Breaking News

ຜົນການແຂ່ງຂັນ Carlsberg Golf Classic 2018…

ແບ່ງປັນ

ຜົນການແຂ່ງຂັນ Carlsberg Golf Classic 2018

ການແຂ່ງຂັນກ໊ອຟ ລາຍການ ຄາລສະເບີກ ກ໊ອຟ ຄລາສຊິກ 2018 (Carlsberg Golf Classic 2018) ທີ່ ສປປ ລາວ ເປັນຄັ້ງທໍາອິດ ເມື່ອວັນເສົາ 7 ເມສາ 2018 ນີ້ ທີ່ສະໜາມກ໊ອຟ ລ໋ອງວຽນ ນະຄອນຫຼວງວຽງຈັນ ເຊິ່ງເປັນການແຂ່ງຂັນຂອງນັກກ໊ອຟສະໝັກຫຼິ້ນ ໄດ້ປິດສາກລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍແຊັມສາຍທົ່ວໄປ (Gross ranking) ຕົກເປັນຂອງ ທ່ານ Mr. Jang Heung Soo, ສ່ວນສາຍ Net Ranking ຕົກເປັນຂອງ ທ່ານ ວິໄລສັກ ເພັດທະສາ.

  

ກ່ອນໜ້ານີ້ ທ່ານ ເຮັນຣິກ ຈູ ແອນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ຈໍາກັດ ກ່າວໃນພິທີຖະແຫຼງຂ່າວຈັດການແຂ່ງລາຍການນີ້ວ່າ: ຄາລສະເບີກ ກ໊ອຟ ຄລາສຊິກ ເປັນໂຄງການ ການແຂ່ງຂັນກ໊ອຟສະໝັກຫຼິ້ນທີ່ໃຫຍ່ທີ່ສຸດ ໂດຍເລີ່ມຈັດທີ່ປະເທດມາເລເຊຍ ຫຼາຍກວ່າ 20 ປີມາແລ້ວ ແລະ ໄດ້ຮັບຄວາມນິຍົມໃນພາກພື້ນອາຊີ ໂດຍສະເພາະໃນປະເທດມາເລເຊຍ ມີການແຂ່ງຂັນຫຼາຍກວ່າ 30 ລາຍການ ແລະ ມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນໃນແຕ່ລະປີ.

ດັ່ງນັ້ນ, ປີນີ້ກໍ່ເປັນໂອກາດດີທີ່ສຸດທີ່ເກີດຂຶ້ນໃນ ສປປ ລາວ ໂດຍປີນີ້ຕັ້ງເປົ້າຈັດ 3 ຄັ້ງ ແລະ ປີ 2019 ວາງແຜນຈັດຢ່າງໜ້ອຍ 5 ຄັ້ງ ເພື່ອເປັນການພັດທະນາວົງການກ໊ອຟລາວ ແລະ ເປັນການດຶງດູດນັກທ່ອງທ່ຽວເຂົ້າມາລາວ.

ແບ່ງປັນ