- ວັນອາທິດ
ດ້ານວຽກງານຄວນມີສະຕິ ແລະ ຄິດໄຕ່ຕອງໃຫ້ດີ , ດ້ານການເງິນຍັງຢູ່ໃນເກນທີ່ດີ , ດ້ານຄວາມຮັກຍັງມີເລື່ອງໃຫ້ຕ້ອງຄິດຫຼາຍ.
- ວັນຈັນ
ດ້ານວຽກງານຈະມີເລື່ອງເຂົ້າມາໃຫ້ຕ້ອງແກ້ໄຂແບບກະທັນຫັນ, ດ້ານການເງິນມີລາຍຈ່າຍຫຼາຍ ຈົນໝູນເງິນບໍ່ທັນ , ດ້ານຄວາມຮັກຈະຖືກຖອຍຫ່າງ ເພາະເຂົາຄິດວ່າເຮົາບໍ່ມີເວລາໃຫ້.
- ວັນອັງຄານ
ດ້ານວຽກງານໃນມື້ນີ້ຈະມີເພື່ອນຮ່ວມງານ ຫຼື ຫົວໜ້າ ເຂົ້າມາເຮັດດີຈົນແປກໃຈ , ດ້ານການເງິນດີ ມີລາຍໄດ້ເຂົ້າມາຕະຫຼອດ ອາດເປັນຍ້ອນຄວາມດຸໝັ່ນຂອງທ່ານເອງ , ດ້ານຄວາມຮັກຫວານເລື້ອຍໆສຳລັບຄົນມີຄູ່ ສ່ວນຄົນໂສດຫົວໃຈກໍ່ບໍ່ເຫງົາ ເປັນຄົນໂສດທີ່ບໍ່ສະໜິດ.
- ວັນພຸດ
ດ້ານວຽກງານໃນມື້ນີ້ຍັງມີເລື່ອງໃຫ້ຕ້ອງຄິດຫຼາຍ ຈະມີການຕັດສິນໃຈແບບກະທັນຫັນ, ດ້ານການເງິນເຖິງຈະຍັງມີລາຍໄດ້ເຂົ້າມາແບບສະດວກ ແຕ່ກໍ່ຍັງບໍ່ພໍສຳລັບລາຍຈ່າຍ , ດ້ານຄວາມຮັກຍັງຄົງຄິດຫຼາຍ ແລະ ເກີດມີປາກສຽງຕໍ່ກັນ.
- ວັນພະຫັດ
ດ້ານວຽກງານມີວຽກເຂົ້າມາຈົນລົ້ນມື ແຕ່ຍັງດີທີ່ແກ້ໄຂບັນຫາທັນ, ດ້ານການເງິນຈະມີບັນຫາກັບຫຸ້ນສ່ວນ ເລື່ອງເງິນໆທອງໆ ທີ່ແກ້ໄຂແບບບໍ່ເຂົ້າບໍ່ອອກ , ດ້ານຄວາມຮັກຈະແອບຮັກຄົນມີເຈົ້າຂອງ ສຸດທ້າຍກໍ່ເຈັບເອງ…ຫາເລື່ອງແທ້ໆ.
- ວັນສຸກ
ດ້ານວຽກງານມີແຕ່ຄົນໃຫ້ຄວາມສຳຄັນ ຈະເຮັດຫຍັງກໍ່ຈະເປັນມື້ທີ່ໂຊກດີໄປໝົດ, ດ້ານການເງິນບໍ່ເດືອດຮ້ອນ ມີລາຍໄດ້ເຂົ້າມາເລື້ອຍໆ, ດ້ານຄວາມຮັກຫຼັງຈາກທີ່ມີເລື່ອງບໍ່ເຂົ້າໃຈກັນ ມາໃນມື້ນີ້ກໍຈະມີເລື່ອງດີໆ ມີເລື່ອງທີ່ເຂົ້າໃຈກັນຫຼາຍຂຶ້ນ .
- ວັນເສົາ
ດ້ານວຽກງານດວງດີຫຼາຍ ຈະມີຜູ້ໃຫ່ຍໃຈດີ ຍື່ນມືເຂົ້າມາຊ່ວຍ, ດ້ານການເງິນທຸລະກິດທີ່ເຮັດຢູ່ກຳລັງໄປໄດ້ດ້ວຍດີ ,ດ້ານຄວາມຮັກກໍ່ກຳລັງຫວານຊື່ນ ທັງຄົນໂສດ ແລະ ບໍ່ໂສດ ເອີ້ນໄດ້ວ່າແຮັບປີ້ມີຄວາມສຸກສຸດໆ.