Breaking News

ດວງປະຈຳວັນ ອັງຄານ ປະຈໍາວັນທີ 27 ມີນາ 2018

ແບ່ງປັນ

ດວງປະຈຳວັນ ອັງຄານ ປະຈໍາວັນທີ 27 ມີນາ 2018

  • ວັນຈັນ

ການເງິນ: ໂຊກດີມີໂຊກ ຈະໄດ້ເງິນຈາກຄວາມສາມາດ ຈາກຄວາມພະຍາຍາມ ແລະ ຄວາມອົດທົນຂອງຕົນເອງໃນການເຮັດທຸລະກິດວຽກງານຕ່າງໆ

ວຽກງານ: ການຕິດຕໍ່ເຈລະຈາ ການລົງນາມເອກະສານສັນຍາຕ່າງໆ ປະສົບຄວາມສໍາເລັດໄດ້ດ້ວຍດີຢ່າງເປັນໂຊກ ໃນໄລຍະນີ້

ຄວາມຮັກ: ພິຈາລະນາກ່ຽວກັບເລື່ອງຄວາມຮັກ ມີໂອກາດໃນການສົນທະນາ ຫຼື ໄດ້ພົບຄົນຮັກກໍເປັນໄດ້ໃນໄລຍະນີ້

  • ວັນອັງຄານ

ການເງິນ: ມີໂຊກຈະໄດ້ເງິນເຂົ້າມາ ເມື່ອມີຄວາມກັງວົນໃຈກໍ່ຈະສາມາດຊອກເຂົ້າມາໄດ້ທຸກເທື່ອ ມີຄາມໂຊກດີທາງດ້ານການເງິນ

ວຽກງານ: ໄລຍະນີ້ທຸລະກິດດ້ານເບື້ອງຫຼັງຈະນໍາພາຄວາມສໍາເລັດມາສູ່ຕົນເອງ ແຕ່ພາບລວມກໍ່ຍັງມີອຸປະສັກແນ່ ຕ້ອງແກ້ໄຂບັນຫາສະເພາະໜ້າຕ່າງໆໃຫ້ຜ່ານພົ້ນໄປໄດ້

ຄວາມຮັກ: ຍັງຕ້ອງການເບິ່ງໆກັນໄປກ່ອນ ຍັງບໍ່ຕັດສິນໃຈໃນເລື່ອງຂອງຄວາມຮັກ ແຕ່ມີໂອກາດສານຄວາມສໍາພັນກັບຄົນທີ່ເຄີຍຮູ້ຈັກກັນມາກ່ອນນີ້ແລ້ວ

  • ວັນພຸດ

ການເງິນ: ໄລຍະນີ້ການເດີນທາງມັກຈະເຮັດໃຫ້ມີໂຊກ ມີຊັບ ບໍລິວານຈະນໍາພາໂຊກ ຫຼື ຄວາມສຸກມາສູ່ຕົນເອງໄດ້

ວຽກງານ: ຕ້ອງກວດກາເອກະສານສັນຍາດ້ານວຽກໃຫ້ຖີ່ຖ້ວນ ດານວຽກ ຫຼື ທຸລະກິດໃດໆຍັງບໍ່ມີຄວາມປະສົບຜົນສໍາເລັດ ຄວນມີທີ່ປຶກສາທີ່ມີຄວາມຮູ້ເພື່ອເປັນທາງເລືອກໃນການຕັດສິນໃຈ

ຄວາມຮັກ: ຍັງບໍ່ຄ່ອຍມີເວລາທຸ່ມເທໃຫ້ກັບເລື່ອງຄວາມຮັກຫຼາຍ ຫຼື ຍັງບໍ່ພົບຄວາມຊັດເຈນຈາກຄົນຮັກ ແຕ່ກໍ່ບໍ່ໄດ້ໃຫ້ຄວາມສົນໃຈຫຼາຍ ເພາະມີເລື່ອງອື່ນທີ່ຕ້ອງໄປເຮັດທີ່ສໍາຄັນກວ່າ

  • ວັນພະຫັດ

ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປຫຼາຍ ຊອກເຂົ້າມາໄດ້ກໍ່ຕ້ອງຈ່າຍອອກໄປ ໂດຍສະເພາະໃນເລື່ອງຂອງການເດີນທາງ ຫຼື ການເອົາເງິນໄປຊ້ອມແຊມບ່ອນຢູ່ອາໄສ

