Breaking News

ສະມາຄົມນັກທຸລະກິດແມ່ຍິງລາວ ສະຫຼຸບວຽກງານປະຈຳປີ ພ້ອມທັງຮັບສະມາຊິກໃໝ່ ແລະ ບາສີສູ່ຂວັນປີໃໝ່ລາວ…

ແບ່ງປັນ

ສະມາຄົມນັກທຸລະກິດແມ່ຍິງລາວ ສະຫຼຸບວຽກງານປະຈຳປີ ພ້ອມທັງຮັບສະມາຊິກໃໝ່ ແລະ ບາສີສູ່ຂວັນປີໃໝ່ລາວ

ໃນຕອນເຊົ້າວັນທີ 6 ເມສາ 2018 ຢູ່ທີ່ ສູນເຝີກອົບຮົມແມ່ຍິງລາວ, ສະມາຄົມນັກທຸລະກິດແມ່ຍິງລາວ ( ສທຍລ) ໄດ້ຈັດງານ ສະຫຼຸບວຽກງານປະຈຳປີ 2017 ພ້ອມ ກັບວາງແຜນວຽກງານຕໍ່ໜ້າໃນປີ 2018. ນອກນີ້, ຍັງໄດ້ຈັດມີພິທີບາສີສູ່ຂວັນ ເພື່ອເປັນສິຣິມຸງຄຸນໃນບຸນປີໃໝ່ທີ່ຈະມາເຖິງນີ້.  ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ, ທ່ານ ນາງ ຈັນເທົາ ປະທຳມະວົງ ປະທານກິດຕິມະສັກຂອງ ສທຍລ, ທ່ານ ນາງ ແສງມະນີ ວິຍາເກດ ປະທານ ທີ່ປຶກສາ ສທຍລ, ພ້ອມດ້ວຍສະມາຊິກໃໝ່ ແລະ ເກົ່າເຂົ້າຮ່ວມ.

ຈຸດປະສົງໃນການຈັດງານຄັ້ງນີ້, ກໍເພື່ອເປັນການເຕົ້າໂຮມສາມັກຄີບັນດາສະມາຊິກຂອງ ສຍລ ແລະ ເປັນການສະຫຼຸບວຽກງານທີ່ພົ້ນເດັ່ນຂອງສະມາຄົມນັກທຸລະກິດແມ່ຍິງລາວໃນໜຶ່ງປີຜ່ານມາ, ສະຫຼຸບການຈັດງານເທສະການອາຫານລາວ ຕ້ອນຮັບປີທ່ອງທ່ຽວລາວປີ 2018,  ເພື່ອເປັນການມອບຮັບສະມາຊິກໃໝ່ເພີ່ມຂຶ້ນອີກ 19 ຄົນ ແລະ ເພື່ອຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ.

ແບ່ງປັນ