຍິງລາວ ສະຫຼຸບວຽກງານປະຈຳປີ ພ້ອມທັງຮັບສະມາຊິກໃໝ່ ແລະ ບາສີສູ່ຂວັນປີໃໝ່ລາວ…

ສະມາຄົມນັກທຸລະກິດແມ່ຍິງລາວ ສະຫຼຸບວຽກງານປະຈຳປີ ພ້ອມທັງຮັບສະມາຊິກໃໝ່ ແລະ ບາສີສູ່ຂວັນປີໃໝ່ລາວ ໃນຕອນເຊົ້າວັນທີ 6 ເມສາ 2018 ຢູ່ທີ່ ສູນເຝີກອົບຮົມແມ່ຍິງລາວ, ສະມາຄົມນັກທຸລະກິດແມ່ຍິງລາວ ( ສທຍລ) ໄດ້ຈັດງານ ສະຫຼຸບວຽກງານປະຈຳປີ 2017 ພ້ອມ ກັບວາງແຜນວຽກງານຕໍ່ໜ້າໃນປີ 2018. ນອກນີ້, ຍັງໄດ້ຈັດມີພິທີບາສີສູ່ຂວັນ ເພື່ອເປັນສິຣິມຸງຄຸນໃນບຸນປີໃໝ່ທີ່ຈະມາເຖິງນີ້.  ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ, ທ່ານ ນາງ ຈັນເທົາ ປະທຳມະວົງ ປະທານກິດຕິມະສັກຂອງ ສທຍລ, ທ່ານ ນາງ ແສງມະນີ ວິຍາເກດ ປະທານ ທີ່ປຶກສາ ສທຍລ, ພ້ອມດ້ວຍສະມາຊິກໃໝ່ ແລະ ເກົ່າເຂົ້າຮ່ວມ. ຈຸດປະສົງໃນການຈັດງານຄັ້ງນີ້, ກໍເພື່ອເປັນການເຕົ້າໂຮມສາມັກຄີບັນດາສະມາຊິກຂອງ ສຍລ ແລະ …

Read More »

ຜົນການແຂ່ງຂັນ Carlsberg Golf Classic 2018…

ຜົນການແຂ່ງຂັນ Carlsberg Golf Classic 2018… ການແຂ່ງຂັນກ໊ອຟ ລາຍການ ຄາລສະເບີກ ກ໊ອຟ ຄລາສຊິກ 2018 (Carlsberg Golf Classic 2018) ທີ່ ສປປ ລາວ ເປັນຄັ້ງທໍາອິດ ເມື່ອວັນເສົາ 7 ເມສາ 2018 ນີ້ ທີ່ສະໜາມກ໊ອຟ ລ໋ອງວຽນ ນະຄອນຫຼວງວຽງຈັນ ເຊິ່ງເປັນການແຂ່ງຂັນຂອງນັກກ໊ອຟສະໝັກຫຼິ້ນ ໄດ້ປິດສາກລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍແຊັມສາຍທົ່ວໄປ (Gross ranking) ຕົກເປັນຂອງ ທ່ານ Mr. Jang Heung Soo, ສ່ວນສາຍ Net Ranking ຕົກເປັນຂອງ ທ່ານ ວິໄລສັກ ເພັດທະສາ.    ກ່ອນໜ້ານີ້ ທ່ານ ເຮັນຣິກ ຈູ …

Read More »

