ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ວັນທີ 27 ມີນາ 2018
ເລື່ອງ: ການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃຫມ່ລາວ ປະຈຳປີ ພສ 2561.
ເນື່ອງຈາກວັນປີໃຫມ່ລາວ ປີ 2018 ແມ່ນກົງກັບວັນທີ 14-15-16 ເມສາ 2018 (ກົງກັບວັນເສົາ, ອາທິດ ແລະ ວັນຈັນ), ຊຶ່ງວັນທີ 14 ແລະ 15 ເປັນວັນເສົາ ແລະ ອາທິດ (ເປັນວັນພັກລັດຖະການ) ດັ່ງນັ້ນ, ຈຶ່ງເຫັນດີກຳນົດເອົາວັນທີ 17 ແລະ 18 ເມສາ 2018 (ກົງກັບວັນອັງຄານ ແລະ ວັນພຸດ) ເປັນວັນພັກຊົດເຊີຍ.