Breaking News

“ແມ່” ຄືກຳລັງໃຈທີ່ເຮັດໃຫ້ ແພັດ ເພັດດາວອນ ຄວ້າເງິນ 265 ລ້ານກີບ ໃນ (ສຶກວັນດວນເພງ)

ແບ່ງປັນ

ຄວາມກະຕັນຍູມັກສົ່ງຜົນໃຫ້ຄົນປະສົບຜົນສຳເລັດ ແພັດ ເພັດດາວອນ ຄຳມະນີວົງ ສາວລາວທີ່ໄປສ້າງປະຫວັດສາດແຂ່ງຂັນເພງໃນລາຍການ “ສຶກວັນດວນເພງ”(ປະເທດເພື່ອນບ້ານ) ແລະ ສາມາດຄວ້າເງິນ 1 ລ້ານບາດ ຫຼື 265 ລ້ານກີບ ແບບສົດໆຮ້ອນໆໃນຄໍ່າຄືນຂອງ ວັນທີ 24 ເມສາ 2018 ທີ່ຜ່ານມາ.

ຫຼາຍຄົນຄົງຍັງບໍ່ຮູ້ວ່າ ແຮງບັນດານໃຈທີ່ເຮັດໃຫ້ ສາວ ແພັດ ເພິ່ນກ້າທີ່ຈະກ້າວຂາໄປແຂ່ງຂັນເພງໃນລາຍການ “ສຶກວັນດວນເພງ” ຈົນຄວ້າເງິນ 1 ລ້ານບາດ ມາໄດ້ນັ້ນກໍຄື “ແມ່” ແລະ ແພັດຍັງຕ້ອງການປຸກບ້ານໃໝ່ໃຫ້ແມ່ ແລະ ຄົນໃນຄອບຄົວໄດ້ຢູ່ແບບສະບາຍ.

ຄວາມສຸກທີ່ແທ້ຈິງຄືຄອບຄົວ ອີກມຸມໜຶ່ງຂອງ ສາວ ແພັດ ທີ່ຍັງບໍ່ມີໃຜເຫັນ, ຢ່າງໃດກໍ່ຂໍສະແດງຄວາມຍິນດີນຳຫຼາຍໆເລີຍເດີ້!!!

ຮູບພາບບາງສ່ວນຈາກ: Pat phetdavone khammanivong

ແບ່ງປັນ