Breaking News

ລູກຫຼານລາວຄວນຮູ້ໄວ້! ຮີດຄອງປະເພນີການບາສີໃນວັນຂຶ້ນປີໃໝ່ລາວ

ແບ່ງປັນ

ການບາສີໃນວັນຂຶ້ນປີໃໝ່ລາວ ເຊິ່ງແມ່ນຮີດຄອງປະເພນີລາວທີ່ມີມາແຕ່ບູຮານນະການ ການບາສີແມ່ນການມັດແຂນດ້ວຍຝ້າຍສີຂາວບໍລິສຸດ ເປັນການອວຍພອນເພື່ອໃຫ້ເປັນສິລິມຸງຄຸນແກ່ຜູ້ທີ່ຖືກອວຍພອນ ໄດ້ບັນລຸຈຸດປະສົງຕາມທີ່ປາດຖະໜາ ແລະ ອື່ນໆ. ຕາມປະເພນີລາວ ການບາສີ ບໍ່ໄດ້ມີແຕ່ການບາສີໃນວັນຂຶ້ນປີໃໝ່ລາວເທົ່ານັ້ນ ຍັງໃຊ້ໃນຫຼາຍກໍລະນີທີ່ຕິດພັນກັບການດໍາລົງຊີວິດຂອງຄົນລາວເປັນຕົ້ນ: ການບາສີຂຶ້ນເຮືອນໃໝ່, ການບາສີແຕ່ງດອງ, ການບາສີໃນໂອກາດແຂກມາຢ້ຽມຢາມ ແລະ ອື່ນໆເປັນຕົ້ນ.

ການບາສີເພິ່ນຈະມີພາຂວັນທີ່ປະກອບດ້ວຍຂັນໝາກເບັງເຮັດຈາກໃບຕອງ ທີ່ພັບເປັນຈວຍສິລະປະງົດງາມ ເອ້ຢ້ອງດ້ວຍດອກໄມ້ສົດທີ່ຊອກຫາມາໄດ້ຕາມທ້ອງຖິ່ນ ເຊິ່ງສ່ວນໃຫຍ່ເພິ່ນນິຍົມໃສ່ດອກດາວເຮືອງເພາະມີຄວາມເຊື່ອວ່າຈະຮຸ່ງເຮືອງ. ນອກນັ້ນຍັງມີຝ້າຍຜູກແຂນສີຂາວບໍລິສຸດສອດໃສ່ໄມ້ສຽບສັບຫວ່າງກັບດອກໄມ້ ເປັນອົງປະກອບທີ່ຂາດບໍ່ໄດ້ເມື່ອມີງານບາສີຕ່າງໆ ຍ້ອນວ່າຝ້າຍຜູກແຂນແມ່ນ ເຄື່ອງຕ້ອນຮັບພະລັງມະຫັດສະຈັນ ທີ່ມາຈາກນອກຕົວຂອງພວກເຮົາ ແລະ ເພື່ອໃຫ້ພະລັງແຮງດັ່ງກ່າວ ຄົງຕົວຢູ່ໃນຝ້າຍຜູກແຂນ ເພີ່ນຈຶ່ງໄດ້ເຮັດຂອດເອົາໄວ້ທາງກາງສອງຂອດ ແລະ ກໍແມ່ນພະລັງແຮງອັນ ມະຫັດສະຈັນນີ້ເອງທີ່ໄດ້ນໍາຄວາມໝາຍ ແລະ ຄຸນຄ່າມາໃຫ້ຝ້າຍຜູກແຂນທີ່ໝົດທຸກຄົນທີ່ເຂົ້າຮ່ວມໃນພິທີບາສີຮັບຮູ້ນັບຖືພ້ອມທັງເຂົ້າໃຈດີເຖີງຄວາມໝາຍ ແລະ ຄວາມສໍາຄັນຂອງ ຝ້າຍຜູກແຂນ ດັ່ງກ່າວນໍາ ອີກດ້ວຍ. ຝ້າຍຜູກແຂນສີຂາວແມ່ນ ສັນຍາລັກຂອງຄວາມບໍລິສຸດຄວາມຖືກຕ້ອງປອງດອງ ແລະ ຮັກແພງ, ຫມາຍເຖິງສັນຕິພາບ, ໂຊກລາບ, ການຢູ່ດີມີແຮງແລະ ຄວາມອົບອຸ່ນໃນ ຄອບຄົວ ແລະ ສັງຄົມ ພ້ອມທັງເປັນສັນຍາລັກຂອງຄວາມຄົງຢູ່ຂອງສັງຄົມນໍາອີກດ້ວຍ.

 

ບຸກຄົນສໍາຄັນທີ່ຂາດບໍ່ໄດ້ແມ່ນ “ໝໍພອນ” ເພື່ອນໍາພາເລີ່ມພິທີທາງສາສະໜາ ຄໍາກ່າວໃນພິທີບາສີ ຫຼື ເຊີນຂວັນຂອງໝໍພອນ ເບິ່ງຕາມເນື້ອໃນແລ້ວ ແມ່ນການປະສົມປະສານຄໍາເວົ້າທີ່ມາຈາກສາສະໜາພຸດ ແລະ ສາສະໜາພາມເປັນຄໍາເວົ້າທີ່ທໍາມະດາແຕ່ຈົບງາມ ເພື່ອອວຍພອນໃຫ້ຄວາມເປັນສິລິມຸງຄຸນແກ່ຊີວິດ ກາຍເປັນຈິດຕະສາດໜຶ່ງທີ່ເຮັດໃຫ້ຜູ້ຖືກໃຫ້ພອນມີຄວາມເຂັ້ມແຂງທາງຈິດໃຈ ແລະ ຕັ້ງໜ້າຕັ້ງຕາເອົາໃຈໃສ່ ກະທໍາສິ່ງທີ່ດີໃຫ້ກັບຕົນເອງ ແລະ ສັງຄົມ ຫຼື ສາມາດເວົ້າໄດ້ວ່າ: ພິທີບາສີ ມີຄວາມໝາຍທາງຈິດຕະສາດ. ໃນຍຸກປັດຈຸບັນຫຼັງຈາກມັດແຂນແລ້ວເພີ່ນນິຍົມເຮັດພາເຂົ້າສາມັກຄີ ແລະ ມີການມ່ວນຊື່ນ.

ຂໍຂອບໃຈສຳລັບຮູບພາບ

ຂໍ້ມູນຈາກ: https://www.targetlaos.com/article/14747

ແບ່ງປັນ