Breaking News

ມາແຮງ! ວິນາທີນີ້ຕ້ອງ Nouna ດີເຈສາວລາວສຸດເຊັກຊີ່

ແບ່ງປັນ

ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ ມາແຮງອີ່ຫລີສຳລັບ ສຸພາລັກ ວົງສອນສະໝຸດ ຫຼື Dj Nouna ເຊິ່ງນາງເປັນດີເຈສາວລາວຄົນດຽວທີ່ມີຄິວໄປໂຊໂຕຢູ່ທີ່ເວທີໃຫ່ຍໆທັງໃນລາວ ແລະ ຕ່າງປະເທດເລື້ອຍໆ ແລະ ເຊື່ອວ່າແຟນໆຫຼາຍໆຄົນກໍຄົງຈະຄຸ້ນໜ້າຄຸ້ນຕາສາວຄົນນີ້ດີ ເພາະບໍ່ວ່າຈະເປັນເວທີສາຍຕືດຢູ່ໃສກໍມັກຈະເຫັນເພິ່ນປະກົດກາຍ ໄດ້ໂຊລີລາການມິກເພງໃຫ້ເຮົາໄດ້ເຕັ້ນ ໄດ້ມັນກັນເລື້ອຍໆ.

ສຳລັບປີໃໝ່ລາວທີ່ຈະມາເຖິງນີ້ Dj Nouna ເພິ່ນກໍມີຄິວໄປເປີດໂຕຢູ່ຕ່າງປະເທດເຊັ່ນເຄີຍ ແຖມເປັນເວທີໃຫຍ່ຫຼາຍປະເທດເຊັ່ນ: ຢູ່ທີ່ Cambodia ໃນວັນທີ 8 ເມສາ 2018, ໃນປະເທດ Singapore ວັນທີ 13-14 ເມສາ 2018, ວັນທີ 15 ເມສາ 2018 DNA Bangkok ແລະ ໃນວັນທີ 16 ເມສາ 2018 ກັບຄືນສູ່ປະເທດລາວ ແລະ ເພິ່ນຈະມີຄິວຂຶ້ນໂຊທີ່ ງານ Vientaine wet Party, Support line up Dj in the world ແລະ ຍັງຈະໄດ້ຂຶ້ນເປີດເພງກັບດີເຈລະດັບໂລກແຕ່ຈະເປັນໃຜນັ້ນຂໍ Oops ໄວ້ກ່ອນເດີ້… ແລະນອກຈາກນີ້ແລ້ວຫນູນາກັບທີມ#Rocketeers ຍັງມີຜົນງານເພງມາໃຫ້ຕິດຕາມກັນນຳອີກ… ຢ່າລືມຕິດຕາມເປັນກຳລັງໃຈໃຫ້ Nouna ດີເຈສາວລາວສຸດເຊັກຊີ່ຄົນນີ້ກັນແດ່!!!

ຮູບພາບຈາກ: Vongsonesamouth Soukphalack

ແບ່ງປັນ