Breaking News

ດວງປະຈຳວັນ ພຸດ ປະຈໍາວັນທີ 28 ມີນາ 2018

ແບ່ງປັນ

ດວງປະຈຳວັນ ພຸດ ປະຈໍາວັນທີ 28 ມີນາ 2018

  • ວັນຈັນ

ການເງິນ: ໂຊກດີມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນໄລຍະນີ້ກໍ່ເປັນໄດ້ ເລື່ອງທີ່ຫວັງໄວ້ຈະສົມຫວັງ ສິ່ງທີ່ຢາກໄດ້ມາດົນຈະສົມຫວັງດັ່ງໃຈ

ວຽກງານ: ໄລຍະນີ້ຮູ້ສຶກອິດເມື່ອຍເປັນພິເສດ ເພາະອຸປະສັກທາງດ້ານວຽກຄ້ອນຂ້າງຫຼາຍ ແຕ່ກໍ່ສາມາດແກ້ໄຂບັນຫາຕ່າງໆໃຫ້ຜ່ານພົ້ນໄປໄດ້ສະເໝີ

ຄວາມຮັກ: ມີໂອກາດພົບຮັກ ພົບຄົນທີ່ຖືກໃຈເຂົ້າມາໃນໄລຍະນີ້ ດ້ວຍບຸນເກົ່ານໍາພາມາໃຫ້ພົບກັນແບບບໍ່ທັນຕັ້ງຕົວ

  • ວັນອັງຄານ

ການເງິນ: ມີຄວາມກັງວົນໃຈໃນເລື່ອງການໃຊ້ເງິນ ໃນໄລຍະນີ້ມີເລື່ອງທີ່ຕ້ອງຈ່າຍອອກໄປແບບບໍ່ຄາດຝັນສະເໝີ ແລະ ຕ້ອງຈ່າຍຢ່າງຫຼີກລ່ຽງບໍ່ໄດ້

ວຽກງານ: ຈະເຮັດທຸລະກິດໃດໆ ກໍ່ຈະເກີດຄວາມໂຊກດີ ມີການເດີນທາງຕິດຕໍ່ວຽກຄ້ອນຂ້າງຫຼາຍເປັນພິເສດໃນໄລຍະນີ້

ຄວາມຮັກ: ຍັງບໍ່ຕັດສິນໃຈເລືອກໃຜ ເຖິງຈະມີຄົນເຂົ້າມາ ແຕ່ກໍ່ຍັງເລືອກທີ່ຈະເບິ່ງກັນໄປໄລຍະຍາວຫຼາຍກວ່າ ແລະ ໝູ່ຍັງໃຫ້ຄໍາແນະນໍາທີ່ດີໃນການຊ່ວຍສະແດງທັດສະນະຄະຕິກ່ຽວກັບຄົນທີ່ເຂົ້າມາ

  • ວັນພຸດ

ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍ່ມີເລື່ອງທີ່ຈະເຮັດໃຫ້ໄດ້ເຂົ້າມາສະເໝີ ເປັນການໄດ້ໂຊກຈາກຜູ້ໃຫຍ່ ຫຼື ມີຄົນອຸປະຖໍາຊ່ວຍເຫຼືອທາງດ້ານການເງິນໃນໄລຍະນີ້ຢ່າງເປັນໂຊກກັບຕົວເອງ

ວຽກງານ: ຂໍ້ມູນຂ່າວສານຕ່າງໆສົ່ງຜົນຕໍ່ຄວາມລ່າຊ້າ ແຕ່ສຸດທ້າຍກໍ່ໄດ້ຮັບຂ່າວດີຈາກຜູ້ໃຫຍ່ ມີເລື່ອງດີໆເກີດຂຶ້ນຫຼັງຈາກທີ່ຖ້່າມາດົນ

ຄວາມຮັກ: ສຸກສົມຫວັງ ແລະ ລົງຕົວໃນເລື່ອງຂອງຄວາມຮັກ ມີໂອກາດພົບຮັກແທ້ໃນໄລຍະນີ້ກໍ່ເປັນໄດ້

