Breaking News

ໝູ່ລຸ້ນດຽວກັນເຂົາແຕ່ງງານ ຫຼື ບາງຄົນກໍ່ມີແຟນໝົດແລ້ວ ແຕ່ເປັນຫຍັງເຮົາຄືຍັງໂສດ?

ແບ່ງປັນ

(ຄືບໍ່ເອົາແຟນມານຳ?) ເປັນຄຳຖາມຂ້າກັນແທ້ໆທັງໆທີ່ເຮົາຍັງໂສດ ໝູ່ລຸ້ນດຽວກັນເຂົາແຕ່ງງານ ມີລູກ ຫຼື ບາງຄົນກໍ່ມີແຟນໝົດແລ້ວ ແຕ່ເປັນຫຍັງເຮົາຄືຍັງໂສດ ແຖມບໍ່ມີແວວວ່າຈະມີແຟນມີຄວາມຮັກດີໆນຳເຂົາຈັກເທື່ອ ໄດ້ແຕ່ໂສດລອຍໄປລອຍມາ ໄດ້ແຕ່ໃຊ້ຊີວິດຄົນດຽວ ກິນເຂົ້າຄົນດຽວ ເບິ່ງໝັງຄົນດຽວ ໄປທ່ຽວຄົນດຽວ ໄຮ້ຄົນຮັກຄອຍເບິ່ງແຍງເທັກແຄ ບໍ່ຄືກັບຄົນອື່ນທີ່ເຂົາໄປໃສກໍໄປເປັນຄູ່ ໂພສຮູບຄູ່ຫວານໆ ຈົນບາງເທື່ອພໍຢາກຄິດບ໋ອກພວກເຂົາພຸ້ນລະ (555).

ແຕ່ຮູ້ຫຼືບໍ່ວ່າບໍ່ໄດ້ມີແຕ່ເຈົ້າເດີ້ທີ່ໂສດຄົນດຽວໃນໂລກ ເພາະດຽວນີ້ຄົນທີ່ຍັງເປັນໂສດແມ່ນມີຫຼາຍພໍໆກັບຄົນທີ່ເຂົາມີແຟນຫັ້ນລະ ເພາະການເປັນໂສດຫຼາຍຄົນລົງຄວາມເຫັນໃນທາງດຽວກັນແລ້ວວ່າ ເປັນໂສດສຸດແສນຈະສະບາຍ ບໍ່ຕ້ອງມາຖ້າຫຶງຫວງໃຜ ບາງຄົນກໍມັກທີ່ຈະໃຊ້ຊີວິດຄົນດຽວໂດຍທີ່ບໍ່ຕ້ອງເອົາໂຕເອົາໃຈໄປຜູກມັດໄວ້ກັບໃຜ, ແຕ່ເຄີຍລອງສັງເກດບໍ່ວ່າ ທີ່ທຸກມື້ນີ້ທີ່ເຮົາ ເຈົ້າ ຂ້ອຍ ທີ່ຍັງໂສດ ບໍ່ມີໃຜເຂົ້າມາໃນຊີວິດ ເປັນຍ້ອນຫຍັງກັນແທ້?

5 ເຫດຜົນທີ່ຈະບອກໃຫ້ຮູ້ວ່າ ເປັນຫຍັງຄືຍັງໂສດ?

  • ເລືອກຫຼາຍ (ຕັ້ງສະເປັກໄວ້ສູງພຽງຟ້າ)

ເຂົ້າໃຈວ່າການຈະມີຄວາມຮັກທັງທີ ກໍຢາກຈະມີຄົນດີໆທີ່ຮັກ ແລະ ຢູ່ນຳກັນໄປດົນໆໃນແບບທີ່ເຮົາຝັນໄວ້ ແຕ່ການທີ່ຕັ້ງສະເປັກໄວ້ສູງ ແຖມເລືອກຫຼາຍ ຂໍບອກກ່ອນເລີຍວ່າຄືຈະຍັງອີກດົນກວ່າຈະໄດ້ລົງຈາກຄານທອງ, ແຕ່ເຖິງຢ່າງໃດກໍບໍ່ໄດ້ໝາຍວ່າຈະຕ້ອງຕັດສິນໃຈເລືອກຄົນທີ່ເຂົ້າມາຢ່າງໄວວາ ພຽງແຕ່ຄວນປັບສະເປັກຊາຍໃນຝັນໃຫ້ຢູ່ໃນໂລກແຫ່ງຄວາມເປັນຈິງໃຫ້ຫຼາຍທີ່ສຸດ.