ດວງປະຈຳວັນ ພຸດ ປະຈໍາວັນທີ 28 ມີນາ 2018

ດວງປະຈຳວັນ ພຸດ ປະຈໍາວັນທີ 28 ມີນາ 2018 ວັນຈັນ ການເງິນ: ໂຊກດີມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນໄລຍະນີ້ກໍ່ເປັນໄດ້ ເລື່ອງທີ່ຫວັງໄວ້ຈະສົມຫວັງ ສິ່ງທີ່ຢາກໄດ້ມາດົນຈະສົມຫວັງດັ່ງໃຈ ວຽກງານ: ໄລຍະນີ້ຮູ້ສຶກອິດເມື່ອຍເປັນພິເສດ ເພາະອຸປະສັກທາງດ້ານວຽກຄ້ອນຂ້າງຫຼາຍ ແຕ່ກໍ່ສາມາດແກ້ໄຂບັນຫາຕ່າງໆໃຫ້ຜ່ານພົ້ນໄປໄດ້ສະເໝີ ຄວາມຮັກ: ມີໂອກາດພົບຮັກ ພົບຄົນທີ່ຖືກໃຈເຂົ້າມາໃນໄລຍະນີ້ ດ້ວຍບຸນເກົ່ານໍາພາມາໃຫ້ພົບກັນແບບບໍ່ທັນຕັ້ງຕົວ ວັນອັງຄານ ການເງິນ: ມີຄວາມກັງວົນໃຈໃນເລື່ອງການໃຊ້ເງິນ ໃນໄລຍະນີ້ມີເລື່ອງທີ່ຕ້ອງຈ່າຍອອກໄປແບບບໍ່ຄາດຝັນສະເໝີ ແລະ ຕ້ອງຈ່າຍຢ່າງຫຼີກລ່ຽງບໍ່ໄດ້ ວຽກງານ: ຈະເຮັດທຸລະກິດໃດໆ ກໍ່ຈະເກີດຄວາມໂຊກດີ ມີການເດີນທາງຕິດຕໍ່ວຽກຄ້ອນຂ້າງຫຼາຍເປັນພິເສດໃນໄລຍະນີ້ ຄວາມຮັກ: ຍັງບໍ່ຕັດສິນໃຈເລືອກໃຜ ເຖິງຈະມີຄົນເຂົ້າມາ ແຕ່ກໍ່ຍັງເລືອກທີ່ຈະເບິ່ງກັນໄປໄລຍະຍາວຫຼາຍກວ່າ ແລະ ໝູ່ຍັງໃຫ້ຄໍາແນະນໍາທີ່ດີໃນການຊ່ວຍສະແດງທັດສະນະຄະຕິກ່ຽວກັບຄົນທີ່ເຂົ້າມາ ວັນພຸດ ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍ່ມີເລື່ອງທີ່ຈະເຮັດໃຫ້ໄດ້ເຂົ້າມາສະເໝີ ເປັນການໄດ້ໂຊກຈາກຜູ້ໃຫຍ່ ຫຼື ມີຄົນອຸປະຖໍາຊ່ວຍເຫຼືອທາງດ້ານການເງິນໃນໄລຍະນີ້ຢ່າງເປັນໂຊກກັບຕົວເອງ ວຽກງານ: ຂໍ້ມູນຂ່າວສານຕ່າງໆສົ່ງຜົນຕໍ່ຄວາມລ່າຊ້າ ແຕ່ສຸດທ້າຍກໍ່ໄດ້ຮັບຂ່າວດີຈາກຜູ້ໃຫຍ່ ມີເລື່ອງດີໆເກີດຂຶ້ນຫຼັງຈາກທີ່ຖ້່າມາດົນ ຄວາມຮັກ: ສຸກສົມຫວັງ ແລະ ລົງຕົວໃນເລື່ອງຂອງຄວາມຮັກ …

Read More »

ດວງປະຈຳວັນ ອັງຄານ ປະຈໍາວັນທີ 27 ມີນາ 2018

ດວງປະຈຳວັນ ອັງຄານ ປະຈໍາວັນທີ 27 ມີນາ 2018 ວັນຈັນ ການເງິນ: ໂຊກດີມີໂຊກ ຈະໄດ້ເງິນຈາກຄວາມສາມາດ ຈາກຄວາມພະຍາຍາມ ແລະ ຄວາມອົດທົນຂອງຕົນເອງໃນການເຮັດທຸລະກິດວຽກງານຕ່າງໆ ວຽກງານ: ການຕິດຕໍ່ເຈລະຈາ ການລົງນາມເອກະສານສັນຍາຕ່າງໆ ປະສົບຄວາມສໍາເລັດໄດ້ດ້ວຍດີຢ່າງເປັນໂຊກ ໃນໄລຍະນີ້ ຄວາມຮັກ: ພິຈາລະນາກ່ຽວກັບເລື່ອງຄວາມຮັກ ມີໂອກາດໃນການສົນທະນາ ຫຼື ໄດ້ພົບຄົນຮັກກໍເປັນໄດ້ໃນໄລຍະນີ້ ວັນອັງຄານ ການເງິນ: ມີໂຊກຈະໄດ້ເງິນເຂົ້າມາ ເມື່ອມີຄວາມກັງວົນໃຈກໍ່ຈະສາມາດຊອກເຂົ້າມາໄດ້ທຸກເທື່ອ ມີຄາມໂຊກດີທາງດ້ານການເງິນ ວຽກງານ: ໄລຍະນີ້ທຸລະກິດດ້ານເບື້ອງຫຼັງຈະນໍາພາຄວາມສໍາເລັດມາສູ່ຕົນເອງ ແຕ່ພາບລວມກໍ່ຍັງມີອຸປະສັກແນ່ ຕ້ອງແກ້ໄຂບັນຫາສະເພາະໜ້າຕ່າງໆໃຫ້ຜ່ານພົ້ນໄປໄດ້ ຄວາມຮັກ: ຍັງຕ້ອງການເບິ່ງໆກັນໄປກ່ອນ ຍັງບໍ່ຕັດສິນໃຈໃນເລື່ອງຂອງຄວາມຮັກ ແຕ່ມີໂອກາດສານຄວາມສໍາພັນກັບຄົນທີ່ເຄີຍຮູ້ຈັກກັນມາກ່ອນນີ້ແລ້ວ ວັນພຸດ ການເງິນ: ໄລຍະນີ້ການເດີນທາງມັກຈະເຮັດໃຫ້ມີໂຊກ ມີຊັບ ບໍລິວານຈະນໍາພາໂຊກ ຫຼື ຄວາມສຸກມາສູ່ຕົນເອງໄດ້ ວຽກງານ: ຕ້ອງກວດກາເອກະສານສັນຍາດ້ານວຽກໃຫ້ຖີ່ຖ້ວນ ດານວຽກ ຫຼື ທຸລະກິດໃດໆຍັງບໍ່ມີຄວາມປະສົບຜົນສໍາເລັດ ຄວນມີທີ່ປຶກສາທີ່ມີຄວາມຮູ້ເພື່ອເປັນທາງເລືອກໃນການຕັດສິນໃຈ ຄວາມຮັກ: …

Read More »