Breaking News

ມາຮູ້ຈັັກກັບ! All new Nissan Terra ກ່ອນການເປີດຕົວຢ່າງເປັນທາງການ…

ແບ່ງປັນ

ອໍນີວ ນິສສັນ ເທີລ້າໃໝ່…

ບໍລິສັດຕັນຈົງ ມໍເຕີ້ (ລາວ)​ ຈໍາກັດພຽງຜູ້ດຽວ, ຜູ້ຈໍາໜ່າຍ ລົດຍີ້ຫໍ້ນິສສັນ ພຽງຜູ້ດຽວ ແລະ ເປັນບໍລິສັດໃນເຄືອຂອງບໍລິສັດຕັນຈົງ ມໍເຕີ ໂຮນດີ້ງ ເບີຫາດ (ມາເລເຊຍ) ຈະດໍາເນີນການເປີດຕົວລົດນິສສັນເທີລ້າໃໝ່ໃນງານເປີດຕົວ ເດືອນທັນວາທີ່ຈະມາເຖິງນີ້. ປະຈຸບັນ, ສໍາລັບການນໍາສະເໜີເປີດຕົວລົດນິສສັນເທີລ້າໃໝ່ ຈະປະກອບມີຕາໄຟເດທາມ ຣັນນີ້ງໄຣ (DRL) ຮູບຊົງບູມເບີແລງ ທີ່ຈະເຮັດໃຫ້ຍານພາຫະນະຖືກເບິ່ງເຫັນງ່າຍເວລາກາງເວັນ ແລະ ສະພາບທີ່ມີເມກໝອກໜາ ດ້ວຍຕາໄຟໜ້າ LED ອັດຕະໂນມັດ ເພື່ອການຂັບຂີ່ໃນເວລາກາງຄືນ.

ນິສສັນເທີລ້າໃໝ່ລ້າສຸດແມ່ນລົດ SUV ຂະໜາດ 7 ທີ່ນັ່ງທີ່ ມີໂຄງລົດທີ່ແຂງທີ່ສຸດສາມາດປ່ຽນໂໝດຂັບຂີ່ລະຫວ່າງ 2WD ແລະ 4WD ເພື່ອໃຫ້ໄດ້ປະສິດທິພາບການປະຫຍັດເຊື້ອເພີງສູງສຸດເທິ່ງຖະໜົນໄປຈົນເຖິງຄວາມສາມາດໃນການຂັບຂີ່ເທິ່ງທາງວິບາກໄດ້ທຸກສະຖານທີ່.

ມາພ້ອມກັບຈັກ 2.5 ລິດ 4 ສູບແຖວລຽງ ເທີໂບແປຜັນ DOHC (VGS) ພ້ອມດ້ວຍລະບົບອິນເຕີຄູນເລີ, ລະບົບເກຍອັດຕະໂນມັດ 7 ສະປີດ ພ້ອມໂໝດເກຍທໍາມະດາ (+ / -) ທີ່ຈະໃຫ້ປະສິດທິພາບໃນການເລັ່ງຄວາມໄວ, ຮັບປະກັນການຂັບຂີ່ອັນຊົງພະລັງ ແຕ່ຍັງຄົງຮັກສາຄວາມລື່ນໄຫລ່ຂອງການຂັບຂີ່.

