Breaking News

ນາງຮ້າຍໜ້າຫວານ! ນົກ ອຸສະນີ ນັກສະແດງຊື່ດັງ ເຊັກອິນທີ່ປະເທດລາວ

ແບ່ງປັນ

ເດີນທາງມາຢ້ຽມຢາມປະເທດລາວເຮົາອີກໜຶ່ງຄົນ ນົກ ອຸສະນີ ວັດທະນາ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ ໃນວັນທີ 24 ເມສາ 2018 ທີ່ຜ່ານມາ, ເຊິ່ງ ນົກ ອຸສະນີ ກໍ່ໄດ້ເດີນທາງໄປກາບໄຫ້ວ ພຣະທາດຫຼວງວຽງຈັນ ແລະ ແວ່ຖ່າຍຮູບຢູ່ທີ່ ປະຕູໄຊ.

ไหว้พระธาตุหลวงที่ลาวค่ะ ??

A post shared by Usanee Wattana (@nokusanee) on

ສຳລັບ ນົກ ອຸສະນີ ແມ່ນເປັນນັກສະແດງແຖວໜ້າຂອງວົງການບັນເທີງປະເທດເພື່ອນບ້ານ, ປັດຈຸບັນອາຍຸ 36 ປີ ມີຜົນງານການສະແດງມາແລ້ວຢ່າງຫຼວງຫຼາຍ ແລະ ບົດບາດການສະແດງທີ່ເດັ່ນໆຂອງເພິ່ນທີ່ໄດ້ຮັບຄຳຍ້ອງຍໍນັ້ນກໍຄືບົດບາດນາງລ້າຍ ຈົນໄດ້ຮັບສາຍາ ນາງຮ້າຍໜ້າຫວານ, ຢ່າງໃດກໍ່ຂໍຕ້ອນຮັບເຂົ້າສູ່ປະເທດລາວ.

ຮູບພາບຈາກ: IG/nokusanee

 

ແບ່ງປັນ