ວຽກງານ: ເຮັດວຽກຕາມໜ້າທີ່ໃຫ້ດີທີ່ສຸດກໍ່ພຽງພໍແລ້ວ ເຖິງຈະເມື່ອຍໄປແນ່ ແຕ່ກໍ່ຄຸ້ມຄ່າກັບຄວາມພະຍາຍາມທີ່ຈະໄດ້ຜົນຕອບແທນທີ່ດີ

ຄວາມຮັກ: ຈະພົບຄົນສະຫຼຽວ ສະຫຼາດ ແຕ່ຈະຮັກສາສະຖານະພາບແບບໝູ່ໄປກ່ອນ ໂດດເດັ່ນເປັນຄົນອາຍຸນ້ອຍກວ່າ

  • ວັນສຸກ

ການເງິນ: ມີຄວາມກັງວົນໃຈດ້ານລາຍຈ່າຍ ແຕ່ກໍ່ຕ້ອງຈ່າຍອອກໄປແບບບໍ່ຄາດຝັນ ຈຶ່ງຄວນມີເງິນສໍາຮອງໄວ້ສໍາລັບຍາມສຸກເສີນ

ວຽກງານ: ຄວາມໝັ້ນໃຈໃນການຕັດສິນໃຈໂດຍມີຂໍ້ມູນ ບວກກັບຄວາມດຸໝັ່ນ ຈະນໍາພາໂອກາດ ແລະ ຄວາມສໍາເລັດທີ່ເປັນໂຊກມາສູ່ຕົນເອງ

ຄວາມຮັກ: ມີຄົນຢາກເຂົ້າມາທໍາຄວາມຮູ້ຈັກ ແຕ່ຕົນເອງບໍ່ໄດ້ໃຫ້ຄວາມສໍາຄັນເປັນພິເສດ ເພາະຢ້ານບັນຫານັ້ນເອງ

  • ວັນເສົາ

ການເງິນ: ຍັງຢູ່ໃນເກນທີ່ຊົງຕົວ ບໍ່ມີເລື່ອງເດືອດຮ້ອນໃດໆ ສາມາດໃຊ້ຈ່າຍໄດ້ຕາມປົກກະຕິ ແລະ ຄວນແບ່ງສ່ວນໜຶ່ງໄວ້ເປັນເງິນເກັບນໍາ

ວຽກງານ: ຮູ້ສຶກເບື່ອໆຢາກຈະປ່ຽນແປງໃນເລື່ອງຂອງວຽກ ເຮັດຕາມໜ້າທີ່ຕາມຄວາມຮັບຜິດຊອບໃຫ້ດີທີ່ສຸດກໍ່ພຽງພໍແລ້ວໃນສະຖານະການແບບນີ້

ຄວາມຮັກ: ຈະພົບຄົນເກັ່ງມີຄວາມສາມາດ ເວົ້າຈາກັນເຂົ້າໃຈກັນໄດ້ດີ ເຂົາຈະນໍາຄວາມສຸກ ແລະ ຄວາມສະບາຍໃຈມາສູ່ຕົນເອງ ເພາະເຂົາເປັນຄົນເອົາໃຈເກັ່ງ

  • ວັນອາທິດ

ການເງິນ: ມີຄວາມກັງວົນໃຈໃນການໃຊ້ຈ່າຍເງິນ ໄລຍະນີ້ບໍ່ມີອິດສະຫຼະໃນການໃຊ້ເງິນປານໃດ ຈຶ່ງຄວນໃຊ້ຄວາມປະຢັດຮ່ວມນໍາຈຶ່ງຈະດີ

ວຽກງານ: ໄລຍະນີ້ໃຊ້ຄວາມຮູ້ຄວາມສາມາດເຕັມທີ່ໃນເລື່ອງຂອງການເຮັດວຽກ ຈະສາມາດສ້າງສັນຜົນງານໄດ້ຢ່າງຕໍ່ເນື່ອງ

ຄວາມຮັກ: ມີໂອກາດພົບຮັກແບບບໍ່ທັນຕັ້ງຕົວໃນໄລຍະນີ້ ດ້ວຍບຸນເກົ່ານໍາພາມາໃຫ້ພົບກັນ ແຕ່ກໍ່ຂຶ້ນຢ່ກັບຕົນເອງວ່າຈະເລືອກເຂົາ ຫຼື ບໍ່ ຫຼື ຕ້ອງການຈະໃຊ້ເວລາເປັນເຄື່ອງພິສູດ

ແບ່ງປັນ