Breaking News

ສຸດຍອດ! ສາວລາວປ້ອງກັນແຊ້ມໃນລາຍການ “ສຶກວັນດວນເພງ” ໄດ້ອີກແລ້ວ!!!

ແບ່ງປັນ

ມີແຟນໆຕິດຕາມໃຫ້ກຳລັງໃຈສາວ ແພັດ ເພັດດາວອນ ສາວລາວທີ່ໄປແຂ່ງຂັນເພງໃນລາຍການ”ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານກັນຢ່າງຫຼວງຫຼາຍ, ຫຼ້າສຸດນາງກໍປ້ອງກັນແຊ້ມໄດ້ອີກແລ້ວເດີ້ລວມເປັນ 6 ສະໄໝ, ເຊິ່ງໃນຄໍ່າຄືນຂອງວັນທີ 26 ມີນາ 2018 ສາວ ແພັດ ກໍຂຶ້ນປ້ອງກັນແຊ້ມດ້ວຍບົດເພງ “ຂໍແຄ່ຮູ້ຂ່າວ” ກັບສາວງາມສຽງດີຈາກປະເທດເພື່ອນບ້ານ ແລະ ວິນາທີທີ່ໜ້າຕື່ນເຕັ້ນກໍມາຮອດ ເຊື່ອວ່າແຟນໆທາງບ້ານກໍລຸ້ນກັນຕິດຂອບໜ້າຈໍເລີຍແມ່ນບໍ່ ແລະ ຜົນທີ່ອອກມາກໍເປັນທີ່ໜ້າຍິນດີເພາະນາງສາມາດປ້ອງກັນແຊ້ມ ແລະ ຍັງບໍ່ທັນໄດ້ໃຊ້ຕົວຊ່ວຍອີກເດີ້ (ຊົມເຊີຍ)

ຟັງກັນແລ້ວເປັນແນວໃດແດ່ ທັງມ່ວນ ທັງຊື້ງ ທັງອອນຊອນຄັກແມ່ນບໍ່? ການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ນາງນຳແດ່!!!

ຄລິບຈາກ: one31

ເປັນຕາອອນຊອນສຽງ! ມາຟັງເພງມ່ວນໆຂອງສາວລາວຈາກແດນໃຕ້ ແພັດ ເພັດດາວອນ!

ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ”

ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ ໂຊພະລັງສຽງທີ່ລາຍການແຂ່ງເພງຊື່ດັງທີ່ໄທ! (ມີຄລິບ)

ແບ່ງປັນ