Breaking News

ຄືນນີ້ມາລຸ້ນກັນ! ແພັດ ເພັດດາວອນ ຈະສາມາດຄວ້າ 1 ລ້ານບາດ ໄປໄດ້ຫຼືບໍ່? (ມາຮ່ວມເປັນສັກຂີພະຍານໃນສຶກປະຫວັດສາດເທື່ອນີ້ໄປນຳກັນ)

ແບ່ງປັນ

ເດີນທາງມາຮອດຈຸດຈົບຂອງການແຂ່ງຂັນ ແລະ ຈະຕັດສິນໃຫ້ໄດ້ຮູ້ຜົນການແຂ່ງຂັນໃນຄໍ່າຄືນວັນທີ 24 ເມສາ 2018 ນີ້ແລ້ວ,  ແພັດ ເພັດດາວອນ ຄຳມະນີວົງ ສາວລາວສຽງດີຈາກພາກໃຕ້ ທີ່ກຳລັງໂດ່ງດັງໄປທົ່ວບ້ານທົ່ວເມືອງ ເພາະນາງເດີນທາງຕາມຫາຝັນຢາກເປັນນັກຮ້ອງ ແລະ  ຝັນຢາກເອົາເງິນລາງວັນ 1 ລ້ານບາດ ມາປຸກບ້ານໃຫ້ແມ່ ໂດຍການໄປແຂ່ງຂັນເພງໃນລາຍການ ສຶກວັນດວນເພງ ຂອງປະເທດເພື່ອນບ້ານ.

ໃນວັນທີ 23 ເມສາ 2018 ທີ່ຜ່ານມາ ສາວ ແພັດ ເພິ່ນກໍ່ຫາກໍ່ປ້ອງກັນແຊ້ມໃນສະໄໝທີ 20 ໄດ້ແບບສົດໆຮ້ອນໆ ແລະ ໃນມື້ນີ້ມາຮ່ວມລຸ້ນ ຮ່ວມເຊຍເປັນສັກຂີພະຍານໄປພ້ອມໆກັນວ່າສາວລາວຄົນນີ້ຈະສາມາດຊິງເອົາເງິນລາງວັນ 1 ລ້ານບາດ ຫຼື ປະມານ 265,000,000 ລ້ານກີບ ໄປໄດ້ ຫຼື ບໍ່? ໃນເວລາ 18:20 ນາທີ ທາງຊ່ອງ 31 (ປະເທດເພື່ອນບ້ານ) ຢ່າພາດເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້.

ศึกวันดวลเพลง "แพท" ศึก 1,000,000 บาท

ถึงเวลาศึก 1,000,000 บาท ของ"แพท เพดดาวอน" แชมป์20สมัยแมทช์ที่จะหยุดทุกลมหายใจ!!! มันจะจบลงที่หน้าไหน?สมหวัง หรือ ผิดหวัง ? แต่ที่แน่ๆพละกำลังของ "แพท"เริ่มร่อยหรอลงทุกที!! เป็นสักขีพยานในศึกประวัติศาสตร์นี้พร้อมกัน อังคารนี้ 18:20น. ทางช่องวัน31 #ศึกวันดวลเพลง #ศึก1ล้านบาท #ห้ามพลาดด้วยประการทั้งปวง

โพสต์โดย ศึกวันดวลเพลง เมื่อ 23 เมษายน 2018

ແບ່ງປັນ