Breaking News

ວີນລີ່ ນັກສະແດງຮູບເງົາດັງລາບວດ ໝູ່ເພື່ອນໃນວົງການຮ່ວມອະນຸໂມທະນາສາທຸ!!!

ແບ່ງປັນ

ລາບວດຕ້ອນຮັບປີໃໝ່ລາວ ສຳລັບ ບຸນຊຽນ ວິໄລວັນ (ວິນລີ່) ນາຍແບບ-ນັກສະແດງໜຸ່ມສຸດຫຼໍ່ຈາກຮູບເງົາ ຫົງຫາມເຕົ່າ ທີ່ໄດ້ຂໍລາບວດເພື່ອຮຽນສຶກສາພະທຳ ແລະ ເຝິກສະມາທິ ພ້ອມທັງຕອບບຸນແທນຄຸນບິດາ-ມານດາ ແລະ ຜູ້ທີ່ມີພະຄຸນ ແລະ ເນື່ອງໃນວັນເກີດຂອງ ວິນລີ່ ທີ່ຈະມາເຖິງໃນວັນທີ 11 ເມສາ ນີ້ອີກດ້ວຍ ແລະ ງານນີ້ກໍຍັງມີໝູ່ເພື່ອນຮ່ວມວົງການເຊັ່ນ ສາວ ລູກນໍ້າ ທິດາລັດ ວົງສິຣິ, ແຟນຄລັບ ແລະ ຍາດພີ່ນ້ອງຂອງ ວິນລີ່ໄປຮ່ວມ ອະນຸໂມທະນາສາທຸ ຈົນແໜ້ນວັດ, ຢ່າງໃດ ຂວັນໃຈ ເຮົາກໍ່ຂໍອະນຸໂມທະນາສາທຸຮ່ວມກັບໜຸ່ມ ວິນລີ່ ເຊັ່ນກັນເດີ້…ສາທຸ ສາທຸ

ສຳລັບພິທີບວດຂອງ ວິນລີ່ ມີເລີກງາມຍາມດີໃນວັນທີ 9 ເມສາ 2018 ເປັນພິທີຮັບຂວັນນາກ-ປົງຜົມນາກ ແລະ ໃນວັນທີ 10 ເມສາ 2018 ເປັນພິທີອຸບປະສົມບົດບວດເປັນພຣະ, ວັນທີ 11 ຈະມີພິທີໃສ່ບາດພຣະ 50 ອົງ, ສຳລັບສະຖານທີ່ແມ່ນຢູ່ທີ່ ວັດທຸ່ງເສດຖີ (ຈັງຫວັດ ກຣຸງເທບ) ປະເທດເພື່ອນບ້ານ.

ມີຄລິບໃນງານພິທິປົງຜົມນາກທີ່ ລູກນໍ້າ ທິດາລັດ ເພິ່ນໄດ້ໄລ້ສົດມາຝາກທຸກຄົນນຳເດີ້…

ວິ່ນລີ່ບວດ

โพสต์โดย Louknum Vongsili เมื่อ 8 เมษายน 2018

ຮຸບພາບ ແລະ ຄລິບຈາກ: Bounxien Willy Vilayvanh , Louknum Vongsili

 

ແບ່ງປັນ