  • ຂີ້ອາຍ ບໍ່ກ້າລຸຍ

ເຖິງແມ່ນວ່າສັງຄົມບ້ານເຮົາຈະຖືກສອນໃຫ້ແມ່ຍິງຮັກນວນສະຫງວນຕົວ ແຕ່ການເລີ່ມໄປສານສຳພັນກ່ອນໃນຍຸກນີ້ກໍບໍ່ແມ່ນເລື່ອງທີ່ເສຍຫາຍສະເໝິໄປ ຖ້າຟາງແຕ່ອາຍ ບໍ່ກ້າ ກໍຄົງຕ້ອງຫ່ຽວແຫ້ງຕໍ່ໄປ, ອີກຢ່າງໜຶ່ງການເຂົ້າໄປຫາຄົນທີ່ເຮົາສົນໃຈກ່ອນກໍບໍ່ແມ່ນເລື່ອງເສຍຫາຍຫຍັງເລີຍ ເບິ່ງອີກໃນແງ່ມຸມໜຶ່ງກໍເປັນການເຝິກຄວາມກ້າ ແລະ ເຮົາຍັງຈະໄດ້ໝູ່ໃໝ່ໆທີ່ພ້ອມຈະຮຽນຮູ້ນິດໃສໃຈຄໍກັນໄປພ້ອມໆກັນ.

  • ມາແຮງເກີນໄປ ຜູ້ຊາຍຫາຍໝົດ

ກ້າວເຂົ້າຍຸກ 4.0 ແຕ່ການເດີນໜ້າຈີບຜູ້ຊາຍຢ່າງໜັກກໍຍັງເປັນຫຍັງທີ່ບໍ່ຄວນເຮັດເດີ້ ແບບນັ້ນເຂົາອາດຈະເບິ່ງວ່າເຮົາໃຫ້ຄວາມສົນໃຈ ແລະ ຢາກເປັນແຟນເຂົາເກີນໄປ ອາດເຮັດໃຫ້ເສຍວາດຊົງແມ່ຍິງລາວໝົດ, ຂໍແນະນຳວ່າຄວນເຂົ້າໄປແຕ່ພໍດີງາມ ເວັ້ນໄລຍະຫ່າງພໍໃຫ້ເຂົາຄິດຮອດແດ່ ແບບນີ້ຈະເຮັດໃຫ້ຜູ້ຊາຍຫັນມາສົນໃຈເຮົາ ແລະ ຢາກສານສຳພັນກັບເຮົາຕໍ່.

  • ມັກເກັບຕົວ ບໍ່ອອກສັງຄົມ

ໂລກໝູນໄປຮອດໃສແລ້ວເດີ້ສາວໆ ຢ່າອ້າງນັ້ນນີ້ແລ້ວໝົກຢູ່ແຕ່ຫ້ອງນອນ ຄວນອອກມາເປີດຫູເປີດຕາ ປາຕີ້ກັບໝູ່ແດ່ ບາງທີອາດຈະເຈິຄົນທີ່ຖືກໃຈໄດ້ເດີ້.

  • ໂລກສ່ວນຕົວສູງ

ເປັນເຫດຜົນທີ່ສາວໆທີ່ຍັງໂສດເວົ້າເອົາໄວ້ເປັນນິຍາມປອບໃຈຕົວເອງ ແຕ່ເຊື່ອບໍ່ວ່າໂລກສ່ວນຕົວຂອງເຈົ້າມັນບໍ່ໄດ້ສູງຫຍັງຂະໝາດນັ້ນຈົນຈະບໍ່ສາມາດເປີດຮັບໃຜເຂົ້າມາໃນຫ້ອງຫົວໃຈ ລອງເປີດໃຈແລະໃຫ້ໂອກາດຕົວເອງໄດ້ພົບເຈິກັບສິ່ງໃໝ່ໆ ບາງທີອາດຈະບໍ່ຢາກກັບໄປໂສດອີກກໍເປັນໄດ້ເດີ້.

ທີ່ມາ: https://women.mthai.com/love-sex/single/300705.html

ຮຽບຮຽງ: ຊະນີIndy

ແບ່ງປັນ