ອໍນີວ ນິສສັນເທີລ້າໃໝ່ ແມ່ນມີຖານລໍ້ທີ່ຍາວທີ່ສຸດໃນຕະກູນ, ເຮັດໃຫ້ມີຫ້ອງໂດຍສານທີ່ສະດວກສະບາຍ ແລະ ກວ້າງຂວາງ ພ້ອມດ້ວຍທີ່ຫວ່າງເທິ່ງຫົວຜູ້ໂດຍສານຂະໜາດໃຫຍ່. ເບາະນັ່ງຮູບແບບໂຮງໜັງຈະເຮັດໃຫ້ຜູ້ໂດຍສານດ້ານຫລັງສາມາດເບິ່ງໄປຂ້າງໜ້າໄດ້ດີ. ລະບົບ 1-Touch Auto-Tumble ທີ່ງ່າຍ ແລະ ເປັນເອກະລັກເບາະນັ່ງແຖວສອງຂອງ ນິສສັນເທີລ້າ ຈະເຮັດໃຫ້ການເຂົ້າທີ່ນັ່ງແຖວ 3 ໄດ້ງ່າຍ. ແລະ ເບາະນັ່ງແບບບໍ່ມີແຮງໂນ້ມຖ່ວງຂອງນິສສັນໃນແຖວ 1 ແລະ 2 ຈະຊ່ວຍຫລຸດຜ່ອນຄວາມອິດເມື່ອຍ ໂດຍຊ່ວຍສະໜັບສະໜູນບໍລິເວນໜ້າເອິກ ແລະ ກະດູກສະໂພກຂອງຜູ້ຂັບຂີ່ ຜູ້ໂດຍສານ ເພື່ອທົດແທນການເຄື່ອນໄຫວກະດູກສັນຫລັງ.

ເພື່ອຄົ້ນຫາຂໍ້ມູນເພີ່ມເຕີມ, ບັນດາທ່ານ ລູກຄ້າອາດຈະເຂົ້າມາຢ້ຽມຊົມຫ້ອງວາງສະແດງໂຊຣູມ ແລະ ສະເໜີໃຫ້ລົງທະບຽນ ເພື່ອຮັບບັດເຊີນເຂົ້າເບິ່ງງານເປີດຕົວ ອໍນີວ ລົດນິສສັນເທີລ້າ ໃໝ່.

ການຈັບຈອງລົດໃໝ່ ຢູ່ໃນຫ້ອງວາງສະແດງລົດນິສສັນ ກ່ອນງານເປີດຕົວ ແມ່ນຈະໄດ້ຮັບໂປຣໂມຊັນພິເສດເພີ່ມເຕີມ ແລະ ຍັງສາມາດເລືອກໄດ້ຫລາຍສີ – ສີນໍ້າຕານດິນ, ສີເທົ່າລູນາ ເມທາລິກ, ສີຄໍາແຟ ເມທາລິກ ໂກ, ສີແດງຟີຣີເຣັດ, ສີດໍາກະເລັກຊີ, ສີຟ້າເຂັ້ມ, ສີເງິນບີວລ້ຽນຊິວເວີ້ ແລະ ສີຂາວມຸກ ແອັສເປັນ.

ບໍລິສັດ TCML ແມ່ນຈະນໍາສະເໜີຍານພາຫະນະຕ່າງໆຢ່າງຕໍ່ເນື່ອງ ແລະ ສໍາລັບຜູ້ອ່ານທີ່ສົນໃຈ ທີ່ຕ້ອງການເຂົ້າຮ່ວມງານເປີດຕົວ, ກະລຸນາ ຕອບກັບການເຊີນຂອງທ່ານ ໂດຍການກົດລີ້ງ*.  https://goo.gl/forms/hXLciIA75ZksJgvh2 (ລີ້ງຕົວຢ່າງ) ຫລື ສະແກນລະຫັດ QR-code (ລະຫັດຕົວຢ່າງ).

*ເປັນໄປຕາມຂໍ້ກໍານົດ ແລະ ເງື່ອນໄຂ

ສໍາລັບຂໍ້ມູນເພີ່ມເຕີມຂອງລົດນິສສັນທັງໝົດໃນປະເທດລາວ, ກະລຸນາເຂົ້າຢ້ຽມຊົມເວັບໄຊນິສສັນລາວຢູ່ທີ່ເວັບໄຊ www.nissan-lao.la ຫລື ຕິດຕາມໜ້າເຟສບຸກຂອງນິສສັນລາວຢູ່ທີ່ fb.com/NissanLaos/ ກົດລີ້ງໂດຍຕົງ https://www.facebook.com/NissanLaos/notifications/.

ແບ່ງປັນ