  • ວັນພະຫັດ

ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປ ເປັນເລື່ອງທີ່ຈໍາເປັນຕ້ອງຈ່າຍໃນໄລຍະນີ້ແບບຫຼີກລ່ຽງບໍ່ໄດ້ ຫຼື ເລື່ອນບໍ່ໄດ້ນັ້ນເອງ

ວຽກງານ: ຄວນເປີດໂອກາດໃຫ້ຕົວເອງໄດ້ຮຽນຮູ້ວຽກໃໝ່ໆສະເໝີໄລຍະນີ້

ຄວາມຮັກ: ຍັງບໍ່ຕັດສິນໃຈໃນເລື່ອງຄວາມຮັກໃນໄລຍະນີ້ ຍັງເບິ່ງໆຢູ່ຫຼາຍກວ່າ ເພາະມີຫຼາຍສິ່ງຫຼາຍຢ່າງທີ່ຕົວເອງຕ້ອງໄປເຮັດ ແຕ່ຖ້າເປີດໃຈຄົບໃຜບາງຄົນທີ່ເຂົ້າມາ ມີໂອກາດເປັນເນື້ອຄູ່ໄດ້

  • ວັນສຸກ

ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປແຕ່ກໍ່ໄດ້ເຂົ້າມາທຸກເທື່ອ ເປັນລັກສະນະແບບນີ້ສະລັບປັບປ່ຽນກັນໄປ ແລະ ໃຫ້ລະວັງການເສຍເງິນໂດຍບໍ່ມີເຫດອັນຄວນ

ວຽກງານ: ການຕິດຕໍ່ເຈລະຈາດ້ານວຽກຕ່າງໆຍັງມີຄວາມເລັ່ງດ່ວນ ຄວນລະມັດລະວັງເຮັດວຽກຢ່າງຮອບຄອບຈຶ່ງຈະດີ

ຄວາມຮັກ: ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈໃນໄລຍະນີ້ ຈະເປັນການພົບກັນແບບບໍ່ທັນຕັ້ງຕົວ

  • ວັນເສົາ

ການເງິນ: ມີໂຊກເຂົ້າມາຢ່າງຕໍ່ເນື່ອງ ໃນໄລຍະນີ້ດວງດີກວ່າແຕ່ກ່ອນຫຼາຍ

ວຽກງານ: ຢາກຈະປ່ຽນແປງທາງດ້ານວຽກຮູ້ສຶກເບື່ອໆ ແຕ່ຖ້າຫາກຕັ້ງໃຈເຮັດກໍ່ສາມາດປະສົບຄວາມສໍາເລັດໄດ້ ແຕ່ກໍ່ຄວນເພິ່ງຕົນເອງຫຼາຍໆຈຶ່ງຈະດີ

ຄວາມຮັກ: ຍັງເບິ່ງໆກັນຢູ່ຫຼາຍກວ່າ ແລະ ຍັງບໍ່ຕັດສິນໃຈໃນເລື່ອງຄວາມຮັກ ແຕ່ໄລຍະນີ້ກໍ່ມີສະເໜຫຼາຍ ຈະມີຄົນເຂົ້າມາໃນຊີວິດໃຫ້ເລືອກຢູ່ເລື້ອຍໆ

  • ວັນອາທິດ

ການເງິນ: ຊອກບໍລິຫານຈັດການດ້ານການເງິນໃຫ້ດີຂຶ້ນມາຫຼາຍແນ່ ແຕ່ກໍ່ມີຄວາມກັງວົນ ແລະ ຄວາມຕຶງຄຽດຢູ່ ສະລັບກັນໄປໃນໄລຍະນີ້

ວຽກງານ: ຈະເຮັດທຸລະກິດໃດໆກໍ່ຈະເມື່ອຍແດ່ ແຕ່ກໍ່ຄຸ້ມຕ່າກັບຄວາມພະຍາຍາມທີ່ໄດ້ລົງທຶນລົງແຮງໄປ ເຖິງຈະມີອຸປະສັກແດ່ ແຕ່ກໍ່ຈະແກ້ໄຂໃຫ້ຜ່ານພົ້ນໄປສະເໝີ

ຄວາມຮັກ: ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈແບບບໍ່ທັນຕັ້ງຕົວ

ແບ່ງປັນ